ຫ້ອງວ່າການປະທານປະເທດເຊື່ອມຊືມເອກະສານສໍາຄັນຂອງພັກ

14:19 | 25/09/2020

ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມເຊື່ອມຊືມ ເອກະສານສໍາຄັນຂອງພັກ ເພື່ອແນ່ໃສ່ເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັງານ-ລັດຖະກອນ ພາຍໃນຫ້ອງວ່າການ ປະທານປະເທດ ຮັບຮູ້, ກໍາແໜ້ນ ກ່ຽວກັບຄວາມໝາຍຄວາມສໍາຄັນ ເປັນຕົ້ນ ມະຕິວ່າດ້ວຍເພີ່ມທະວີ ວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ມິຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ມະຕິວ່າດ້ວຍການຍົກສູງ ຄຸນນະພາບ ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ. ໃນວັນທີ 25 ກັນຍາ 2020 ໂດຍການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ເລຂາຄະນະພັກ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການ ປະທານປະເທດ, ມີບັນດາຄະນະພັກ, ສະມາຊິກພັກ, ພະນັກງານພາຍໃນ ຫ້ອງວ່າການປະທານປະເທດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຫ ອງວ າການປະທານປະເທດເຊ ອມຊ ມເອກະສານສ າຄ ນຂອງພ ກ ມອບ​ຂອງ​ຂວັນ 225 ພູດ​ເພື່ອໜູ​ນ​ຊ່ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນລາວ
ຫ ອງວ າການປະທານປະເທດເຊ ອມຊ ມເອກະສານສ າຄ ນຂອງພ ກ ຫວຽດນາມ ຍົກສູງຄຸນນະພາບການສຶກສາດ້ານກົດໝາຍ ໃຫ້ປະຊາຊົນຢູ່ເຂດຊາຍແດນຕິດກັບ ສປປ.ລາວ
ຫ ອງວ າການປະທານປະເທດເຊ ອມຊ ມເອກະສານສ າຄ ນຂອງພ ກ
ພາບປະກອບ

ໃນໂອກາດນີ້, ທ່ານ ຄໍາເມິງ ພົງທະດີ ໄດ້ຍົກໃຫ້ເຫັນບາງຕອນ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່, ເຊິ່ງໃນຊຸມປີຜ່ານມາອິດທິກໍາລັງປໍລະປັກໄດ້ເພີ່ມທະວີຍຸດທະສາດຫັນປ່ຽນໂດຍສັນຕີ ກໍຄື ການປະຕິວັດສີດ້ວຍຫລາຍເລ່ລ່ຽມເພື່ອຕ້ານພາລະກິດປະຕິວັດ ແລະ ທໍາລາຍປະເທດຊາດຂອງພວກເຮົາໂດຍສວຍໃຊ້ບັນຫາສິດທິມະນຸດ, ປະຊາທິປະໄຕ, ຊົນເຜົ່າ, ສາສະໜາການຮ່ວມມືທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ເພື່ອແຊກແຊງເຂົ້າພາຍໃນ, ທໍາລາຍອຸດົມການສັງຄົມນິຍົມ, ແບ່ງແຍກຄວາມສາມັກຄີພາຍໃນ, ສ້າງກໍາລັງປໍລະປັກ ຕ້ານພັກ-ລັດ, ອຸ້ມຊູຊ່ວຍເຫລືອພວກຄົນບໍ່ດີແຊກຊຶມເຂົ້າໃນການຈັດຕັ້ງຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ, ສ້າງຄວາມບໍ່ສະຫງົບ ແລະ ບັນຫາອື່ນໆນັບມື້ນັບຫລາຍຂຶ້ນ.

ແຕ່ພາຍໃຕ້ການຊີ້ນໍາໂດຍກົງເດັດຂາດ ແລະ ຮອບດ້ານຂອງພັກ ກໍຄື ຄວາມເອົາໃຈໃສ່ຂອງບັນດາຂະແໜງການ, ອົງການປົກຄອງຂັ້ນຕ່າງໆ ຕໍ່ວຽກງານປ້ອງກັນຄວາມສະຫງົບ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ເຊິ່ງເປັນເງື່ອນໄຂອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະ ຫຍາຍຕົວຢ່າງຕໍ່ເນື່ອງວຽກງານປ້ອງກັນຄວາມສະຫງົບໄດ້ຫັນໄປຕາມທິດຄຸ້ມຄອງລັດ, ຄຸ້ມຄອງສັງ ຄົມດ້ວຍກົດໝາຍເທື່ອລະກ້າວກໍາລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຮັບການປັບປຸງ, ກໍ່ສ້າງໃຫ້ເຕີບໃຫຍ່ເຂັ້ມແຂງ, ມີແບບແຜນທັນສະໄໝເປັນກໍາລັງຫລັກແຫລ່ງປະຈັນບານທີ່ສໍາຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນການຮ່ວມມື ວຽກງານປ້ອງກັນຄວາມສະຫງົບ ກັບປະເທດ ເພື່ອນມິດຍຸດທະສາດ ບັນດາປະທດອາຊຽນ ແລະ ສາກົນ ກໍໄດ້ຮັບການຍົກລະດັບ ເຂົ້າສູ່ລວງເລິກເຮັດໃຫ້ບົດບາດຂອງກໍາລັງປ້ອງກັນຄວາມສະຫງົບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຈາກນັ້ນ, ທ່ານ ກິ່ງມະໂນ ພົມມະຫາໄຊ ແລະ ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ປະທານປະເທດກໍໄດ້ພັດປ່ຽນກັນຂຶ້ນເຜີຍແຜ່ເອກະສານສໍາຄັນຂອງພັກອີກ 2 ສະບັບ.

ຫ ອງວ າການປະທານປະເທດເຊ ອມຊ ມເອກະສານສ າຄ ນຂອງພ ກ ສານຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມທາງໄກໃນວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.

ຫ ອງວ າການປະທານປະເທດເຊ ອມຊ ມເອກະສານສ າຄ ນຂອງພ ກ ຖ້​ຽວ​ບິນ ຮ່າ​ໂນ້ຍ - ວຽງ​ຈັນ​ເປີດ​ຄືນ​ໃໝ່​ແຕ່​ຕົ້ນ​ເດືອນ ຕຸ​ລາ

ຍ​ສ​ໝ - ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ​ຫວຽດ​ນາມ (Vietnam Airlines)ຈະເຊື່ອມ​ຕໍ່​ຖ້ຽວ​ບິນ​ໄປ​ຍັງ​ນະ​ຄອນຫຼວງ ວຽງ​ຈັນ​ປະ​ເທດ​ລາວ, ນັບ​ແຕ່​ວັນ​ທີ 6 ຕຸ​ລາ, ໄລ​ຍະ​ແຍກ​ຕົວ​ເມື​ອ​ເຂົ້າ​ເມືອງ​ຫວຽດ​ນາມ ຢ່າງ​ໜ້ອຍ​ສຸດ​ແມ່ນ 6 ມື້.

ຫ ອງວ າການປະທານປະເທດເຊ ອມຊ ມເອກະສານສ າຄ ນຂອງພ ກ ມະຫາວິທະຍາໄລ ດ່ານັງ ໄດ້ເຊັນບົດບັນທຶກກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວແລະ ກຳປູເຈຍ

ຍສໝ - ວັນທີ 22 ກັນຍານີ້, ພະແນກການຕ່າງປະເທດນະຄອນ ດ່ານັງ ແລະ ມະຫາວິທະຍາໄລ ດ່ານັງ ໄດ້ຈັດພິທີເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນການບຳລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ແລະ ກຳປູເຈຍ.

ໄຊພອນ

ເຫດການ
302 Found

Found

The document has moved here.