ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານສາທາລະນະສຸກ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41

11:30 | 07/09/2020

ຍສໝ - ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ຮຽກຮ້ອງໃຫ້ອະນຸກຳມະການອາຊຽນດ້ານຄວາມໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ຕ້ອງເປັນເອກະພາບໃນການຮັບຮູ້ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານສຸຂະອະນາໄມມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ.    

ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41 ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ
ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41 ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່
ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41
ທ່ານພົນໂທ ບຸ່ບວັນນາມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າອະນຸກຳມະການດ້ານຄວາມ ໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ກ່າວຄໍາເຫັນທີ່ກອງປະຊຸມການກວດກາ.ພາບ:baoquocte.vn

ຕອນບ່າຍວັນທີ 5 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ບຸ່ບວັນນາມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫົວໜ້າອະນຸກຳມະການດ້ານຄວາມໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ໄດ້ມີການກວດກາ, ສຳຫຼວດວຽກງານກະກຽມ, ຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA 41), ຈະດຳເນີນຢູ່ຮ່າໂນ້ຍຕາມຮູບການທາງອອນລາຍລະຫວ່າງແຕ່ວັນທີ 8-10 ກັນຍາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ໄດ້ຕີລາຄາສູງການມີສ່ວນຮ່ວມຂອງບັນດາຫົວໜ່ວຍປະຕິບັດງານ; ເຫັນດີເປັນເອກະພາບກັບຄະນະປະຈຳການອະນຸກຳມະການກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ ແລະ ສາທາລະນະສຸກ, ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ຮຽກຮ້ອງໃຫ້ອະນຸກຳມະການອາຊຽນດ້ານຄວາມໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ຕ້ອງເປັນເອກະພາບໃນການຮັບຮູ້ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານສຸຂະອະນາໄມມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ.

ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ຮຽກຮ້ອງບັນດາຜູ້ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ... ຕ້ອງຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພທີ່ດີທີ່ສຸດໃນການສົ່ງສັນຍານ, ຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການຖ້າມີ; ຄະນະປະຈຳການອະນຸກຳມະການສືບຕໍ່ເພີ່ມບັນດາຄຳຄິດຄຳເຫັນໃນການກວດກາເຂົ້າໃນແຜນການເພື່ອແບ່ງວຽກຢ່າງໝາະສົມໃຫ້ບັນດາຫົວໜ່ວຍເຂົ້າຮ່ວມ...

ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41
ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ໄດ້ຕີລາຄາສູງການມີສ່ວນຮ່ວມຂອງບັນດາຫົວໜ່ວຍປະຕິບັດງານ; ເຫັນດີເປັນເອກະພາບກັບຄະນະປະຈຳການອະນຸກຳມະການກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ ແລະ ສາທາລະນະສຸກ.ພາບ:baoquocte.vn

ຄຽງຂ້າງນັ້ນ, ບັນດາໜ່ວຍງານວິຊາສະເພາະຕຳຫຼວດຕ້ອງເອົາໃຈໃສ່ແກ້ໄຂສະພາວະການທີ່ອາດຈະເກີດຂຶ້ນໂດຍໄວ; ຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພໃນການຈະລາຈອນ, ວາງແຜນສະເພາະເພື່ອແບ່ງແລວການສັນຈອນໃຫ້ເໝາະສົມ; ວຽກງານປ້ອງກັນ ແລະຕ້ານອັກຄີໄພຍັງຕ້ອງໄດ້ເອົາໃຈໃສ່... ອົງການຄະນະປະຈໍາການຕ້ອງຮັບປະກັນລະບອບຂໍ້ມູນຂ່າວສານລາຍງານ; ບັນດາອົງການທີ່ມີໜ້າທີ່ກໍ່ຕ້ອງສ້າງເງື່ອນໄຂດີທີ່ສຸດສຳລັບບັນດາສຳນັກຂ່າວເພື່ອດຳເນີນການໂຄສະນາເຜີຍແຜ່ໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ AIPA-41.

AIPA - 41 ດ້ວຍຈຸດປະສົງແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ນຳພາບັນດາຄວາມມານະພະຍາຍາມລວມ ເພື່ອໃຫ້ AIPA ປະກອບສ່ວນໃຫ້ແກ່ ອາຊຽນ ໃນວິວັດທະນາການສ້າງປະຊາຄົມ, ພິເສດໃນສະເພາະໜ້າ ແມ່ນຜ່ານຜ່າບັນດາຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ-19.

ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41 ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ

ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການໂອ້ລົມທາງໂທລະສັບກັບ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ.

ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41 ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"

ຍສໝ - ນັກສຶກສາຫຼາຍກວ່າ 400 ຄົນ ໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ.

ຮ ບປະກ ນຄວາມໝ ນຄ ງ ແລະ ຄວາມປອດໄພດ ານສາທາລະນະສ ກ ໃນການຈ ດຕ ງກອງປະຊ ມສະມ ດຊາໃຫຍ aipa 41 ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ

ຍສໝ - ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.