ນຳເອົາບຸນໄຫວ້ພະຈັນປະເພນີ ມາສູ່ເດັກນ້ອຍຫວຽດນາມ ຢູ່ ໂກເບ

01:05 | 01/10/2026

ຍສໝ - ພື້ນທີ່ວັດທະນະທຳທີ່ເຕັມໄປດ້ວຍມູນເຊື້ອດັ້ງເດີມ ໄດ້ຖືກຈຳລອງຄືນໃໝ່ ຢູ່ ນະຄອນ ໂກເບ, ນຳເອົາມາໃຫ້ບັນດາຄອບຄົວຊາວຕ່າງດ້າວຫວຽດນາມ ຄ່ຳຄືນແຫ່ງການໂຮມຊຸມນຸມທີ່ອົບອຸ່ນ ພ້ອມກັບຫຼາຍກິດຈະກຳມ່ວນຊື່ນ ທີ່ຮັກສາໄວ້ເຊິ່ງເອກະລັກຂອງຊາດຢ່າງຄົບຖ້ວນ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ ສືບຕໍ່ປະເພນີ, ສືບຕໍ່ຂຽນບົດສຳເລັດໃນໄລຍະພັດທະນາໃໝ່ຂອງປະເທດ
ນຳເອົາບຸນໄຫວ້ພະຈັນປະເພນີ ມາສູ່ເດັກນ້ອຍຫວຽດນາມ ຢູ່ ໂກເບ
ວັນທີ 27 ກັນຍາ, ສະມາຄົມຊາວຫວຽດນາມ ປະຈຳ ໂກເບ (ຍີ່ປຸ່ນ) ໄດ້ຈັດຕັ້ງງານບຸນໄຫວ້ພະຈັນ ປີ 2026, ດຶງດູດເດັກນ້ອຍຫຼາຍກວ່າ 100 ຄົນ, ບັນດາຄອບຄົວຊາວຕ່າງດ້າວ ພ້ອມກັບຕົວແທນ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ໂອຊາກາ ແລະ ອຳນາດການປົກຄອງທ້ອງຖິ່ນ. ເຖິງວ່າສະພາບອາກາດຈະມີຝົນຕົກກໍ່ຕາມ, ບັນດາເດັກນ້ອຍຍັງຄົງຕື່ນເຕັ້ນເຂົ້າຮ່ວມການແຫ່ໂຄມໄຟ, ຫຼິ້ນມ່ວນຊື່ນ ແລະ ຮັບຊົມບັນດາລາຍການສະແດງ ທີ່ເຂັ້ມຂຸ້ນໄປດ້ວຍເອກະລັກມູນເຊື້ອ ຫວຽດນາມ.ອີງຕາມ ທ່ານນາງ ບຸ່ຍທິແອງ, ຫົວໜ້າຄະນະຈັດຕັ້ງ, ເຫດການບໍ່ພຽງແຕ່ນຳເອົາຄວາມມ່ວນຊື່ນມາໃຫ້ເທົ່ານັ້ນ ແຕ່ຍັງເປັນໂອກາດອັນລ້ຳຄ່າ ເພື່ອປົກປັກຮັກສາ, ກະຈາຍວັດທະນະທຳບ້ານເກີດເມືອງນອນ. ຕົວແທນ ສະຖານກົງສຸນ ກໍ່ໄດ້ຕີລາຄາສູງ ຄວາມພະຍາຍາມໃນການເຊື່ອມໂຍງຊຸມຊົນ ຂອງ ສະມາຄົມ. ຜ່ານຄ່ຳຄືນງານບຸນທີ່ອົບອຸ່ນນີ້, “ຈິດວິນຍານຫວຽດ” ສືບຕໍ່ໄດ້ຮັບການລ້ຽງດູ, ຊ່ວຍໃຫ້ຄົນລຸ້ນໜຸ່ມ ທີ່ເກີດ ແລະ ເຕີບໃຫຍ່ ຢູ່ ຍີ່ປຸ່ນ ເຂົ້າໃຈ ແລະ ຜູກພັນກັບຮາກເຫງົ້າຫຼາຍຂຶ້ນ.
ແນະນຳຮີດຄອງປະເພນີຂອງຊາວຫວຽດນາມໃຫ້ນັກຂ່າວສາກົນ ແນະນຳຮີດຄອງປະເພນີຂອງຊາວຫວຽດນາມໃຫ້ນັກຂ່າວສາກົນ
ຍສໝ - ໂດຍສືບຕໍ່ລາຍການກິດຈະກຳສຳລັບຄະນະຜູ້ແທນສື່ມວນຊົນສາກົນ ແລະ ສື່ມວນຊົນຫວຽດນາມຢູ່ຕ່າງປະເທດທີ່ເຂົ້າຮ່ວມ ແລະ ລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ໃນວັນທີ 21 ມັງກອນ 2026, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ສຳຫຼວດສະຖານທີ່ປະຫວັດສາດ ແລະ ວັດທະນະທຳທີ່ໂດດເດັ່ນຂອງນະຄອນຫາຍຟ່ອງ, ລວມທັງສະຖານທີ່ປະຫວັດສາດ ແບກດັງຢາງ, ວັດກຽດບາກ ແລະ ວັດກອນເຊີນ.
ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ
ຍສໝ - ທຸກໆປີໃນເດືອນສາມຕາມປະຕິທິນຈັນທະຄະຕິ, ກະແສມວນຊົນຈາກທຸກສາລະທິດຂອງປະເທດຊາດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ຕ່າງກໍ່ພາກັນມຸ່ງໜ້າສູ່ເຂດປູຊະນີຍະສະຖານປະຫວັດສາດ ວັດຮຸ່ງ, ເຊິ່ງເປັນສະຖານທີ່ເຕົ້າໂຮມຈິດວິນຍານອັນສັກສິດຂອງຊາດ ຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ