Vietjet ແລະ ໄທ ຮ່ວມມືສົ່ງເສີມການທ່ອງທ່ຽວສູ່ຕະຫຼາດໂລກ

06:19 | 16/06/2026

ຍສໝ - ສາຍການບິນ Vietjet ແລະ ອົງການການທ່ອງທ່ຽວແຫ່ງປະເທດໄທ (TAT) ໄດ້ລົງນາມຂໍ້ຕົກລົງຮ່ວມມືຍຸດທະສາດ ເພື່ອຊຸກຍູ້ການທ່ອງທ່ຽວ, ຂະຫຍາຍການເຊື່ອມຕໍ່ທາງອາກາດ ແລະ ສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງປະເທດ, ພ້ອມທັງຮ່ວມກັນແນະນຳຈຸດໝາຍປາຍທາງຫວຽດນາມ - ໄທ ໃຫ້ເຂົ້າເຖິງນັກທ່ອງທ່ຽວທົ່ວໂລກ.

ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030
ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ
Vietjet ແລະ ໄທ ຮ່ວມມືສົ່ງເສີມການທ່ອງທ່ຽວສູ່ຕະຫຼາດໂລກ
ທ່ານນາຍົກລັດຖະມົນຕີໄທ ອະນຸທິນຊານວີຣະກູນ ເຂົ້າຮ່ວມເປັນສັກຂີພະຍານ ພາຍໃດພິທີຈັດຕັ້ງພິທີການຮ່ວມມື ລະຫວ່າງ ຜູ້ວ່າການ TAT ພ້ອມກັບ ສາຍການບິນ Vietjet ແລະ ບັນດາສະຫະກອນ/ວິສາຫະກິດ

ພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງຜູ້ວ່າການ TAT, ສາຍການບິນ Vietjet ແລະ ບັນດາອົງການ, ວິສາຫະກິດຄູ່ຮ່ວມມື ໄດ້ຈັດຂຶ້ນໂດຍມີທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເຂົ້າຮ່ວມເປັນສັກຂີພະຍານ.

ພ້ອມກັນນັ້ນ, ພິທີຍັງມີທ່ານ Suphajee Suthumpun, ຮອງນາຍົກລັດຖະມົນຕີໄທ ແລະ ທ່ານ Surasak Phancharoenworakul, ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທ, ເຂົ້າຮ່ວມເປັນສັກຂີພະຍານ.

ການລົງນາມຄັ້ງນີ້ເປັນການສືບຕໍ່ບັນດາຂີດໝາຍສຳຄັນຂອງ Vietjet ໃນການດຳເນີນກິດຈະການຢູ່ໄທ, ນັບແຕ່ການໃຫ້ບໍລິການຜູ້ໂດຍສານຄົບ 50 ລ້ານເທື່ອຄົນ, ແຜນພັດທະນາຝູງເຮືອບິນ Boeing ຮຸ່ນໃໝ່ ແລະ ໂຄງການບຳລຸງຮັກສາ, ສ້ອມແປງ ແລະ ປັບປຸງເຮືອບິນ (MRO) ຢູ່ U-Tapao, ໄປຈົນເຖິງບັນດາຂໍ້ລິເລີ່ມດ້ານບານເຕະ, ກິລາ, ວັດທະນະທຳ ແລະ ຊຸມຊົນ. ບັນດາກິດຈະກຳດັ່ງກ່າວຍັງຕິດພັນກັບໂອກາດລະນຶກ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ.

ຂະຫຍາຍການບິນ ສົ່ງເສີມ “ສອງປະເທດ - ໜຶ່ງການເດີນທາງ”

ພາຍໃຕ້ຂໍ້ຕົກລົງຮ່ວມມື, Vietjet ແລະ TAT ຈະຮ່ວມກັນສົ່ງເສີມບັນດາເສັ້ນທາງບິນທີ່ພວມໃຫ້ບໍລິການ ແລະ ສຶກສາຄວາມເປັນໄປໄດ້ໃນການເປີດເສັ້ນທາງບິນໃໝ່ລະຫວ່າງຫວຽດນາມ ແລະ ໄທ. ພ້ອມກັນນີ້, ສອງຝ່າຍຈະນຳໃຊ້ເຄືອຂ່າຍເສັ້ນທາງບິນສາກົນຂອງ Vietjet ທີ່ພວມຂະຫຍາຍຕົວ ເພື່ອດຶງດູດນັກທ່ອງທ່ຽວຈາກບັນດາຕະຫຼາດສຳຄັນ ເຊັ່ນ ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ຄາຊັກສະຖານ, ສາທາລະນະລັດເຊັກ ແລະ ບັນດາຕະຫຼາດທີ່ມີທ່າແຮງອື່ນໆ.

Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມມືກັນໂຄສະນາການທ່ອງທ່ຽວ ມຸ່ງໜ້ານັກທ່ອງທ່ຽວທົ່ວໂລກ
TAT ແລະ Vietjet ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມື ຕໍ່ໜ້າການເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານຮອງນາຍົກລັດຖະມົນຕີ Suphajee Suthumpun ແລະ ທ່ານລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທ Surasak Phancharoenworakul.

ອີກໜຶ່ງເນື້ອໃນສຳຄັນແມ່ນການຮ່ວມກັນຜັນຂະຫຍາຍຂໍ້ລິເລີ່ມ “Thailand – Vietnam: Two Countries, One Journey” (ໄທ - ຫວຽດນາມ: ສອງປະເທດ, ໜຶ່ງການເດີນທາງ). ຂໍ້ລິເລີ່ມນີ້ມຸ່ງແນະນຳຫວຽດນາມ ແລະ ໄທ ໃນຖານະຈຸດໝາຍປາຍທາງທ່ອງທ່ຽວທີ່ເຊື່ອມໂຍງກັນ ແລະ ມີສະເໜ່ຂອງອາຊີ, ຜ່ານບັນດາກິດຈະກຳສົ່ງເສີມ, ການສື່ສານ ແລະ ການໂຄສະນາຈຸດໝາຍປາຍທາງຢູ່ໃນລະບົບບໍລິການອັນຫຼາກຫຼາຍຂອງ Vietjet ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກ.

ນອກຈາກນັ້ນ, ການຮ່ວມມືຍັງເນັ້ນການພັດທະນາການທ່ອງທ່ຽວມູນຄ່າສູງ, ປະກອບມີ ການທ່ອງທ່ຽວ MICE, ການພັກຜ່ອນ, ກິລາກອຟ ແລະ ການທ່ອງທ່ຽວດ້ານສຸຂະພາບ. ບັນດາທິດທາງນີ້ຈະຕິດພັນກັບການພັດທະນາການທ່ອງທ່ຽວ ແລະ ການບິນຢ່າງຍືນຍົງ, ການອະນຸລັກຄຸນຄ່າວັດທະນະທຳ ພ້ອມທັງການຊ່ວຍເຫຼືອຊຸມຊົນທ້ອງຖິ່ນ.

ໃຊ້ກິລາ ແລະ ວັດທະນະທຳ ເປັນຂົວເຊື່ອມການທ່ອງທ່ຽວ

Vietjet ແລະ TAT ຈະປະສານງານກັນຈັດ ແລະ ສົ່ງເສີມບັນດາກິດຈະກຳດ້ານວັດທະນະທຳ, ກິລາ, ບັນເທີງ, ອາຫານ ແລະ ການທ່ອງທ່ຽວ. ໃນນັ້ນ, ບານເຕະຖືກກຳນົດເປັນໜຶ່ງໃນບັນດາຈຸດສຸມຂອງການຮ່ວມມືດ້ານກິລາ. ຜ່ານໂຄງການບານເຕະຊຸມຊົນ, ກິດຈະກຳທ່ອງທ່ຽວທີ່ຕິດພັນກັບບານເຕະ, ການອຸປະຖຳ ແລະ ກິດຈະກຳສຳລັບແຟນບານ, ສອງຝ່າຍຫວັງວ່າ ກິລາບານເຕະຈະກາຍເປັນຂົວເຊື່ອມສຳຄັນໃນການເພີ່ມພູນຄວາມເຂົ້າໃຈ, ຮັດແໜ້ນມິດຕະພາບ ແລະ ສົ່ງເສີມການແລກປ່ຽນປະຊາຊົນລະຫວ່າງຫວຽດນາມ - ໄທ ກໍຄືພາຍໃນພາກພື້ນອາຊຽນ.

ຕະຫຼອດກວ່າໜຶ່ງທົດສະວັດຜ່ານມາ, Vietjet ໄດ້ຮ່ວມເດີນທາງກັບວົງການບານເຕະ ແລະ ຟຸດຊໍ (Futsal) ຫວຽດນາມຢ່າງຕໍ່ເນື່ອງ, ຜ່ານຫຼາຍກິດຈະກຳອຸປະຖຳ, ການພັດທະນາກິລາຊຸມຊົນ ແລະ ການສະໜັບສະໜູນບັນດາທີມຊາດ.

ຜ່ານການຮ່ວມມືນີ້, ຫວຽດນາມ ແລະ ໄທ ຄາດຫວັງວ່າຈະສາມາດເສີມສ້າງບົດບາດຂອງຕົນໃນຖານະສອງປະຕູສຳຄັນທີ່ເຊື່ອມຕໍ່ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ, ພ້ອມທັງຊຸກຍູ້ການແລກປ່ຽນດ້ານບານເຕະ, ກິລາ ແລະ ວັດທະນະທຳ ລະຫວ່າງອາຊຽນກັບປະຊາຄົມໂລກ.

ເສີມສ້າງຂົວເຊື່ອມຍຸດທະສາດຫວຽດນາມ - ໄທ

ທ່ານນາງ ປອ. ຫງວຽນ ທິ ເຟືອງ ຖາວ, ປະທານສະພາບໍລິຫານກຸ່ມບໍລິສັດ Vietjet Group, ແບ່ງປັນວ່າ: “ໂດຍຜ່ານການຮ່ວມມືຮ່ວມກັບ ການທ່ອງທ່ຽວແຫ່ງປະເທດໄທ, ສາຍການບິນ Vietjet ມີຄວາມມຸ່ງຫວັງທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອກໍ່ສ້າງບັນດາການເດີນທາງ ທີ່ບໍ່ພຽງແຕ່ເຊື່ອມຕໍ່ຈຸດໝາຍປາຍທາງເທົ່ານັ້ນ ແຕ່ຍັງເຊື່ອມຕໍ່ທາງດ້ານວັດທະນາທຳ, ປະຊາຄົມ ແລະ ບັນດາແຮງຂັບເຄື່ອນແຫ່ງການເຕີບໂຕໃໝ່, ປະກອບສ່ວນພູນຄູນສ້າງສາຍພົວພັນມິດຕະພາບ ປະເທດ ຫວຽດນາມ - ປະເທດ ໄທ ແລະ ຊຸກຍູ້ໃຫ້ ASEAN ນັບມື້ນັບມີຄວາມຜູກພັນ, ກະຕືລືລົ້ນ ແລະ ວັດທະນາຖາວອນ.”

ການຮ່ວມມືດ້ານຍຸຕິທຳ ຫວຽດນາມ-ລາວ: ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ການຮ່ວມມືດ້ານຍຸຕິທຳ ຫວຽດນາມ-ລາວ: ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ

ຍສໝ - ນັບຕັ້ງແຕ່ປີ 2011 ຫາ ປີ 2024, ປະເທດ ຫວຽດນາມ ແລະ ປະເທດ ລາວ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ຄົບຮອບ 6 ຄັ້ງ, ໂດຍຜ່ານນັ້ນກໍໄດ້ປະກອບສ່ວນເພີ່ມທະວີການປະສານງານ, ຊຸກຍູ້ສາຍພົວພັນການຮ່ວມມືທີ່ສະໜິດແໜ້ນ ແລະ ຜູກພັນກັນຄືແຂ້ວກັບລິ້ນ ລະຫວ່າງ ກະຊວງຍຸຕິທຳ ຂອງສອງປະເທດ.

ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ

ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ