| ຊາວຫວຽດນາມເກືອບ 28.000 ຄົນຢູ່ຍີ່ປຸ່ນ ເຂົ້າຮ່ວມການແຂ່ງຂັນຄວາມຮູ້ດ້ານກົດໝາຍ ຊາວຫວຽດນາມກວ່າ 609.000 ຄົນດຳລົງຊີວິດຢູ່ຍີ່ປຸ່ນ, ຢືນອັນດັບທີສອງໃນບັນດາຊຸມຊົນຊາວຕ່າງປະເທດ |
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງທ່ານນາງ ເລ ເທືອງ ໃຫ້ດຳລົງຕຳແໜ່ງປະທານສະມາຄົມແມ່ຍິງຫວຽດນາມເຂດ Kansai ສະໄໝ 2026-2028. ປັດຈຸບັນ, ທ່ານນາງຍັງດຳລົງຕຳແໜ່ງປະທານເຄືອຂ່າຍແມ່ຍິງຫວຽດນາມຢູ່ຍີ່ປຸ່ນອີກດ້ວຍ.
ໃນການກ່າວຮັບໜ້າທີ່, ທ່ານນາງ ເລ ເທືອງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມໄວ້ວາງໃຈຂອງບັນດາຜູ້ແທນ, ພ້ອມທັງສະແດງຄວາມປາຖະໜາທີ່ຈະຮ່ວມກັບຄະນະບໍລິຫານງານຊຸດໃໝ່ ສົ່ງເສີມຈິດໃຈສາມັກຄີ, ຄວາມຮັບຜິດຊອບ ແລະ ການປ່ຽນໃໝ່, ສ້າງສະມາຄົມໃຫ້ກາຍເປັນສູນກາງເຊື່ອມໂຍງ, ແບ່ງປັນປະສົບການ ແລະ ຊ່ວຍເຫຼືອແມ່ຍິງຫວຽດນາມໃນການດຳລົງຊີວິດ, ການເຮັດວຽກ ກໍຄືການເຂົ້າຮ່ວມກິດຈະກຳທາງສັງຄົມ.
![]() |
| ທ່ານ ຫງວຽນ ເຈື່ອງ ເຊີນ, ກົງສຸນໃຫຍ່ຫວຽດນາມປະຈຳ Osaka ມອບຊໍ່ດອກໄມ້ຊົມເຊີຍຄະນະບໍລິຫານງານສະມາຄົມແມ່ຍິງຫວຽດນາມເຂດ Kansai ສະໄໝ 2026-2028. |
ໃນສະໄໝໃໝ່, ສະມາຄົມຈະໃຫ້ຄວາມສຳຄັນຕໍ່ການພັດທະນາເຄືອຂ່າຍຢູ່ບັນດາທ້ອງຖິ່ນຂອງຍີ່ປຸ່ນ, ຈັດບັນດາໂຄງການດ້ານວັດທະນະທຳ, ການສຶກສາ, ການກຸສົນ ແລະ ຊ່ວຍເຫຼືອແມ່ຍິງ ກໍຄືຄອບຄົວຫວຽດນາມໃຫ້ສາມາດປັບຕົວ ແລະ ເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນ. ນອກຈາກນັ້ນ, ສະມາຄົມຍັງມີທິດທາງຂະຫຍາຍການຮ່ວມມືກັບບັນດາອົງການແມ່ຍິງຍີ່ປຸ່ນ, ເພີ່ມທະວີການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ເຂົ້າຮ່ວມກອງປະຊຸມໃຫຍ່, ທ່ານ ຫງວຽນ ເຈື່ອງ ເຊີນ, ກົງສຸນໃຫຍ່ຫວຽດນາມປະຈຳ Osaka ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານສະໄໝ 2026-2028, ພ້ອມທັງຮັບຮູ້ບັນດາຜົນສຳເລັດທີ່ສະມາຄົມແມ່ຍິງຫວຽດນາມເຂດ Kansai ໄດ້ບັນລຸໃນສະໄໝທຳອິດ.
ທ່ານກົງສຸນໃຫຍ່ໄດ້ສະເໜີໃຫ້ສະມາຄົມສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ວິທີການດຳເນີນກິດຈະກຳ, ເອົາໃຈໃສ່ຄວາມຕ້ອງການອັນແທ້ຈິງຂອງສະມາຊິກ, ສົ່ງເສີມບົດບາດຂອງແມ່ຍິງໃນການສຶກສາອົບຮົມຄົນຮຸ່ນໃໝ່ ແລະ ສ້າງຊຸມຊົນຊາວຫວຽດນາມໃຫ້ມີຄວາມສາມັກຄີ ແລະ ເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນ.
ທ່ານຍັງໄດ້ຊຸກຍູ້ໃຫ້ບັນດາສະມາຊິກຕັ້ງໜ້າຮັກສາພາສາຫວຽດນາມ, ແນະນຳວັດທະນະທຳ, ປະເທດຊາດ ແລະ ຜູ້ຄົນຫວຽດນາມໃຫ້ແກ່ເພື່ອນມິດຍີ່ປຸ່ນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການແລກປ່ຽນລະຫວ່າງປະຊາຊົນ ແລະ ສາຍພົວພັນມິດຕະພາບຫວຽດນາມ - ຍີ່ປຸ່ນ.
ທ່ານກົງສຸນໃຫຍ່ ຫງວຽນ ເຈື່ອງ ເຊີນ ຢືນຢັນວ່າ ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Osaka ຈະສືບຕໍ່ຮ່ວມເຄຽງຂ້າງ, ສະໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ສະມາຄົມຜັນຂະຫຍາຍບັນດາໂຄງການໃນໄລຍະຕໍ່ໄປ.
ໃນໂອກາດນີ້, ສະມາຄົມໄດ້ຈັດການສຳມະນາສົນທະນາເນື່ອງໃນໂອກາດລະນຶກຄົບຮອບ 96 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ. ບັນດາຜູ້ແທນ ແລະ ສະມາຊິກໄດ້ຮ່ວມກັນແລກປ່ຽນປະສົບການການເຮັດວຽກ, ການດຳລົງຊີວິດ ແລະ ການລ້ຽງດູອົບຮົມລູກຢູ່ຍີ່ປຸ່ນ.
ເນື້ອໃນການປຶກສາຫາລືໄດ້ສຸມໃສ່ການຮັກສາພາສາຫວຽດນາມພາຍໃນຄອບຄົວ, ການສຶກສາອົບຮົມເດັກນ້ອຍໃຫ້ຮູ້ສອງພາສາ, ການປັບຕົວເຂົ້າກັບສະພາບແວດລ້ອມການດຳລົງຊີວິດໃໝ່ ແລະ ການສ້າງເຄືອຂ່າຍຊ່ວຍເຫຼືອແມ່ຍິງຫວຽດນາມ.
ບັນດາຄຳເຫັນໃນການສຳມະນາຍັງໄດ້ປະກອບສ່ວນກຳນົດທິດທາງການດຳເນີນງານຂອງສະມາຄົມໃຫ້ມີຄວາມເປັນຮູບປະທຳ ແລະ ສອດຄ່ອງກັບຄວາມຕ້ອງການຂອງສະມາຊິກຫຼາຍກຸ່ມ, ນັບແຕ່ແມ່ຍິງຜູ້ອອກແຮງງານ, ນັກສຶກສາຫວຽດນາມທີ່ມາສຶກສາຕໍ່ ຈົນເຖິງບັນດາຄອບຄົວຊາວຫວຽດນາມທີ່ຕັ້ງຖິ່ນຖານຢູ່ຍີ່ປຸ່ນເປັນເວລາຍາວນານ.
ຍສໝ - ວັນທີ 20/9, ງານບຸນຫວຽດນາມຢູ່ Ibaraki 2026 ຄັ້ງທີ 1 ໄດ້ໄຂຂຶ້ນຢູ່ນະຄອນ Joso, ແຂວງ Ibaraki (ຍີ່ປຸ່ນ), ສ້າງພື້ນທີ່ແລກປ່ຽນວັດທະນະທຳ, ເຊື່ອມໂຍງປະຊາຄົມ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. |
ຍສໝ - ວັນທີ 10/10, ທີ່ສະຖານກົງສຸນໃຫຍ່ຫວຽດນາມປະຈຳໂອຊາກາ (ຍີ່ປຸ່ນ), ທ່ານ ເລ ກວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ຝຶກອົບຮົມ ໄດ້ພົບປະກັບນັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ນັກສຶກສາຫວຽດນາມທີ່ກຳລັງສຶກສາຢູ່ຕ່າງປະເທດ ຈຳນວນກວ່າ 50 ຄົນ ໃນເຂດຄັນໄຊ. ກິດຈະກຳນີ້ແນໃສ່ເພີ່ມທະວີການເຊື່ອມຕໍ່ແຫຼ່ງກຳລັງປັນຍາຊົນ, ເປີດກວ້າງການຮ່ວມມືດ້ານການຝຶກອົບຮົມ, ການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. |
ດວງດີ
