ຫົວເຫວີຍ ນຳລະບົບ 5 ຈີ ມາວາງສະແດງ ໃນງານ ລາວ ໄອຊີທີ 2019

14:40 | 29/06/2019

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ ໂທລະຄົມ ມະນາຄົມ ແລະ ການສື່ືສານ ແລະ ຜູ້ເຂົ້າຮ່ວມງານ, ໄດ້ມາ ຢ້ຽມຊົມການວາງສະແດງ 5G solution, Smart city ທີ່ຮ້ານວາງສະແດງຂອງບໍລິສັດຫົວເຫວີຍ, ເພື່ອສ້າງຄວາມເຂົ້າໃຈກ່ຽວກັບໂຊລູຊັນຂອງ ຫົວເຫວີຍ ໃນດ້ານຄວາມແຮງ ແລະ latency ທີ່ຕ່ຳຂອງເຄືອຂ່າຍ 5G ເປັນແຮງຂັບເຄື່ອນທີ່ຢູ່ເບື້ອງຫຼັງການພັດທະນາທຸລະກິດ Application ໃໝ່ໃນອະນາຄົດ.

ຫົວເຫວີຍ ນຳລະບົບ 5 ຈີ ມາວາງສະແດງ ໃນງານ ລາວ ໄອຊີທີ 2019

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຊົມ ບູດຂອງບໍລິສັດ ຫົວເວີຍ ທີ່ງານວາງສະແດງ ລາວ ໄອທີ 2019.

ໃນງານວາງສະແດງ ເຕັກໂນໂລຊີຂໍ້ມູນຂ່າວສານ 2019 ຫຼື Lao ICT EXPO 2019 ທີ່ມີຂຶ້ນແຕ່ວັນທີ 25-30 ມິຖຸນາ ຊຶ່ງບໍລິສັດຫົວເຫວີຍ ໄດ້ນຳເຕັກໂນໂລຊີໃໝ່ຫຼ້າສຸດດ້ານໂທລະຄົມມະນາຄົມ ນັ້ນກໍຄືລະບົບ 5 ຈີ ມາວາງສະແດງ ເພື່ອໃຫ້ປະຊາຊົນລາວ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບົບດັ່ງກ່າວ. 5G ຈະເປັນເຕັກໂນໂລຊີທີ່ຄາດວ່າຈະປ່ຽນວິຖີຊີວິດ ແລະ ມີບົດບາດສໍາຄັນໃນການຂັບຂີ່ແບບອັດຕະໂນມັດຂອງຜູ້ຄົນ, AI, Big Data, IOT, smart city ແລະ ເຄືອຂ່າຍ. ຈຸດປະສົງຂອງການນຳມາສະແດງໃຫ້ເຫັນເຖິງວິທີການບຳລຸງຮັກສາລະບົບນິເວດ ແລະ ການນຳໃຊ້ 5G ເພື່ອຊ່ວຍໃຫ້ຜູ້ປະກອບການ ພັດທະນາທຸລະກິດ, ລວມທັງການພັດທະນາເສດຖະກິດຂອງປະເທດ ດ້ວຍການຫັນເປັນດີຈີຕອນ ໃນ ສປປ ລາວ.

ໃນມື້ເປີດງານດັ່ງກ່າວ (25 ມິຖຸນາ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ ໂທລະຄົມ ມະນາຄົມ ແລະ ການສື່ືສານ ແລະ ຜູ້ເຂົ້າຮ່ວມງານ, ໄດ້ມາ ຢ້ຽມຊົມການວາງສະແດງ 5G solution, Smart city ທີ່ຮ້ານວາງສະແດງຂອງບໍລິສັດຫົວເຫວີຍ, ເພື່ອສ້າງຄວາມເຂົ້າໃຈກ່ຽວກັບໂຊລູຊັນຂອງ ຫົວເຫວີຍ ໃນດ້ານຄວາມແຮງ ແລະ latency ທີ່ຕ່ຳຂອງເຄືອຂ່າຍ 5G ເປັນແຮງຂັບເຄື່ອນທີ່ຢູ່ເບື້ອງຫຼັງການພັດທະນາທຸລະກິດ Application ໃໝ່ໃນອະນາຄົດ. ນອກຈາກນີ້ ໃນງານວາງສະແດງດັ່ງກ່າວ ຍັງມີກອງປະຊຸມສຳມະນາ ຊຶ່ງຫົວເຫວີຍຍັງສະແດງໂຊລູຊັນຫຼ້າສຸດເຊັ່ນ: 5G, smart city, smart government ແລະ HUAWEI CLOUD. ທ່ານ ທັນສະໄໝ ໄດ້ກ່າວວ່າ: ການສົ່ງເສີມເຕັກໂນໂລຊີໄອຊີທີຕໍ່ເສດຖະກິດດີຈີຕອນນັ້ນແມ່ນຊັດເຈນສຳລັບທຸກຄົນ, ໃນຖານະຜູ້ກໍານົດນະໂຍບາຍອຸດສະຫະກຳໄອຊີທີ ກະຊວງ ໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ືສານໄດ້ສົ່ງເສີມອຸດສະຫະ ກຳໄອທີຊີເປັນໜຶ່ງໃນກຳລັງ ແຮງຂັບເຄື່ອນເສດຖະກິດ ແລະ ຫັນເປັນດີຈີຕອນໃນລາວ.

ທ່ານ ຫວາງ ຊີ (Wang qi) ຜູ້ຈັດການທົ່ວໄປຂອງບໍລິສັດຫົວເຫວີຍລາວ ສະແດງຄວາມຄາດຫວັງສູງຕໍ່ການຫັນເປັນດີຈີຕອນໃນລາວ ໂດຍທ່ານໄດ້ກ່າວວ່າ: ລັດຖະບານເປັນສ່ວນໜຶ່ງໃນການຂັບເຄື່ອນທີ່ສຳຄັນຂອງເສດຖະກິດດີຈີຕອນ ແລະ ເຊື່ອວ່າ ດີຈີຕອນ ຈະເຂົ້າມາປ່ຽນແປງການພັດທະນາ ແລະ ເປີດໂອກາດທຸກພາກສ່ວນທີ່ກ່ຽວຂ້ອງໄດ້ມີສ່ວນຮ່ວມໃນອຸດສາຫະກຳ ໄອທີ. ສຳລັບໂຊລູຊັນຫຼ້າສຸດຂອງ ຫົວເຫວີຍ ເຊັ່ນ: 5G ແລະ smart city ສອດຄ່ອງກັບວິໄສທັດການຫັນເປັນດີຈີຕອນໃນລາວ ແລະ ຈະສະ ໜັບສະໜູນການສ້າງລະບົບນິເວດປ່ຽນແປງເປັນດີຈີຕອນທີ່ສົມບູນຫຼາຍຂຶ້ນ. ທ່ານ ຫວາງ ຊີ ກ່າວອີກວ່າ: ປັດຈຸບັນ ຫົວເຫວີຍໄດ້ເຊັນສັນຍາ 5G ທັງໝົດ 50 ສະບັບໃນ 30 ປະເທດທົ່ວໂລກ ແລະ ໄດ້ມີຖານ 5G ຫຼາຍກວ່າ 100.000 ຖານ ເປັນອັນດັບໜຶ່ງຂອງໂລກ, ໃນຖານະທີ່ເປັນຜູ້ບຸກເບີກ 5G ຂອງໂລກ, ຫົວເຫວີຍຈະຍັງຄົງນຳສະເໜີຜະລິດຕະພັນ ແລະ ໂຊລູຊັນທີ່ດີທີ່ສຸດສຳລັບເສດຖະກິດ Digital ຂອງລາວ ແລະ ຄຳນຶງເຖິງວິໄສທັດການຫັນເປັນດີຈີຕອນ ຂອງ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.