ນັກອອກແບບ ລາວ - ໄທ ຮ່ວມສະແດງຜົນງານ ໃນວຽງຈັນວ້າວ ແຟຊັນວີກ 2019

11:38 | 28/05/2019

ຫວ່າງແລ້ວນີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ວາລະສານວ້າວ ໂຊໄຊຕີ (Wow Magazine Society) ຮ່ວມກັບ ກົມສົ່ງເສີມການຄ້າ ລະຫວ່າງປະເທດ ຂອງປະເທດໄທ ແລະ ພາກເອກະຊົນຂອງລາວ ໄດ້ຈັດງານວຽງຈັນວ້າວແຟຊັນວີກ 2019 ເພື່ອສະຫລອງວາລະສານວ້າວ ຄົບຮອບ 7 ປີ ແລະ ເພື່ອສົ່ງເສີມທຸລະກິດດ້ານການອອກແບບເຄື່ອງ ນຸ່ງຂອງລາວ ໃຫ້ທັນຍຸກສະໄໝໃໝ່ ເປັນທີ່ນິຍົມຊົມຊອບຂອງຄົນຍຸກໃໝ່ ເພື່ອກ້າວສູ່ລະດັບເວທີພາກພື້ນ ແລະ ສາກົນ.

ນັກອອກແບບ ລາວ - ໄທ ຮ່ວມສະແດງຜົນງານ ໃນວຽງຈັນວ້າວ ແຟຊັນວີກ 2019

ງານວຽງຈັນວ້າວແຟຊັນວີກ 2019.(ພາບ:ຂປລ)

ທ່ານ ສຸວັດ ເທດສາລີ ປະທານກຳມະການບໍລິຫານ ວາລະສານວ້າວ ເມກາຊີນ ໂຊໄຊຕີ້ໄດ້ກ່າວວ່າ: ວຽງຈັນວ້າວແຟຊັນວີກ ຈັດຂຶ້ນໄດ້ 6 ປີແລ້ວ ແລະ ປີນີ້, ໄດ້ມີ 15 ຕົວແທນນັກອອກແບບທີ່ມີຊື່ສຽງຈາກລາວ ແລະ ໄທ ໄດ້ມາສະແດງຜົນງານການອອກແບບຂອງຕົນ ໃຫ້ເປັນທີ່ຍອມຮັບສູ່ສາຍຕາຂອງຄົນທົ່ວໂລກ ເປັນຕົ້ນແມ່ນ Tyna Inspiration of Silk, KP Design, ເອກໂພໄຊ ຜ້າໄໝ ,Six P.M, Kanapot Aunsorn, Niphon, Men Folder, Iconic, ແພັດຕີ້ ເສີມຄວາມງາມ, L and Three Design, Paul Direk, Zibeth Thailand ແລະ Ditawat Moulage. ນອກຈາກນີ້, ຍັງມີການນໍາສະເໜີການອອກແບບເຄື່ອງປະດັບຈາກຮ້ານຄໍາພູວົງ ແລະ ຮ້ານບຸນເຕັມວັດຖຸມີຄ່າ.

ນັກອອກແບບ ລາວ - ໄທ ຮ່ວມສະແດງຜົນງານ ໃນວຽງຈັນວ້າວ ແຟຊັນວີກ 2019

ງານວຽງຈັນວ້າວແຟຊັນວີກ 2019.(ພາບ:ຂປລ)

ທ່ານ ສຸວັດ ເທດສາລີ ກ່າວຕື່ມວ່າ: ງານປີນີ້ ແມ່ນໄດ້ຈັດຂຶ້ນຍິ່ງໃຫຍ່ກວ່າປີຜ່ານມາ, ໂດຍສະເພາະ ໄດ້ມີດາລາ, ນັກຮ້ອງ, ນັກສະແດງ ທີ່ມີຊື່ສຽງ, ພ້ອມດ້ວຍສື່ມວນຊົນຈາກ ສປປ ລາວ ແລະ ໄທ ເຂົ້າຮ່ວມຫລາຍກວ່າ 500 ຄົນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.