ຫວຽດນາມ ແລະ 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA

16:13 | 08/09/2020

ຍສໝ - 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA, ສະພາແຫ່ງຊາດຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດ AIPA ຢ່າງຄົບຖ້ວນເທົ່ານັ້ນ, ຫາກຍັງປະກອບຄຳຄິດຄຳເຫັນ, ຂໍ້ລິເລີ່ມທີ່ແທດຈິງຫຼາຍຢ່າງ ເພື່ອປ່ຽນແປງໃໝ່ອົງການຈັດຕັ້ງ, ການເຄື່ອນໄຫວ, ໂຄງການດຳເນີນງານຂອງ AIPO/AIPA, ຊຸກຍູ້ບົດບາດຂອງ AIPO/AIPA ແລະ ການເຊື່ອມຕໍ່ກັບອາຊຽນ ໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນອີກດ້ວຍ.

ຫວຽດນາມ ແລະ 25 ປ ແຫ ງການເຂ າເປ ນສະມາຊ ກຂອງ aipa ຍີ່ປຸ່ນ ຊ່ວຍເຫລືອຫຼ້າ ຈໍານວນເງິນ 2 ຕື້ເຢນ ໃຫ້ແກ່ ຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19
ຫວຽດນາມ ແລະ 25 ປ ແຫ ງການເຂ າເປ ນສະມາຊ ກຂອງ aipa ຫວຽດນາມຫວັງວ່າ ຍີ່ປຸ່ນຈະແມ່ນຄູ່ຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວອັນດັບໜຶ່ງ ຂອງຫວຽດນາມ

ພາຍຫຼັງຮັບດຳລົງຕຳແໜ່ງປະທານ AIPA 2020, ຕິດພັນກັບຫົວຂໍ້ປີປະທານອາຊຽນ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີຫົວຂໍ້ລວມຂອງກອງປະຊຸມລັດຖະສະພາ AIPA 41 ແມ່ນ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ຫົວຂໍ້ດັ່ງກ່າວແມ່ນສ່ອງແສງໃຫ້ເຫັນທ່າອ່ຽງພັດທະນາຂອງການທູດລັດຖະສະພາໃນພາກພື້ນອາຊຽນ, ສະໜັບສະໜູນການພັດທະນາຂອງປະຊາຄົມອາຊຽນ ທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຜ່ານຜ່າບັນດາສິ່ງທ້າທາຍ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ຫວຽດນາມ ແລະ 25 ປ ແຫ ງການເຂ າເປ ນສະມາຊ ກຂອງ aipa
ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ. ພາບ:baoquocte.vn

ເມື່ອຮັບບົດບາດປະທານ AIPA ໃນສະພາບເກີດໂລກລະບາດໂຄວິດ-19 ແລະ ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ສະພາແຫ່ງຊາດຫວຽດນາມ ກໍ່ໄດ້ຫັນບັນດາການເຄື່ອນໄຫວໃນປີເປັນປະທານ AIPA 2020 ໃຫ້ໄປສູ່ຮູບແບບອອນລາຍຢ່າງທັນການ. ນີ້ແມ່ນການເປັນເຈົ້າການ ແລະ ໄຫວພິບເພື່ອທັງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງປະທານ AIPA, ທັງປະກອບສ່ວນໃຫ້ແກ່ການປ່ຽນແປງໃໝ່ວິທີການເຄື່ອນໄຫວຂອງ AIPA.

ຫົວຂໍ້ຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ທີ່ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ໃກ້ຊິດຕິດແທດກັບຫົວຂໍ້ຂອງປີປະທານອາຊຽນ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມສູງໃນບັນດາປະເທດສະມາຊິກອາຊຽນ ແລະສືບທອດບັນດາໝາກຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ໂດຍສະເພາະແມ່ນບັນດາຂໍ້ລິເລີ່ມຂອງຫວຽດນາມ ທີ່ບັນດາປະເທດໄດ້ຮັບຮູ້ ແລະສະໜັບສະໜູນ.

ກອງປະຊຸມລັດຖະສະພາ AIPA ຄັ້ງທີ 41 ແມ່ນໂອກາດເພື່ອໃຫ້ບັນດາລັດຖະສະພາອາຊຽນ ພ້ອມກັນຫວນຄືນບັນດາຜົນງານ, ສິ່ງທ້າທາຍ, ປັບປຸງຄວາມສາມັກຄີ, ການຮ່ວມມື, ເປັນເອກະພາບໃນຫຼາຍຮູບຫຼາຍແບບ, ເພື່ອແນໃສ່ພ້ອມກັນຮັບມືກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງຂອງພາກພື້ນ ແລະ ໃນໂລກ ໃນໄລຍະຈະມາເຖິງ, ຕັ້ງໜ້າປະກອບສ່ວນເຂົ້າໃນວິວັດທະນາການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບພັດທະນາກວ່າອີກ.

ເລື່ອງສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການຫັນປ່ຽນຮູບການຈັດກອງປະຊຸມຜ່ານທາງອອນລາຍ ເປັນການສະແດງໃຫ້ເຫັນຄວາມໄຫວພິບ ແລະ ຈິດໃຈຄວາມຮັບຜິດຊອບ, ຄວາມຕັດສິນໃຈ ເມື່ອດຳລົງຕຳແຫນ່ງບົດບາດເປັນປະທານ AIPA ຢ່າງສຳເລັດຜົນ. ຕາມທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ ແລ້ວ, ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ.

ກ່ອນໜ້ານັ້ນ, ສະພາແຫ່ງຊາດຫວຽດນາມ ກໍ່ປະສົບຜົນສຳເລັດໃນການເປັນປະທານກອງປະຊຸມສະພາທີ່ປຶກສາ AIPA ກ່ຽວກັບຢາເສບຕິດຄັ້ງທີ 3 ເມື່ອວັນທີ 29 ມິຖຸນາ ແລະ ກອງປະຊຸມຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືດ້ານການສຶກສາ, ວັດທະນະທຳເພື່ອການພັດທະນາແບບຍືນຍົງ ເມື່ອວັນທີ 30 ກໍລະກົດ. ນີ້ແມ່ນຄັ້ງທຳອິດທີ່ AIPA ໄດ້ຈັດກອງປະຊຸມທາງອອນລາຍຫົວເລື່ອງສະເພາະ ເພື່ອແນໃສ່ຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືລັດຖະສະພາ ໃນການຜັນຂະຫຍາຍການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງເວົ້າລວມ, ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳເວົ້າສະເພາະ.

ຫວຽດນາມ ແລະ 25 ປ ແຫ ງການເຂ າເປ ນສະມາຊ ກຂອງ aipa ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ

ຍສໝ - ຕອນເຊົ້າວັນທີ 19 ສິງຫາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາສາກົນທາງອອນລາຍດ້ວຍຫົວຂໍ້ວ່າ “ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ”.

ຫວຽດນາມ ແລະ 25 ປ ແຫ ງການເຂ າເປ ນສະມາຊ ກຂອງ aipa ຫວຽດນາມ: ການສົ່ງອອກບັນລຸຫຼາຍກ່ວາ 25 ຕື້ໂດລາສະຫະລັດໃນເຄິ່ງເດືອນ

ຍສໝ - ໄລ່ຮອດທ້າຍເດືອນກໍລະກົດ, ຍອດມູນຄ່າການສົ່ງອອກຂອງຫວຽດນາມບັນລຸໄດ້ 147,61 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,5%, ເທົ່າກັບ 2,11 ຕື້ໂດລາທຽບໃສ່ໄລຍະດຽວກັນຂອງປີ 2019.

ຫວຽດນາມ ແລະ 25 ປ ແຫ ງການເຂ າເປ ນສະມາຊ ກຂອງ aipa ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11

ຍສມ - ໃນວັນທີ 14 ສິງຫາ 2020, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11 (AIPA Caucus) ດ້ວຍຮູບການອອນລາຍ ໂດຍສະພາແຫ່ງຊາດຟີລິບປິນເປັນເຈົ້າພາບ.

ໄຊພອນ

ເຫດການ
302 Found

Found

The document has moved here.