ເສີມຂະຫຍາຍແຫຼ່ງພະລັງຂອງຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ

00:45 | 21/07/2026

ຍສໝ - ຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ ໃນປັດຈຸບັນ ມີຊາວຫວຽດນາມຫຼາຍກວ່າ 350.000 ຄົນ ພວມດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ແຫ່ງນີ້, ພາຍໃນນັ້ນ ມີແມ່ຍິງຫວຽດນາມ (ເຈົ້າສາວຫວຽດ) ເກືອບ 100.000 ຄົນ ຢູ່ໃນບັນດາຄອບຄົວຫຼາຍວັດທະນະທຳ ແລະ ມີນັກສຶກສາຕ່າງປະເທດຫຼາຍກວ່າ 100.000 ຄົນ.

ເສີມຂະຫຍາຍແຫຼ່ງພະລັງຂອງຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ
ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮວ່າງກົງທຸຍ ພົບປະກັບຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ ຢູ່ທີ່ ສຳນັກງານສະຖານເອກອັກຄະລັດຖະທູດ. ພາບ: ເຈືອງຢາງ

ພາຍໃນຂອບເຂດການເຄື່ອນໄຫວວຽກງານຢູ່ ສ.ເກົາຫຼີ, ໃນຕອນບ່າຍວັນທີ 19 ກໍລະກົດ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮວ່າງກົງທຸຍ ໄດ້ພົບປະກັບພະນັກງານສະຖານເອກອັກຄະລັດຖະທູດຫວຽດນາມ ແລະ ຕາງໜ້າຊຸມຊົນຄົນຫວຽດນາມ ຢູ່ທີ່ນະຄອນຫຼວງ Seoul ສ.ເກົາຫຼີ.

ກ່າວຄຳເຫັນຢູ່ທີ່ການພົບປະ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮວ່າງກົງທຸຍ ໄດ້ຕີລາຄາວ່າ ຊຸມຊົນຄົນຫວຽດນາມນັບມື້ນັບເຊື່ອມໂຍງເຂົ້າກັບສັງຄົມ, ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດ, ປັນຍາຊົນ, ຜູ້ອອກແຮງງານ, ນັກສຶກສາຕ່າງປະເທດ ແລະ ບັນດາຄອບຄົວຫຼາຍວັດທະນະທຳ, ກາຍເປັນຂົວຕໍ່ອັນສຳຄັນລະຫວ່າງສອງປະເທດ. ທ່ານຮອງປະທານ ໄດ້ສະເໜີໃຫ້ບັນດາສະມາຄົມ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເຄົາລົບແລະປະຕິບັດຕາມກົດໝາຍຂອງ ສ.ເກົາຫຼີ, ຮັກສາເອກະລັກວັດທະນະທຳຂອງຊາດ, ເອົາໃຈໃສ່ປົກປັກຮັກສາພາສາຫວຽດ ແລະ ຊຸກຍູ້ການເຂົ້າຮ່ວມຂອງຄົນຮຸ່ນໜຸ່ມເຂົ້າໃນບັນດາການເຄື່ອນໄຫວຂອງຊຸມຊົນ.

ໃນປັດຈຸບັນ, ຊຸມຊົນຄົນຫວຽດນາມ ຢູ່ ສ.ເກົາຫຼີ ມີຫຼາຍກວ່າ 350.000 ຄົນ ພວມດຳລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນ, ພາຍໃນນັ້ນ ມີແມ່ຍິງຫວຽດນາມ (ເຈົ້າສາວຫວຽດ) ເກືອບ 100.000 ຄົນ ຢູ່ໃນບັນດາຄອບຄົວຫຼາຍວັດທະນະທຳ ແລະ ມີນັກສຶກສາຕ່າງປະເທດຫຼາຍກວ່າ 100.000 ຄົນ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Choi Young Sam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ຫວຽດນາມ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ