ການຖະ​ແຫຼງຂ່າວສະຫຼຸບກອງປະຊຸມໃຫຍ່ AIPA 41

08:08 | 11/09/2020

ຍ​ສ​ໝ - ກ່າວຄຳເຫັນທີ່ການຖະ​ແຫຼງຂ່າວ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ, ປະທານ AIPA 41, ຢືນຢັນວ່າກອງປະຊຸມໃຫຍ່ AIPA 41 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໄດ້ຮັບ​ຮ​ອງ​ເອົາມະຕິ 26 ສະບັບແລະຖະແຫຼງການຮ່ວມ.

ການຖະ ແຫ ງຂ າວສະຫ ບກອງປະຊ ມໃຫຍ aipa 41 ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ
ການຖະ ແຫ ງຂ າວສະຫ ບກອງປະຊ ມໃຫຍ aipa 41 ມື​້ເຮັດ​ວຽກ​ທີ 2 ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA 41 ​
ການຖະ ແຫ ງຂ າວສະຫ ບກອງປະຊ ມໃຫຍ aipa 41
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ, ປະທານສະພາບໍລິຫານ AIPA 41 ເປັນປະທານການປະຊຸມ​ຖະ​ແຫຼງຂ່າວ

ການຖະ​ແຫຼງຂ່າວໄດ້ດຳເນີນໃນວັນທີ 10 ກັນຍາ, ພາຍຫຼັງກອງປະຊຸມສະມັດຊາໃຫຍ່ AIPA 41, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ, ປະທານສະພາບໍລິຫານ AIPA 41 ເປັນປະທານການປະຊຸມ​ຖະ​ແຫຼງຂ່າວ.

ກ່າວຄຳເຫັນທີ່ການຖະ​ແຫຼງຂ່າວ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ, ປະທານ AIPA 41, ຢືນຢັນວ່າກອງປະຊຸມໃຫຍ່ AIPA 41 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໄດ້ຮັບ​ຮ​ອງ​ເອົາມະຕິ 26 ສະບັບແລະຖະແຫຼງການຮ່ວມ. ຄຽງຄູ່ກັບກອງປະຊຸມໃຫຍ່ຄັ້ງນີ້, ມີຫຼາຍກິດຈະກຳໃນປີເປັນປະທານ AIPA ປີ 2020ໄດ້ຮັບການຈັດຕັ້ງຢ່າງ ສຳເລັດຜົນ ຈາກສະພາແຫ່ງຊາດຫວຽດນາມເຊັ່ນ: ກອງປະຊຸມຜູ້ນຳຂັ້ນສູງ AIPA - ອາຊຽນ, ສະພາທີ່ປຶກສາຢາເສບຕິດຂອງ AIPA. 3 (AIPA CODD), ກອງປະຊຸມຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືດ້ານການສຶກສາ, ວັດທະນະທຳ ເພື່ອການພັດທະນາແບບຍືນຍົງ (AIPA ECC).

ກ່ຽວກັບບົດບາດຂອງລັດຖະສະພາໃນການຊ່ວຍເຫຼືອລັດຖະບານບັນດາປະເທດອາຊຽນໃນການປ້ອງກັນແລະຟື້ນຟູເສດຖະກິດພາຍຫລັງໂລກລະບາດ, ທ່ານ​ນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ, ປະທານສະພາບໍລິຫານ AIPA 41 ກ່າວວ່າ, ກອງປະຊຸມໃຫຍ່ຂອງ AIPA 41 ໄດ້ສະແດງການສະໜັບສະໜູນສູງສຸດໃນການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid - 19, ຄ່ອຍໆຟື້ນຟູໂຄງ​ການເສດຖະກິດໃຫ້ຢູ່ໃນສະພາບປົກກະຕິໃໝ່,ໂດຍມີການປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບການສຶກສາ, ສາທາລະນະສຸກ, ນະໂຍບາຍສາທາລະນະ, ຫຼຸດຜ່ອນຜົນກະທົບຂອງ Covid, ສະໜັບສະໜູນບັນ​ດ​ອາ​ຊີບ​, ຂະ​ແໜງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດເຊັ່ນ: ການຂົນສົ່ງ, ການທ່ອງທ່ຽວຫຼືຂາຍຍ່ອຍອື່ນໆ.

ການຖະ ແຫ ງຂ າວສະຫ ບກອງປະຊ ມໃຫຍ aipa 41 ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ.

ການຖະ ແຫ ງຂ າວສະຫ ບກອງປະຊ ມໃຫຍ aipa 41 ຊ່ຽວຊານລາວ: ການຈັດກອງປະຊຸມ AIPA ດ້ວຍຮູບການອອນລາຍແມ່ນຂໍ້ລິເລີ່ມທີ່ທັນການ

ຍສໝ - ທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ - ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ໄດ້ຕີລາຄາວ່າຫວຽດນາມ ໄດ້ສະແດງຄວາມຕັດສິນໃຈສູງ, ບັນດາຂໍ້ລິເລີ່ມທີ່ຫວຽດນາມ ຍົກອອກມາແມ່ນສະແດງຄວາມທັນການ ແລະ ເໝາະສົມ.

ການຖະ ແຫ ງຂ າວສະຫ ບກອງປະຊ ມໃຫຍ aipa 41 ມື​້ເຮັດ​ວຽກ​ທີ 2 ຂອງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA 41 ​

ຍ​ສ​ໝ - ຈຸດ​​ໃໝ່​ອ່ຽມ​ຂອງ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA 41 ນັ​້ນ​ແມ່ນ ແຕ່​ລະ​ຄະ​ນະ​ກຳ​ມາ​ທິ​ການ​ຂອງ AIPA ຈະ​ປະ​ກາດ​ໃຊ້​ລັດ​ຖະ​ດຳ​ລັດ​ລວມ, ແຕ່​ສ່ອງ​ແສງ​ໄດ້​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ແຕ່​ລະ​ປະ​ເທດ. ບັນ​ດາ​ເນື້ອ​ໃນ​ຂອງ​ມະ​ຕິ​ລວມ​ໃນ​ປີນີ້​ລ້ວນ​ແຕ່​ຕິດ​ພັນ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ ແລະ ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບ​າດ Covid – 19 ຕໍ່​ບັນ​ດາ​ຂົງ​ເຂດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.