ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

00:54 | 14/05/2019

ຍສໝ - ໂອກາດຕ້ອນຮັບລະດູບານໃໝ່ປີກຸນ 2019 ວັນທີ 11 ກຸມພາ ຢູ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ສະມາຄົມຄົນຫວຽດນາມ ຢູ່ແຂວງສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດ “ການແລກປ່ຽນວັດທະນະທຳ ແລະ ກິລາ” ລະຫວ່າງ ສະມາຄົມຄົນຫວຽດນາມແຂວງຈຳປະສັກ, ສະມາຄົມຄົນຫວຽດນາມສະຫວັນນະເຂດ ແລະ ສະມາຄົມຄົນຫວຽດນາມແຂວງມຸກດາຫານ.

ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

ບັນດາຜູ້ແທນຂອງສະມາຄົມຄົນຫວຽດນາມ ຢູ່ ລາວ ແລະ ໄທ.

ກ່າວຄຳເຫັນໃນພິທີການແລກປ່ຽນຄັ້ງນີ້ ບັນດາຫົວໜ້າສະມາຄົມ ໄດ້ສະແດງຄວາມຍິນດີຕໍ່ກັບບັນດາໝາກຜົນກໍ່ຄືຜົນສຳເລັດຂອງການແລກປ່ຽນ ແລະ ໃຫ້ຮູ້ວ່າ: ນີ້ແມ່ນກິດຈະກຳ ການຫຼິ້ນກິລາ-ວັນນະຄະດີ ທີ່ມີຄວາມໝາຍສຳຄັນ ບໍ່ພຽງແຕ່ເປັນການເພີ່ມທະວີສຸກຂະພາບ, ສ້າງຄວາມເຂົ້າໃຈ, ເຊື່ອໝັ້ນ ແລະ ປັບປຸງສາຍພົວພັນຄວາມສາມັກຄີ ພາຍໃນປະຊາຄົມເທົ່ານັ້ນ, ແຕ່ຍັງເປັນການຢືນຢັນວ່າ: ຜົນສຳເລັດດັ່ງກ່າວນີ້ແມ່ນຍ້ອນຄວາມເອົາໃຈໃສເອົາຈິງເອົາຈັງຂອງບັນດາສະມາຊິກສະມາຄົມ ແລະ ຄວາມບຸກບືນພະຍາຍາມຂອງ ບັນດາຄະນະບໍລິຫານຂອງບັນດາສະມາຄົມ, ໂດຍສະເພາະແມ່ນການກະກຽມອັນລະອຽດຮອບຄອບຂອງຄະນະບໍລິຫານງານ ສະມາຄົມຫວຽດນາມແຂວງສະຫວັນນະເຂດ ພ້ອມທັງການປຸກລະດົມຂອງກົງສຸນໃຫຍ່ຫວຽດນາມປະຈຳແຂວງສະຫວັນນະເຂດອີກດ້ວຍ.

ກ່າວຄຳປາໃສໃນງານ ທ່ານ ເຈິ່ນ ກົງທິ້ງ ກົງສຸນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ຢືນຢັນວ່າ: ການແລກປ່ຽນຄັ້ງນີ້ມີຄວາມໝາຍສຳຄັນຫຼາຍຢ່າງ, ບໍ່ພຽງແຕ່ເປັນການເພີ່ມທະວີຄວາມເຂົ້າໃຈ, ປັບປຸງສາຍພົວພັນຄວາມສາມັກຄີພາຍໃນປະຊາຄົມ, ພ້ອມກັນນັ້ນກໍ່ເປັນການຮ່ວມກັນສະແດງເຖິງຄວາມຕັດສິນໃຈໃນການປັບປຸງເສີມຂະຫຍາຍ, ຮັກສາສາຍພົວພັນສາມັກຄີ, ມິດຕະພາບ ລະຫວ່າງປະຊາຊົນ ສາມຊາດ ຫວຽດນາມ-ລາວ-ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເໝືອດັ່ງສະໄໝຂອງທ່ານປະທານໂຮ່ຈີ໋ມິງ ຮ່ວມກັບນັກປະຕິວັດອາວຸໂສ ແລະ ບັນດານາຍທະຫານລຸ້ນກ່ອນ ແລະ ປະຊາຊົນສາມປະເທດໄດ້ຮ່ວມກັນເສຍສະຫຼະກໍ່ສ້າງ, ໄດ້ ແລະ ກຳລັງເຮັດໃຫ້ຄົນຫວຽດນາມ, ຄົນລາວ ແລະ ຄົນໄທ ລຸ້ນປະຈຸບັນສືບຕໍ່ເສີມສ້າງ ແລະ ເສີມຂະຫຍາຍ ນັບມື້ນັບເລິກເຊິ່ງຂື້ນຕື່ມ ເຂັ້ມຂຸ້ນຂື້ນກວ່າເກົ່າ , ໜັກແໜ້ນກວ່າເກົ່າ ແລະ ຮັດແໜ້ນກວ່າເກົ່າ.

ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ


ຊາວຫວຽດນາມ ທີ່ອາໄສຢູ່ ລາວ ແລະ ໄທ ແລກປ່ຽນວັດທະນະທຳ ແລະ ກິລາ

ການແລກປ່ຽນກິລາບານເຕະຂອງ ສະມາຄົມສາມຊາດ ຫວຽດນາມ-ລາວ-ໄທ.

ທ່ານຍັງຕີລາຄາສູງແນວຄິດຂອງສະມາຄົມຄົນຫວຽນາມແຂວງສະຫວັນນະເຂດ ທີ່ໄດ້ເປັນເຈົ້າພາບໃນການແລກປ່ຽນ ແລະ ຊົມເຊີຍນຳ້ໃຈຄວາມເອົາຈິງເອົາຈັງເຂົ້າຮ່ວມແລກປ່ຽນຂອງ ສະມາຄົມຄົນໄທເຊື້ອສາຍຫວຽດນາມແຂວງມຸກດາຫານ, ກໍ່ຄືສະມາຄົມຄົນຫວຽດນາມແຂວງຈຳປາສັກ, ເຖິງວ່າຢູ່ຫ່າງໄກ ແລະ ຫວັງເປັນຢ່າງຍິ່ງວ່າ ການແລກປ່ຽນແບບນີ້ ລະຫວ່າງ ສະມາຄົມຄົນຫວຽດນາມຈະສືບຕໍ່ຈັດຂື້ນອີກໃນອານາຄົດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.