ຂໍ້ມູນຈາກແພລດຟອມ Traveloka ລະບຸວ່າ ໃນໄລຍະເດືອນເມສາ - ພຶດສະພາ 2026, ເມື່ອທຽບກັບເດືອນມັງກອນ - ກຸມພາ 2026, ຈຳນວນການຄົ້ນຫາທີ່ພັກໃນເຂດໃຈກາງດານັງເພີ່ມຂຶ້ນ, ພ້ອມກັບການຂະຫຍາຍຄວາມສົນໃຈໄປສູ່ບັນດາເຂດໃກ້ຄຽງ. ຈາກທີ່ເຄີຍເປັນສະຖານທີ່ທ່ຽວຊົມປະກອບໃນເສັ້ນທາງທ່ອງທ່ຽວ, ຫຼາຍເຂດພວມກາຍເປັນຈຸດໝາຍປາຍທາງທີ່ມີສະເໜ່ດຶງດູດສະເພາະຕົວ.
ໃນນັ້ນ, ຫງູແຮ່ງເຊິນ (Ngũ Hành Sơn), ເຂດທັດສະນີຍະພາບ ແລະ ສະຖານທີ່ສັກກາລະບູຊາຕາມແຄມທະເລທາງທິດໃຕ້ຂອງດານັງ, ພ້ອມດ້ວຍບັນດາຫາດຊາຍທີ່ສະຫງົບງຽບ ມີຈຳນວນການຄົ້ນຫາທີ່ພັກເພີ່ມຂຶ້ນ 76%. ສ່ວນເມືອງເກົ່າໂຫ້ຍອານ (Hội An), ມໍລະດົກວັດທະນະທຳໂລກທີ່ UNESCO ຮັບຮອງ ແລະ ຕັ້ງຢູ່ຫ່າງຈາກໃຈກາງດານັງປະມານ 30 ກິໂລແມັດໄປທາງທິດໃຕ້, ມີການຄົ້ນຫາເພີ່ມຂຶ້ນ 52%. ຂະນະທີ່ແຫຼມເຊີນຈ່າ (Sơn Trà), ເຂດທີ່ມີວັດລິງອຶງ ແລະ ລະບົບນິເວດແຄມທະເລອັນອຸດົມສົມບູນ, ບັນທຶກອັດຕາເພີ່ມຂຶ້ນ 45%.
![]() |
| ນັກທ່ອງທ່ຽວເຊັກອິນຢູ່ຂົວຄຳ (ດານັງ). |
ຄວາມນິຍົມຂອງດານັງຍັງໄດ້ຮັບການຢືນຢັນເມື່ອ Lonely Planet ຈັດໃຫ້ນະຄອນແຫ່ງນີ້ຢູ່ອັນດັບທີ 2 ໃນລາຍຊື່ “ບັນດາຈຸດໝາຍປາຍທາງລະດູຮ້ອນທີ່ດຶງດູດໃຈທີ່ສຸດໃນອາຊີ”. ການຈັດອັນດັບນີ້ບໍ່ພຽງແຕ່ສະທ້ອນຄວາມງົດງາມຂອງທຳມະຊາດ, ແຕ່ຍັງສະແດງເຖິງບົດບາດທີ່ນັບມື້ນັບໂດດເດັ່ນຂອງດານັງ ໃນຖານະສູນກາງການທ່ອງທ່ຽວ, ພັກຜ່ອນ ແລະ ສຳຜັດປະສົບການຂອງພາກພື້ນ.
ສະເໜ່ດຶງດູດຂອງດານັງມາຈາກ 3 ປັດໄຈສຳຄັນ. ປັດໄຈທຳອິດແມ່ນການມີກິດຈະກຳທີ່ຫຼາກຫຼາຍ ແລະ ຈັດຂຶ້ນຢ່າງຕໍ່ເນື່ອງ, ຊ່ວຍດຶງດູດໃຫ້ນັກທ່ອງທ່ຽວພັກເຊົາດົນຂຶ້ນ. ບັນດາເຫດການລະດູຮ້ອນ 2026 ພວມກະຕຸ້ນໃຫ້ຜູ້ມາຢ້ຽມຢາມຂະຫຍາຍເວລາເດີນທາງ ແລະ ຄົ້ນຫາບັນດາຈຸດທ່ຽວຊົມອ້ອມຂ້າງ.
ທີ່ໂດດເດັ່ນແມ່ນ ເທດສະການດອກໄມ້ໄຟສາກົນດານັງ (DIFF 2026), ເຊິ່ງວາລະສານ Travel + Leisure ຈັດເຂົ້າໃນ 9 ເທດສະການລະດູຮ້ອນທີ່ໜ້າສຳຜັດປະສົບການທີ່ສຸດໃນໂລກ. ນອກຈາກນັ້ນ, ຍັງມີງານມະຫະກຳຮູບເງົາອາຊີດານັງ ຄັ້ງທີ IV (28 ມິຖຸນາ - 4 ກໍລະກົດ) ແລະ ເທດສະການຫວຽດນາມ - ຍີ່ປຸ່ນ (9-12 ກໍລະກົດ). ການສາມາດເຂົ້າຮ່ວມຫຼາຍກິດຈະກຳໃນການເດີນທາງຄັ້ງດຽວ ໄດ້ຊຸກຍູ້ໃຫ້ນັກທ່ອງທ່ຽວຂະຫຍາຍເສັ້ນທາງໄປຍັງບັນດາເຂດໃກ້ຄຽງ.
![]() |
| ເທສະການຈຸດບັ້ງໄຟດອກສາກົນດານັງ (DIFF 2026). |
ປັດໄຈທີສອງແມ່ນ ຄວາມຫຼາກຫຼາຍຂອງປະສົບການທ່ອງທ່ຽວທີ່ສາມາດເຂົ້າເຖິງໄດ້ໃນໄລຍະທາງບໍ່ໄກ. ຫງູແຮ່ງເຊິນມີຈຸດເດັ່ນດ້ານທັດສະນີຍະພາບທຳມະຊາດ ແລະ ໝູ່ບ້ານອາຊີບແກະສະຫຼັກຫີນສິລະປະພື້ນເມືອງ. ແຫຼມເຊີນຈ່າດຶງດູດດ້ວຍລະບົບນິເວດທີ່ອຸດົມສົມບູນ ແລະ ທິວທັດທະເລອັນງົດງາມ; ສ່ວນໂຫ້ຍອານມີສະເໜ່ຈາກມໍລະດົກວັດທະນະທຳທີ່ UNESCO ຮັບຮອງ, ພ້ອມກັບວິຖີຊີວິດທາງວັດທະນະທຳ ແລະ ກິດຈະກຳຍາມຄ່ຳຄືນທີ່ຟົດຟື້ນ.
ຄວາມແຕກຕ່າງທີ່ລົງຕົວຂອງບັນດາເຂດທ່ອງທ່ຽວນີ້ ຊ່ວຍໃຫ້ຜູ້ເດີນທາງສາມາດສຳຜັດຫຼາຍປະສົບການພາຍໃນການທ່ຽວໄລຍະສັ້ນ, ໂດຍບໍ່ຈຳເປັນຕ້ອງເດີນທາງໄກລະຫວ່າງແຕ່ລະຈຸດ.
ປັດໄຈທີສາມແມ່ນ ການທີ່ນັກທ່ອງທ່ຽວມີຄວາມລະອຽດຮອບຄອບຫຼາຍຂຶ້ນໃນຂັ້ນຕອນວາງແຜນການເດີນທາງ. ທ່າອ່ຽງຄົ້ນຫາທີ່ພັກຕາມແຕ່ລະເຂດສະແດງວ່າ ນັກທ່ອງທ່ຽວຫວຽດນາມ ແລະ ພາກພື້ນກຳລັງສຶກສາຂໍ້ມູນ, ປຽບທຽບທາງເລືອກ ແລະ ຈັດແຜນການທ່ຽວຂອງຕົນຢ່າງຮອບຄອບກວ່າເກົ່າ.
ນອກຈາກຄວາມນິຍົມທີ່ສະທ້ອນຜ່ານຂໍ້ມູນການຄົ້ນຫາແລ້ວ, ລະບົບໂຄງລ່າງພື້ນຖານ ແລະ ຄວາມສະດວກໃນການເຊື່ອມຕໍ່ເສັ້ນທາງຂອງດານັງ ຍັງຊ່ວຍໃຫ້ນະຄອນກາຍເປັນສູນກາງການເດີນທາງທີ່ເໝາະສົມ ສຳລັບການທ່ຽວຫຼາຍຈຸດໝາຍປາຍທາງໃນເຂດພາກກາງ.
ຈາກດານັງ, ນັກທ່ອງທ່ຽວສາມາດເດີນທາງໄປສຳຜັດບັນດາຈຸດທ່ຽວຊົມທີ່ໂດດເດັ່ນໄດ້ຢ່າງສະດວກ ເຊັ່ນ Sun World Bà Nà Hills ທີ່ມີຂົວຄຳເປັນສັນຍະລັກ, ການດຳນ້ຳຊົມປະກາລັງຢູ່ເຂດອະນຸລັກທະເລກູ່ລາວຈ່າມ (Cù Lao Chàm), ການສະແດງສິລະປະກາງແຈ້ງ “ຄວາມຊົງຈຳໂຫ້ຍອານ” ແລະ ການລ່ອງເຮືອກະດົ້ງໃນປ່າໝາກພ້າວບ໋າຍເມົາ (Bảy Mẫu).
| ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ - ລາວ (ຂຶ້ນກັບຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ລາວ), ແນໃສ່ກວດກາຄືນສະພາບການຈັດຕັ້ງປະຕິບັດບັນດາໜ້າທີ່, ແຜນການ, ແຜນງານການຮ່ວມມືລະຫວ່າງສອງປະເທດ ພາຍໃດໄລຍະ 6 ເດືອນຕົ້ນປີ 2026 ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມພາຍໃດໄລຍະຕໍ່ໜ້າ. |
| ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່ ຍສໝ - ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ... |
ມີງດຶກ

