ຕັດສິນໃຈຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ຄວາມສະຫງົບ, ເປັນກາງ ແລະ ຄວາມໝັ້ນຄົງ

06:30 | 14/09/2020

ຍສໝ - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 9 – 12 ກັນຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງລວມມີກອງປະຊຸມລັດຖະມົນຕີ 19 ຄັ້ງ, ບັນດາລັດຖະມົນຕີໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານ 42 ສະບັບ.

ຕ ດສ ນໃຈຮ ກສາພາກພ ນອາຊ ຕາເວ ນອອກສ ຽງໃຕ ແຫ ງສ ນຕ ພາບ ຄວາມສະຫງ ບ ເປ ນກາງ ແລະ ຄວາມໝ ນຄ ງ ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28.9 ລ້ານຄົນ
ຕ ດສ ນໃຈຮ ກສາພາກພ ນອາຊ ຕາເວ ນອອກສ ຽງໃຕ ແຫ ງສ ນຕ ພາບ ຄວາມສະຫງ ບ ເປ ນກາງ ແລະ ຄວາມໝ ນຄ ງ ແຂວງກ່າເມົາ ສສ.ຫວຽດນາມ: ການພັດທະນາການປະມົງແບບຍືນຍົງ ແລະມີຄວາມຮັບຜິດຊອບ
ຕ ດສ ນໃຈຮ ກສາພາກພ ນອາຊ ຕາເວ ນອອກສ ຽງໃຕ ແຫ ງສ ນຕ ພາບ ຄວາມສະຫງ ບ ເປ ນກາງ ແລະ ຄວາມໝ ນຄ ງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມຖະແຫຼງຂ່າວ ໃນຕອນບ່າຍຂອງວັນທີ 12 ກັນຍາ. ພາບ:congan.com.vn.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ໄດ້ອອກແຈ້ງການຮ່ວມໂດຍຢັ້ງຢືນເຖິງ ການຮ່ວມມືຂອງບັນດາປະເທດສະມາຊິກ ອາຊຽນ ໃນຄວາມມານະພະຍາຍາມກໍໍ່ສ້າງປະຊາຄົມ ອາຊຽນ, ຮັບມືກັບໂລກລະບາດໂຄວິດ-19, ຟື້ນຟູແບບຍືນຍົງ ແລະ ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ. ບັນດາປະເທດ ອາຊຽນ ເຫັນດີຍູ້ໄວການປະຕິບັດໂຄງການສັງລວມປະຊາຄົມການເມືອງ-ຄວາມໝັ້ນຄົງ (APSC) 2025, ຮ່ວມມືເພື່ອຮັບມືກັບບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງຄືການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການຄວບຄຸມຊາຍແດນ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີແນດ. ບັນດາປະເທດ ອາຊຽນ ເນັ້ນໜັກເຖິງ ລະດັບຄວາມສຳຄັນຂອງການເພີ່ມທະວີບົດບາດເປັນໃຈກາງ ແລະ ສາມັກຄີຂອງ ອາຊຽນ ໃນການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກພາກພື້ນຜ່ານບັນດາກົນໄກໂດຍ ອາຊຽນ ນຳພາ. ອາຊຽນ ພວມຍູ້ໄວການຮັບຮອງເອົາບັນດາແຜນການກະທຳໃຫ້ໄລຍະຮ່ວມມືໃນ 5 ປີ ຈະມາເຖິງກັບບາງປະເທດຄື ການາດາ, ຈີນ, ອິນເດຍ, ສ.ເກົາຫຼີ ແລະ ອື່ນໆ.

ເມື່ອສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໃນຕອນບ່າຍຂອງວັນທີ 12 ກັນຍາ 2020, ຢູ່ສອງສະຖານທີ່ຖ່າຍທອດສົດຮ່າໂນ້ຍຂອງ ຫວຽດນາມ ແລະ ຈາກາຕາ ປະເທດ ອິນໂດເນເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງກອງປະຊຸມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ ຢູ່ທີ່ກອງປະຊຸມ, ຫຼັກໝັ້ນຫຼັກການຂອງ ອາຊຽນ ໄດ້ຢັ້ງຢືນຄືນໃໝ່ເຖິງ ລະດັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການການເດີນເຮືອ-ການບິນ ຢູ່ທະເລຕາເວັນອອກ. ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ຊຸກຍູ້ບັນດາການເຈລະຈາມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູທະເລຕາເວັນອອກ (COC) ໃຫ້ມີຄຸນນະພາບ, ກວມລວມ ແລະ ສຳເລັດໂດຍໄວສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕ ດສ ນໃຈຮ ກສາພາກພ ນອາຊ ຕາເວ ນອອກສ ຽງໃຕ ແຫ ງສ ນຕ ພາບ ຄວາມສະຫງ ບ ເປ ນກາງ ແລະ ຄວາມໝ ນຄ ງ ຫວຽດນາມ: ສ້າງກາລະໂອກາດແລກປ່ຽນການຄ້າຫຼາຍຢ່າງກວ່າໃຫ້ແກ່ບັນດາວິສາຫະກິດຜະລິດສົ່ງອອກ

ຍສໝ - ທ່ານ ຫງວຽນຢຸຍຮົ່ງ ຮອງຜູ້ອໍານວຍການບໍລິສັດຫຸ້ນສ່ວນ Smartlog ມາດຕະການລະບົບສະໜອງ (ຮ່າໂນ້ຍ) ຕີລາຄາວ່າ ຢູ່ພາຍໃນປະເທດ, ກົນໄກປະຕູດຽວເຊື່ອມຕໍ່ລະຫວ່າງບັນດາກະຊວງ, ຂະແໜງການໄດ້ນຳເອົາຜົນປະໂຫຍດສະດວກຫຼາຍຢ່າງມາໃຫ້ວິສາຫະກິດ; ສ່ວນຢູ່ພາກພື້ນ, ກົນໄກປະຕູດຽວອາຊຽນ ແມ່ນຂໍ້ລິເລີ່ມໜູນຊ່ວຍການແລກປ່ຽນການຄ້າໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.

ຕ ດສ ນໃຈຮ ກສາພາກພ ນອາຊ ຕາເວ ນອອກສ ຽງໃຕ ແຫ ງສ ນຕ ພາບ ຄວາມສະຫງ ບ ເປ ນກາງ ແລະ ຄວາມໝ ນຄ ງ ຊຸກຍູ້ການພົວພັນເສດຖະກິດຫວຽດນາມ-ອິນເດຍ ໃນຂົງເຂດຕໍ່າແຜ່ນຕັດຫຍິບ ແລະສາທາລະນະສຸກ

ຍສໝ - ອິນເດຍມີຂະແໜງອຸດສາຫະກໍາຕັດຫຍິບມາແຕ່ດົນນານ, ດ້ວຍທ່າແຮງແມ່ນອີງໃສ່ພື້ນຖານການຜະລິດຈາກເສັ້ນທໍາມະຊາດປະເພດຕ່າງໆ, ຄື: ຝ້າຍ, ປໍ, ຜ້າໄໝ... ທ່າແຮງນີ້ຈະແມ່ນການເພີ່ມເຕີ່ມໃຫ້ແກ່ຫວຽດນາມ, ເຊິ່ງແມ່ນປະເທດທີ່ອີງໃສ່ການນໍາເຂົ້າແຫຼ່ງວັດຖຸດິບໃຫ້ແກ່ຂະແໜງຕໍ່າແຜ່ນຕັດຫຍິບ.

ຕ ດສ ນໃຈຮ ກສາພາກພ ນອາຊ ຕາເວ ນອອກສ ຽງໃຕ ແຫ ງສ ນຕ ພາບ ຄວາມສະຫງ ບ ເປ ນກາງ ແລະ ຄວາມໝ ນຄ ງ ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ

ຍສໝ - ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ.

ໄຊພອນ

ເຫດການ
302 Found

Found

The document has moved here.