ການທ່ອງທ່ຽວຫວຽດນາມດຶງດູດນັກທ່ອງທ່ຽວໃນງານວາງສະແດງສາກົນທີ່ໂປໂລຍ

16:38 | 15/10/2026

ຍສໝ - ທີ່ງານວາງສະແດງການທ່ອງທ່ຽວສາກົນ Warsaw Ptak Expo 2026 ຊຶ່ງຈັດຂຶ້ນຢູ່ສູນວາງສະແດງ Ptak Warsaw Expo (ໂປໂລຍ), ສະຖານທູດຫວຽດນາມປະຈຳໂປໂລຍໄດ້ຈັດພື້ນທີ່ແນະນຳບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວຂອງຫວຽດນາມ, ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວ ແລະ ທຸລະກິດສາກົນ, ພ້ອມທັງເປີດກວ້າງໂອກາດການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຫວຽດນາມກັບໂປໂລຍ ແລະ ຕະຫຼາດເອີຣົບ.

ຫວຽດນາມຕິດ 10 ອັນດັບຕົ້ນຂອງປະເທດຈຸດໝາຍປາຍທາງທີ່ນັກທ່ອງທ່ຽວສາກົນມັກຫຼາຍທີ່ສຸດໃນປີ 2026 ນຳປຶ້ມ ແລະ ວັດທະນະທຳຫວຽດນາມເຂົ້າສູ່ສະຖານທີ່ພັກເຊົາ ເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ

ງານວາງສະແດງການທ່ອງທ່ຽວສາກົນ Warsaw 2026 ແມ່ນໜຶ່ງໃນບັນດາກິດຈະກຳສົ່ງເສີມການຄ້າ ແລະ ໂຄສະນາວັດທະນະທຳ, ການທ່ອງທ່ຽວຂະໜາດໃຫຍ່ໃນພາກພື້ນເອີຣົບກາງ ແລະ ຕາເວັນອອກ, ໂດຍສົມທົບກິດຈະກຳເຊື່ອມຕໍ່ທຸລະກິດການທ່ອງທ່ຽວ (B2B) ກັບພື້ນທີ່ແນະນຳປະສົບການທ່ອງທ່ຽວສຳລັບປະຊາຊົນທົ່ວໄປ.

ໃນການເຂົ້າຮ່ວມງານຄັ້ງນີ້, ສະຖານທູດຫວຽດນາມປະຈຳໂປໂລຍໄດ້ແນະນຳຜະລິດຕະພັນ, ການບໍລິການ ແລະ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງຂອງຫວຽດນາມ. ກິດຈະກຳນີ້ຍັງສ້າງເງື່ອນໄຂໃຫ້ບັນດາທຸລະກິດນຳທ່ຽວຫວຽດນາມໄດ້ເຊື່ອມຕໍ່ໂດຍກົງກັບຄູ່ຮ່ວມມືຈາກໂປໂລຍ ແລະ ສາກົນ, ປະກອບສ່ວນເປີດກວ້າງໂອກາດການຮ່ວມມື.

ການທ່ອງທ່ຽວຫວຽດນາມດຶງດູດນັກທ່ອງທ່ຽວໃນງານວາງສະແດງສາກົນທີ່ໂປໂລຍ
ພື້ນທີ່ໂຄສະນາການທ່ອງທ່ຽວຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຊົມຈຳນວນຫຼວງຫຼາຍ ໃນງານວາງສະແດງການທ່ອງທ່ຽວສາກົນ Warsaw 2026 (ໂປໂລຍ).

ພື້ນທີ່ໂຄສະນາການທ່ອງທ່ຽວຫວຽດນາມໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຊົມ ແລະ ບັນດາທຸລະກິດຈຳນວນຫຼວງຫຼາຍ. ຜ່ານການແລກປ່ຽນຢູ່ໃນງານ, ນັກທ່ອງທ່ຽວ ແລະ ຄູ່ຮ່ວມມືຫຼາຍຝ່າຍໄດ້ສະແດງຄວາມປະທັບໃຈຕໍ່ບັນດາສະຖານທີ່, ຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວຂອງຫວຽດນາມ, ພ້ອມທັງປາຖະໜາຢາກສຶກສາຂໍ້ມູນເພີ່ມເຕີມ ເພື່ອວາງແຜນເດີນທາງໄປສຳຜັດປະສົບການທ່ອງທ່ຽວ ແລະ ພັດທະນາການຮ່ວມມື.

ຕາມຂໍ້ມູນທີ່ໄດ້ນຳສະເໜີ, ໃນປີ 2025, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວໂປໂລຍຫຼາຍກວ່າ 70.000 ເທື່ອຄົນ. ຈຳນວນນັກທ່ອງທ່ຽວຈາກຕະຫຼາດນີ້ຄາດວ່າຈະບັນລຸ 100.000 ເທື່ອຄົນໃນປີ 2026 ແລະ ສືບຕໍ່ເພີ່ມຂຶ້ນໃນໄລຍະຕໍ່ໜ້າ.

ບັນດາປັດໄຈທີ່ຄາດວ່າຈະຊຸກຍູ້ການທ່ອງທ່ຽວລະຫວ່າງສອງປະເທດ ລວມມີນະໂຍບາຍຍົກເວັ້ນວີຊາ 45 ວັນຂອງຫວຽດນາມສຳລັບນັກທ່ອງທ່ຽວໂປໂລຍ ແລະ ຫຼາຍປະເທດໃນເອີຣົບ, ແຜນການລົງນາມຂໍ້ຕົກລົງຮ່ວມມືດ້ານການທ່ອງທ່ຽວສອງຝ່າຍ, ພ້ອມທັງແຜນການຂອງສາຍການບິນແຫ່ງຊາດໂປໂລຍ (LOT) ທີ່ຄາດວ່າຈະເປີດຄືນເສັ້ນທາງບິນກົງ ຮ່າໂນ້ຍ - Warsaw ນັບແຕ່ເດືອນ 3/2027.

ທ່ານ ຮ່າ ຮວ່າງ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳໂປໂລຍ ປະເມີນວ່າ ການເຂົ້າຮ່ວມງານວາງສະແດງການທ່ອງທ່ຽວສາກົນ Warsaw Ptak Expo 2026 ສະແດງເຖິງການໃຫ້ຄວາມສຳຄັນຂອງຫວຽດນາມຕໍ່ວຽກງານສົ່ງເສີມການທ່ອງທ່ຽວຢູ່ໂປໂລຍ ແລະ ສະຫະພາບເອີຣົບ (EU), ຊຶ່ງເປັນບັນດາຕະຫຼາດທີ່ມີທ່າແຮງພັດທະນາສູງ.

ຕາມທ່ານເອກອັກຄະລັດຖະທູດ ຮ່າ ຮວ່າງ ຫາຍ ແລ້ວ, ກິດຈະກຳນີ້ບໍ່ພຽງແຕ່ຊຸກຍູ້ການໂຄສະນາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວເທົ່ານັ້ນ, ແຕ່ຍັງປະກອບສ່ວນແນະນຳພາບລັກຂອງປະເທດ, ຜູ້ຄົນ ແລະ ວັດທະນະທຳຫວຽດນາມ ໃຫ້ແກ່ປະຊາຊົນໂປໂລຍ ແລະ ພາກພື້ນເອີຣົບກາງ - ຕາເວັນອອກ.

ພ້ອມກັນນັ້ນ, ການເປີດກວ້າງການໂຄສະນາ ແລະ ການຮ່ວມມືດ້ານການທ່ອງທ່ຽວສາກົນ ຍັງປະກອບສ່ວນປະຕິບັດເປົ້າໝາຍການເຕີບໂຕສອງຫຼັກທີ່ລັດຖະບານໄດ້ວາງອອກສຳລັບປີ 2026 ແລະ ບັນດາປີຕໍ່ໄປ.

ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ
ຍສໝ - ດ້ວຍພື້ນທີ່ກວ້າງ 1.544 ເຮັກຕາ ຢູ່ແຄມໜອງດົ່ງໂມ, ລະບົບພູມສັນຖານນິເວດ, ສະຖາປັດຕະຍະກຳດັ້ງເດີມຂອງ 54 ເຜົ່າ ພ້ອມກັບຫຼາຍກິດຈະກຳວັດທະນະທຳ ແລະ ສຳຜັດປະສົບການ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຫາກໍໄດ້ຮັບການຮັບຮອງຈາກຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ເປັນເຂດທ່ອງທ່ຽວຂັ້ນນະຄອນ.
ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 17,7 ລ້ານເທື່ອຄົນ ໃນ 9 ເດືອນ ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 17,7 ລ້ານເທື່ອຄົນ ໃນ 9 ເດືອນ
ຍສໝ - ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາຫວຽດນາມໃນ 9 ເດືອນປີ 2026 ບັນລຸຫຼາຍກວ່າ 17,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,5% ທຽບກັບໄລຍະດຽວກັນຂອງປີ 2025 ແລະ ເທົ່າກັບເກືອບ 71% ຂອງເປົ້າໝາຍຕະຫຼອດປີ. ໃນນັ້ນ, ຕະຫຼາດເອີຣົບມີການເຕີບໂຕໂດດເດັ່ນ, ສະເພາະນັກທ່ອງທ່ຽວຣັດເຊຍເພີ່ມຂຶ້ນຫຼາຍກວ່າ 160%.

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ