| ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືລັດຖະສະພາ ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ |
![]() |
| NOVAS ແມ່ນອົງການສະມາຄົມຂັ້ນລັດ ທີ່ຂຶ້ນກັບ SVAU ໂດຍກົງ. ຄະນະຂົນຂວາຍປະກອບມີ 9 ສະມາຊິກ, ນຳໂດຍ ຫງວຽນຫງອກແອັງ, ນັກສຶກສາປະລິນຍາໂທສາຂາວິທະຍາສາດຂໍ້ມູນ ທີ່ມະຫາວິທະຍາໄລ Charles Darwin, ເປັນຫົວໜ້າຄະນະ ແລະ ມີໜ້າທີ່ຈັດກອງປະຊຸມໃຫຍ່ຄັ້ງທີໜຶ່ງ ພາຍໃນ 90 ວັນ. ການສ້າງຕັ້ງ NOVAS ຊ່ວຍເພີ່ມການເຊື່ອມໂຍງ, ໜູນຊ່ວຍນັກສຶກສາຫວຽດນາມໃນການຮ່ຳຮຽນ, ຊີວິດການເປັນຢູ່ ແລະ ກິດຈະກຳຊຸມຊົນ, ພ້ອມທັງປະກອບສ່ວນຊຸກຍູ້ສາຍພົວພັນຫວຽດນາມ - ອົດສະຕາລີ. ດ້ວຍທີ່ຕັ້ງຂອງ Darwin ໃນຖານະເປັນປະຕູເຊື່ອມຕໍ່ອາຊີ, NOVAS ຄາດວ່າຈະກາຍເປັນຂົວເຊື່ອມລະຫວ່າງນັກສຶກສາ, ຊຸມຊົນຊາວຫວຽດນາມ ແລະ ບັນດາຄູ່ຮ່ວມຢູ່ທ້ອງຖິ່ນ. |
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ. |
ຍສໝ - ຢູ່ທີ່ ນະຄອນຫຼວງ ແຄນເບີຣາ, ທ່ານ ພົນເອກ ຟານວັນຢາງ ໄດ້ເຈລະຈາຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ອົດສະຕຣາລີ Richard Marles, ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ. |
ດວງດີ
