AIPA 41: ບັນດາປະເທດຕີລາຄາສູງວຽກງານການກະກຽມຂອງຫວຽດນາມ

17:57 | 06/09/2020

ຍສໝ -  ຕາມທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ ແລ້ວ, ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ.

aipa 41 ບ ນດາປະເທດຕ ລາຄາສ ງວຽກງານການກະກຽມຂອງຫວຽດນາມ ຫວຽດນາມສະແດງຄວາມຕັດສິນໃຈຢ່າງແຮງໃນການປະຕິບັດຕຳແໜ່ງປະທານ AIPA – 41
aipa 41 ບ ນດາປະເທດຕ ລາຄາສ ງວຽກງານການກະກຽມຂອງຫວຽດນາມ ປະທານສະພາແຫ່ງຊາດກຳປູເຈຍຈະເຂົ້າຮ່ວມກອງປະຊຸມໃຫຍ່ AIPA-41 ທີ່ປະເທດຫວຽດນາມ

ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ປະຈຳ ຈາກາຕາ, ທ່ານນາງ ຫງວຽນເຕືອງເວີນ ໃຫ້ຮູ້ວ່າໃນປີປະທານ AIPA ຂອງຫວຽດນາມ, ວຽກງານສຳຄັນຂອງສະພາແຫ່ງຊາດປະເທດເຈົ້າພາບ ແມ່ນຈັດຕັ້ງກອງປະຊຸມໃຫຍ່ AIPA ຄັ້ງທີ 41 ຢ່າງສຳເລັດຜົນ. ນີ້ແມ່ນຈຸດເດັ່ນໃນວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມຊຸດທີ 14, ປະກອບສ່ວນຍົກສູງຜົນສຳເລັດຂອງຂະແໜງການທູດແຫ່ງລັດ ແລະ ການທູດລັດຖະສະພາຂອງຫວຽດນາມ.

aipa 41 ບ ນດາປະເທດຕ ລາຄາສ ງວຽກງານການກະກຽມຂອງຫວຽດນາມ
ທ່ານນາງ ຫງວຽນເຕືອງເວີນ - ເລຂາທິການໃຫຍ່ສະພາລັດຖະສະພາລະຫວ່າງຊາດອາຊຽນ (AIPA). (ພາບ: TTXVN)

ທ່ານນາງເລຂາ ຫງວຽນເຕືອງເວີນ ໃຫ້ຮູ້ວ່າ ຫວຽດນາມ ກໍ່ໄດ້ສະເໜີ ແລະ ໄດ້ຮັບການສະໜັບສະໜູນຈາກປະເທດອື່ນໆ ສຳລັບຫົວຂໍ້ຂອງກອງປະຊຸມຜູ້ແທນສະພາແມ່ຍິງ, ຄະນະກຳມະການການເມືອງ, ຄະນະກຳມະການເສດຖະກິດ ແລະ ຄະນະກຳມະການສັງຄົມ. ບັນດາເນື້ອໃນຂອງການແກ້ໄຂຮ່ວມກັນໃນປີນີ້ ແມ່ນກ່ຽວຂ້ອງກັບສະພາບພະຍາດ ແລະ ຜົນກະທົບຂອງ COVID-19 ຕໍ່ຂົງເຂດຕ່າງໆ.

ທ່ານນາງ ຫງວຽນເຕືອງເວີນ ໄດ້ເນັ້ນໜັກວ່າ ໃນປີ 2020, ຫວຽດນາມຮັບພາລະໜ້າທີ່ເປັນປະທານອາຊຽນ, ປະທານ AIPA 41 ແລະ ສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ເຊິ່ງມີຄວາມໝາຍສຳຄັນຍິ່ງ, ອຳນວຍຄວາມສະດວກເຮັດໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນຂອງຕົນໃນພາກພື້ນ ແລະ ໃນໂລກ.

ທ່ານນາງ ຫງວຽນເຕືອງເວີນ ໄດ້ຢືນຢັນວ່າ ການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນປີປະທານ AIPA ໃນສະພາບການພິເສດມີຄວາມໝາຍສຳຄັນ ສຳ ລັບການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ປະຕິບັດໜ້າທີ່ໄດ້ດີ ແລະ ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ.

aipa 41 ບ ນດາປະເທດຕ ລາຄາສ ງວຽກງານການກະກຽມຂອງຫວຽດນາມ ຫວຽດນາມ ມານະພະຍາຍາມຊຸກຍູ້ AIPA ເຄື່ອນໄຫວຢ່າງມີປະສິດທິຜົນ

ຕອນບ່າຍວັນທີ 19 ພະຈິກ, ທີ່ຫໍສະພາແຫ່ງຊາດ, ຄະນະຊີ້ນໍາແຫ່ງຊາດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41), ຄະນະຈັດຕັ້ງ AIPA 41 ດໍາເນີນວາລະປະຊຸມຄັ້ງທີ 1 ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.

aipa 41 ບ ນດາປະເທດຕ ລາຄາສ ງວຽກງານການກະກຽມຂອງຫວຽດນາມ ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລາວ ແລະ ຫວຽດນາມ ຄັ້ງທີ 41

ຍສໝ - ຕອບຮັບຄຳເຊີນຂອງ ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ນຳຫນ້າຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໃນວັນທີ 5-6 ມັງກອນປີ 2019

aipa 41 ບ ນດາປະເທດຕ ລາຄາສ ງວຽກງານການກະກຽມຂອງຫວຽດນາມ ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດຈະເຂົ້າຮ່ວມແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ

ວັນທີ 31 ທັນວາ ກະຊວງການຕ່າງປະເທດຫວຽດນາມ ອອກແຈ້ງການໃຫ້ຮູ້ວ່າ:

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.