ຊ່ຽວຊານລາວ: ການຈັດກອງປະຊຸມ AIPA ດ້ວຍຮູບການອອນລາຍແມ່ນຂໍ້ລິເລີ່ມທີ່ທັນການ

20:00 | 09/09/2020

ຍສໝ - ທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ - ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ໄດ້ຕີລາຄາວ່າຫວຽດນາມ ໄດ້ສະແດງຄວາມຕັດສິນໃຈສູງ, ບັນດາຂໍ້ລິເລີ່ມທີ່ຫວຽດນາມ ຍົກອອກມາແມ່ນສະແດງຄວາມທັນການ ແລະ ເໝາະສົມ.

ຊ ຽວຊານລາວ ການຈ ດກອງປະຊ ມ aipa ດ ວຍຮ ບການອອນລາຍແມ ນຂ ລ ເລ ມທ ທ ນການ AIPA 41: ບັນດາປະເທດຕີລາຄາສູງວຽກງານການກະກຽມຂອງຫວຽດນາມ
ຊ ຽວຊານລາວ ການຈ ດກອງປະຊ ມ aipa ດ ວຍຮ ບການອອນລາຍແມ ນຂ ລ ເລ ມທ ທ ນການ ຫວຽດນາມສະແດງຄວາມຕັດສິນໃຈຢ່າງແຮງໃນການປະຕິບັດຕຳແໜ່ງປະທານ AIPA – 41

ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາອາຊຽນ (AIPA) ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-10 ກັນຍານີ້ ດ້ວຍຮູບການຖ່າຍທອດສົດ. ເນື່ອງໃນໂອກາດນີ້, ສຳນັກຂ່າວສານຫວຽດນາມ ປະຈຳປະເທດລາວ ໄດ້ມີການສຳພາດທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ - ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ກ່ຽວກັບກອງປະຊຸມ. ທ່ານສາດສະດາຈານ ກ່າວວ່າ ການທູດລັດຖະສະພາ ມີບົດບາດທີ່ສຳຄັນໃນວຽກງານການຕ່າງປະເທດເວົ້າລວມ ແລະ ການທູດປະຊາຊົນເວົ້າສະເພາະ.

ຊ ຽວຊານລາວ ການຈ ດກອງປະຊ ມ aipa ດ ວຍຮ ບການອອນລາຍແມ ນຂ ລ ເລ ມທ ທ ນການ
ທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ - ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ. (ພາບ: TTXVN)

ໃນກອງປະຊຸມ AIPA 41, ຫົວຂໍ້ຕົ້ນຕໍແມ່ນວິທີການທູດລະຫວ່າງລັດຖະສະພາ ສາມາດຍົກສູງບົດບາດໃນການຊ່ວຍເຫຼືອອາຊຽນ ໄດ້ສະແດງຄວາມສາມັກຄີຂອງອາຊຽນ ແລະ ປັບຕົວຢ່າງຕັ້ງໜ້າເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະ ບັນຫາທີ່ເກີດຂຶ້ນໃນພາກພື້ນ. ເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງຫົວຂໍ້ດັ່ງກ່າວ, ໃນໄລຍະຜ່ານມາ, ການທູດລັດຖະສະພາໄດ້ມີບົດບາດສຳຄັນຫຼາຍ ໃນວຽກງານການຕ່າງປະເທດເວົ້າລວມ ແລະ ການທູດປະຊາຊົນເວົ້າສະເພາະ.

ໂດຍພິຈາລະນາເຖິງບັນດາແນວຄວາມຄິດ, ຂໍ້ລິເລີ່ມ ແລະ ການປະກອບສ່ວນຂອງຫວຽດນາມ ໃນຖານະເປັນປະທານ AIPA ໃນປີ 2020 ຕໍ່ການປ່ຽນໃໝ່ເຄື່ອນໄຫວຂອງ AIPA, ທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ ໄດ້ກ່າວວ່າ ເຖິງແມ່ນວ່າຈະມີການລະບາດຂອງພະຍາດ COVID- 19 ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງຂອງກອງປະຊຸມ, ແຕ່ປະທານສະພາແຫ່ງຊາດຫວຽດນາມ ພ້ອມທັງບັນດາກຸ່ມຊ່ຽວຊານ ໄດ້ມີຄວາມພະຍາຍາມຫຼາຍໃນການຈັດຕັ້ງປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມ. ພະຍາດ COVID- 19 ບໍ່ແມ່ນສິ່ງທ້າທາຍນ້ອຍກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງນີ້, ແຕ່ການຈັດກອງປະຊຸມຖ່າຍທອດສົດ ແມ່ນການລິເລີ່ມທີ່ຖືກຕ້ອງ ແລະ ເໝາະສົມ ຂອງປະທານສະພາແຫ່ງຊາດຫວຽດນາມ ກໍ່ຄືການນຳພາຂອງສະພາແຫ່ງຊາດຫວຽດນາມ.

ທ່ານສາດສະດາຈານ ອີກສະຫວ່າງ ວົງວິຈີດ ໄດ້ຍົກຍ້ອງຫົວຂໍ້ "ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື" ຂອງກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ໂດຍທົ່ວໄປແລ້ວບັນດາປະເທດຕ່າງໆ ຕ້ອງການຍົກສູງຄວາມສາມາດ ໃນການປະສານງານລະຫວ່າງລັດຖະສະພາ ແລະ ລັດຖະບານ. ເຖິງວ່າພາລະບົດບາດ ແລະ ໜ້າທີ່ຂອງສອງອົງການແມ່ນແຕກຕ່າງກັນ, ແຕ່ສອງອົງການດັ່ງກ່າວ ມີຄວາມກ່ຽວຂ້ອງ ແລະ ສະໜິດສະໜົມຊຶ່ງກັນ ແລະ ກັນ, ແມ່ນສົ່ງເສີມ ແລະ ສະໜັບສະໜູນເປົ້າໝາຍ, ແລະ ຈັດຕັ້ງປະຕິບັດ, ຫັນເປົ້າໝາຍໃຫ້ເປັນຕົວຈິງ. ສະພາແຫ່ງຊາດຫຼັງຈາກນັ້ນກໍ່ແມ່ນອົງການທີ່ກວດກາ ແລະ ຕິດຕາມເປົ້າໝາຍທີ່ລັດຖະບານກຳລັງຈັດຕັ້ງປະຕິບັດໜ້າທີ່.

ຊ ຽວຊານລາວ ການຈ ດກອງປະຊ ມ aipa ດ ວຍຮ ບການອອນລາຍແມ ນຂ ລ ເລ ມທ ທ ນການ AIPA 41: ບັນດາປະເທດຕີລາຄາສູງວຽກງານການກະກຽມຂອງຫວຽດນາມ

ຍສໝ - ຕາມທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ ແລ້ວ, ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ.

ຊ ຽວຊານລາວ ການຈ ດກອງປະຊ ມ aipa ດ ວຍຮ ບການອອນລາຍແມ ນຂ ລ ເລ ມທ ທ ນການ ຜູ້ແທນລັດຖະສະພາບຣູໄນ: ປະເທດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄດ້ສຳເລັດຜົນດຳລົງຕຳແໜ່ງ ປະທານ AIPA

ຍສໝ - ບຣູໄນ ສະໜັບສະໜູນ ຫວຽດນາມຢ່າງເຕັມສ່ວນ ແລະ ເຊື່ອໝັ້ນວ່າການປະກອບສ່ວນ ແລະ ການສະ ໜັບສະໜູນດັ່ງກ່າວ ໄດ້ຊ່ວຍໃຫ້ຫວຽດນາມປະຕິບັດສຳເລັດຜົນດຳລົງຕຳແໜ່ງປະທານ AIPA

ຊ ຽວຊານລາວ ການຈ ດກອງປະຊ ມ aipa ດ ວຍຮ ບການອອນລາຍແມ ນຂ ລ ເລ ມທ ທ ນການ 6 ຂໍ້ສະເໜີແນະ ສຳລັບການຮ່ວມມືລັດຖະສະພາເພື່ອຍົກສູງຄວາມສາມາດໃນການຟື້ນຟູເສດຖະກິດ

ຍສໝ - ນີ້ແມ່ນສານປະກາດຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໃນການວາລະເຮັດວຽກເປັນກຸ່ມໃນກອງປະຊຸມກຸ່ມທີ່ປຶກສາຂອງ AIPA (AIPA Caucus) ຄັ້ງທີ 11.

ຄຳຮຸ່ງ

302 Found

Found

The document has moved here.