ຊຸດເສື້ອຍາວຫວຽດນາມປາກົດຕົວຕາມຖະໜົນໃນນະຄອນຊິດນີ, ອົດສະຕຣາລີ

09:18 | 19/10/2026

ຍສໝ - ວັນທີ 17/10, ຊາວຫວຽດນາມຫຼາຍກວ່າ 20 ຄົນ ຈາກຫຼາຍຮຸ່ນອາຍຸ ໄດ້ເຂົ້າຮ່ວມຂະບວນແຫ່ຊຸດເສື້ອຍາວຢູ່ເຂດ Bankstown, ນະຄອນຊິດນີ (ອົດສະຕຣາລີ), ພາຍໃນຂອບງານບຸນ Viet Soul 3, ປະກອບສ່ວນແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນທ້ອງຖິ່ນ.

ນັກການທູດຍິງກັບຊຸດເສື້ອຍາວ ຫວຽດນາມ - ເຊີດຊູຄວາມສວຍງາມ, ສີສັນວັດທະນະທຳຂອງຫວຽດນາມ ຄວາມພະຍາຍາມຜັກດັນຊຸດເສື້ອຍາວຫວຽດນາມ ໃຫ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງ UNESCO
ຊຸດເສື້ອຍາວຫວຽດນາມປາກົດຕົວຕາມຖະໜົນໃນນະຄອນຊິດນີ, ອົດສະຕຣາລີ
ຂະບວນແຫ່ໄດ້ເລີ່ມອອກຈາກໂຮງລະຄອນ Bryan Brown Theatre, ຜ່ານ Bankstown Plaza ແລະ ສະຖານີລົດໄຟ Bankstown. ກິດຈະກຳນີ້ຈັດໂດຍອົງການແລກປ່ຽນວັດທະນະທຳຫວຽດນາມ - ອົດສະຕຣາລີ (VACEO) ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໂດຍດຶງດູດທັງຜູ້ສູງອາຍຸ ແລະ ເດັກນ້ອຍເຊື້ອສາຍຫວຽດນາມເຂົ້າຮ່ວມ. ນອກຈາກລາຍການສິລະປະ “Viet Soul 3: ຮ່ອງຮອຍແຫ່ງດິນຕະກອນ” ແລ້ວ, ງານບຸນຍັງໄດ້ແນະນຳຊຸດສະສົມພາບແຕ້ມລົງຮັກ “ຄວາມຊົງຈຳໃນໄວເດັກ” ຂອງສິລະປິນ ຕູ໊ ກວຽນ ແລະ ຈັດສະແດງຜົນງານຈິດຕະກຳ 26 ຊິ້ນຂອງເດັກນ້ອຍຊາວຫວຽດນາມຢູ່ອົດສະຕຣາລີ, ສະທ້ອນໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນຜ່ານມຸມມອງຂອງຄົນຮຸ່ນໃໝ່.
ເປີດງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ: ການເຊື່ອມຕໍ່ປະຊາຊົນກັບປະຊາຊົນ ເປີດງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ: ການເຊື່ອມຕໍ່ປະຊາຊົນກັບປະຊາຊົນ
ຍສໝ - ຕອນ​ຄ່ຳ​ວັນ​ທີ 10 ຕຸລາ, ຢູ່​ກຳແພງພະລາຊະວັງ ທັງລອງ (ສູນອະນຸລັກມໍລະດົກ ທັງລອງ, ຮ່າ​ໂນ້ຍ) ໄດ້​ດຳ​ເນີນ​ພິ​ທີ​ເປີດ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ຮ່າ​ໂນ້ຍ.
ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ: ລະດົມທຶນ 2,5 ຕື້ດົ່ງໜູນຊ່ວຍຜູ້ປະສົບເຂດນ້ຳຖ້ວມ ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ: ລະດົມທຶນ 2,5 ຕື້ດົ່ງໜູນຊ່ວຍຜູ້ປະສົບເຂດນ້ຳຖ້ວມ
ຍສໝ - ຕອນ​ຄ່ຳ​ວັນ​ທີ 11 ຕຸລາ, ຢູ່ກຳແພງພະລາຊະວັງ ທັງລອງ, ການປະ​ມູນ​ຂຶ້ນກັບບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ໄປ​ຢ່າງ​ກະ​ຕື​ລື​ລົ້ນ, ເພື່ອ​ແນ​ໃສ່​ລະດົມ​ທຶນ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ເມື່ອ​ບໍ່​ດົນ​ມາ​ນີ້.

ຄຳສີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ