ສັງຄົມຊາວຫວຽດນາມອາໄສ ຢູ່ ສິງກະໂປ ຕ້ອນຮັບບຸນໄຫວ້ພະຈັນ ປີ 2026 ຢ່າງຟົດຟື້ນ

09:11 | 30/09/2026

ຍສໝ - ງານບຸນວັນເພັງ ບໍ່ພຽງແຕ່ຈຳລອງຄືນໃໝ່ຢ່າງຄົບຖ້ວນ ພື້ນທີ່ວັດທະນະທຳດັ້ງເດີມ ໃຫ້ແກ່ຊາວຫວຽດນາມ ຢູ່ ສິງກະໂປ ເທົ່ານັ້ນ, ແຕ່ຍັງເປັນການຢືນຢັນຢ່າງແຂງແຮງວ່າ: ບໍ່ວ່າຈະຢູ່ໃສກໍ່ຕາມ, ເອກະລັກ ແລະ ຈິດໃຈການໂຮມຊຸມນຸມຂອງຊາດ ຍັງຄົງເປັ່ງປະກາຍຍາມໃດ.

ຟອງຍາ - ແກ່ບ່າງ ໄດ້ຮັບສອງລາງວັນຈາກ World Travel Awards 2026 ເວທີປາໄສທະເລຫວຽດນາມ 2026 ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອເປົ້າໝາຍສ້າງປະເທດທາງທະເລທີ່ເຂັ້ມແຂງ
ສັງຄົມຊາວຫວຽດນາມອາໄສ ຢູ່ ສິງກະໂປ ຕ້ອນຮັບບຸນໄຫວ້ພະຈັນ ປີ 2026 ຢ່າງຟົດຟື້ນ
ໃນຕອນບ່າຍວັນທີ 19 ກັນຍາ, ງານບຸນໄຫວ້ພະຈັນ 2026 ໂດຍ ຄະນະຕິດຕໍ່ພົວພັນສັງຄົມຊາວຫວຽດນາມ ປະຈຳ ສິງກະໂປ (VNAS) ແລະ ສະຖານທູດ ຮ່ວມກັນຈັດຕັ້ງ ໄດ້ດຳເນີນໄປຢ່າງຟົດຟື້ນ, ດຶງດູດຊາວຕ່າງດ້າວ ແລະ ເພື່ອນມິດສາກົນ ເຂົ້າຮ່ວມຢ່າງຫຼວງຫຼາຍ. ເຫດການໄດ້ຈຳລອງຄືນໃໝ່ຢ່າງມີຊີວິດຊີວາ “ພື້ນທີ່ວັນເພັງເດືອນແປດ” ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ດ້ວຍໂຄມໄຟຮູບດາວ ແລະ ມຸມຖ່າຍຮູບ “ທາງຊ້າງເຜືອກແຫ່ງຄວາມຝັນ”. ຜູ້ເຂົ້າຮ່ວມໄດ້ເຊື່ອມຕົວເຂົ້າໃນບັນດາການຫຼິ້ນພື້ນເມືອງ, ຂໍຕົວໜັງສືສິລະປະປະດິດ, ແລກປ່ຽນສິລະປະ ແລະ ຮັບປະທານອາຫານດັ້ງເດີມ (ເຝີ, ຢໍຈືນ, ກາເຟ) ທີ່ເຂັ້ມຂຸ້ນໄປດ້ວຍເອກະລັກຫວຽດນາມ. ບໍ່ພຽງແຕ່ແມ່ນຈຸດນັດພົບໂຮມຊຸມນຸມທີ່ອົບອຸ່ນ ປ່ຽມລົ້ນໄປດ້ວຍສຽງຫົວ ເທົ່ານັ້ນ, ຄ່ຳຄືນງານບຸນຍັງນຳພາພາລະກິດອັນໃຫຍ່ຫຼວງຄື: ປົກປັກຮັກສາພາສາຫວຽດ, ລ້ຽງດູຈິດວິນຍານຫວຽດ ໃຫ້ແກ່ຄົນລຸ້ນໜຸ່ມ ທີ່ເກີດຢູ່ຕ່າງແດນ ແລະ ຮັດແໜ້ນຄວາມສາມັກຄີ ຂອງສັງຄົມຊາວຫວຽດນາມ ຢູ່ ສິງກະໂປ.
ເກືອບ 50 ປະເທດເຂົ້າຮ່ວມງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ປີ 2026 ເກືອບ 50 ປະເທດເຂົ້າຮ່ວມງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ປີ 2026
ຍສໝ - ແຕ່ວັນທີ 1-4/10/2026 ຢູ່ພະລາຊະວັງຫຼວງທັງລອງ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”, ໂດຍມີເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO.
SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ