ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ

14:47 | 04/10/2020

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ.

ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ
ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນອວຍພອນວັນຊາດ ຈີນ

ນີ້ແມ່ນຄຳຢັ້ງຢືນຂອງທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໃນບົດກ່າວປາໄສທີ່ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນລົບລ້າງອາວຸດນິວເຄຼຍ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 2 ຕຸລາ (ຕາມເວລາ ຫວຽດນາມ).

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພ້ອມດ້ວຍການ ນຳຂັ້ນສູງຂອງ 46 ປະເທດສະມາຊິກສະຫະປະຊາຊາດ ໄດ້ສົ່ງສານດ້ານການທູດເຖິງກອງປະຊຸມ.

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງສານດ້ານການທູດເຖິງກອງປະຊຸມ. (ພາບ: thoidai.com.vn)

ໃນບົດກ່າວປາໄສ, ທ່ານຟ້າມບິ່ງມິງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງຫວຽດນາມພ້ອມກັບບັນດາປະເທດເພື່ອສ້າງໂລກແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

ທ່ານ ຟ້າມບິ່ງມິງ ໄດ້ຢືນຢັນຄວາມຈຳເປັນຕ້ອງສືບຕໍ່ບັນດາຜົນງານ ເຊິ່ງໂລກບັນລຸໄດ້ໃນຫລາຍທົດສະວັດຜ່ານມາ, ໃນນັ້ນມີການຊຸກຍູ້ບົດບາດຂອງລະບົບຂອບຫຼາຍຝ່າຍ ແລະ ສອງຝ່າຍກ່ຽວກັບບັນຫາການລົບລ້າງອາວຸດ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ.

ທ່ານ ຟ້າມບິ່ງມິງ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ.

ຫວຽດນາມ ຍັງໄດ້ເຂົ້າຮ່ວມທຸກໆສົນທິສັນຍາສາກົນກ່ຽວກັບບັນຫານີ້, ລວມທັງສົນທິສັນຍາບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ, ສົນທິສັນຍາຫ້າມທົດລອງອາວຸດນິວເຄຼຍ (CTBT) ແລະ ເມື່ອບໍ່ດົນມານີ້ແມ່ນ ສົນທິສັນຍາຫ້າມອາວຸດນິວເຄຼຍ.

ໃນຖານະທີ່ເປັນປະທານອາຊຽນໃນປີ 2020, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາອາຊຽນແມ່ນພາກພື້ນທີ່ບໍ່ມີອາວຸດນິວເຄຼຍ, ແລະ ຈະສືບຕໍ່ພົວພັນກັບທຸກໆຝ່າຍ ເພື່ອແກ້ໄຂບັນຫາທີ່ຍັງຄ້າງຄາ ໃນຂະບວນການປະຕິບັດສົນທິສັນຍາກ່ຽວ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ບໍ່ມີອາວຸດນິວເຄຼຍ, ເພື່ອອະນາຄົດແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ.

ທ່ານລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະໜັບສະໜູນຫວຽດນາມ ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ

ຍສໝ - ອັງກິດ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອັງກິດ ແລະ ພາກພື້ນ, ກໍ່ຄືໃນການແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ.

ຫວຽດນາມ ໄດ້ຕາງໜ້າໃຫ້ອາຊຽນ ເພື່ອຮຽກຮ້ອງຫັນການເລີກລ້າງອາວຸດນິວເຄຼຍ

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳອາເມລິກາ, ໃນວັນທີ 27 ສິງຫາ ກອງປະຊຸມຄົບຄະນະສະຫະປະຊາຊາດ ໄດ້ຈັດກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງອາວຸດນິວເຄຼຍໃນວັນທີ 29 ສິງຫາ.

ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງ ຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ

ຍສໝ - ກ່າວຄຳເຫັນ ທີ່ກອງປະຊຸມປຶກສາຫາລືກ່ຽວກັບສົນທິສັນຍາວ່າດ້ວຍການຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT), ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຂງແຮງຂອງ ຫວຽດນາມ ສຳລັບການປະຕິບັດ ອາວຸດນິວເຄຼຍ ໃນທັງສາມຂົງເຂດ, ເຊິ່ງນັ້ນແມ່ນຫ້າມເຜີຍແຜ່ອາວຸດນິວເຄຼຍ, ຫຼຸດຜ່ອນນິວເຄຼຍ ແລະນໍາໃຊ້ພະລັງງານນິວເຄຼຍໃຫ້ແກ່ເປົ້າໝາຍສັນຕິພາບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.