ອາຟຣິກາໃຕ້ ໄດ້ຕີລາຄາສູງແນວທາງນະໂຍບາຍການຕ່າງປະເທດ ຂອງຫວຽດນາມ

16:30 | 07/09/2020

ຍສໝ - ຫວຽດນາມ ແລະ ອາຟະລິກາໃຕ້ ໄດ້ຍູ້ແຮງການເຄື່ອນໄຫວແລກປ່ຽນ, ສ້າງກຳລັງໜູນເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ຢ່າງລວງເລິກ, ແທດຈິງ, ມີປະສິດທິຜົນ.

ອາຟຣ ກາໃຕ ໄດ ຕ ລາຄາສ ງແນວທາງນະໂຍບາຍການຕ າງປະເທດ ຂອງຫວຽດນາມ ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ
ອາຟຣ ກາໃຕ ໄດ ຕ ລາຄາສ ງແນວທາງນະໂຍບາຍການຕ າງປະເທດ ຂອງຫວຽດນາມ ອາຟຣິກາໃຕ້ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າໃນອາຊີຕາເວັນອອກສ່ຽງໃຕ້

ຕາມສຳນັກຂ່າວສານຫວຽດນາມ ປະຈຳອາຟະລິກາໃຕ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ, ໜັງສືພິມໃຫຍ່ອາຟຣິກາໃຕ້ຫຼາຍສະບັບ ໄດ້ລົງພິມບົດຂຽນແນະນຳ ຂະບວນການຕໍ່ສູ້ປົດປ່ອຍຊາດຂອງຫວຽດນາມ ທີ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ, ນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະ ບາງຜົນງານທີ່ພົ້ນເດັ່ນ, ການປະກອບສ່ວນຂອງຫວຽດນາມເຂົ້າໃນບັນດາອົງການຈັດຕັ້ງຫຼາຍຝ່າຍ ໃນພາກພື້ນ ແລະ ທົ່ວໂລກ.

ບັນດາບົດຂຽນດັ່ງກ່າວລ້ວນແຕ່ຢັ້ງຢືນວ່າ ພາຍໃຕ້ການນຳພາທີ່ເດັດຂາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ, ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະ ຕໍ່ການບຸກໂຈມຕີຂອງພວກຈັກກະພັດລ່າເມືອງຂຶ້ນ, ກໍ່ຄືການກໍ່ສ້າງ ແລະ ພັດທະນາປະເທດຊາດ.

ອາຟຣ ກາໃຕ ໄດ ຕ ລາຄາສ ງແນວທາງນະໂຍບາຍການຕ າງປະເທດ ຂອງຫວຽດນາມ
ພິທີຊັກທຸງຊາດໃນວັນຊາດທີ 2 ກັນຍາ ທີ່ສະຖານທູດຫວຽດນາມປະຈຳ ອາຟຣິກາໃຕ້. (ພາບ: TTXVN)

ນະໂຍບາຍປ່ຽນໃໝ່ດ້ວຍວິໄສທັດເລິກກວ້າງ ຂອງພັກກອມມູນິດຫວຽດນາມ ເຊິ່ງໄດ້ປະຕິບັດມາເປັນເວລາ 35 ປີ ແມ່ນສະແດງໃຫ້ເຫັນຜົນສຳເລັດຫຼາຍຢ່າງ. ພື້ນຖານເສດຖະກິດຫວຽດນາມ ພວມບັນລຸລະດັບເຕີບໂຕທີ່ໝັ້ນຄົງ ແລະ ສົມເຫດສົມຜົນ, ເສດຖະກິດມະຫາພາກມີຄວາມໝັ້ນຄົງ ແລະ ນຳມາຜົນປະໂຫຍດໃຫ້ແກ່ພາກພື້ນ.

ບັນດາບົດຂຽນທັງໝົດລ້ວນແຕ່ເນັ້ນໜັກວ່າເຖິງວ່າໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດ COVID-19, ທະນາຄານໂລກ (WB) ຍັງໄດ້ຄາດຄະເນວ່າ ພື້ນຖານເສດຖະກິດຫວຽດນາມສາມາດເຕີບໂຕໄດ້ໃນລະດັບ 3-4% ໃນປີ 2020 ແລະ ຫວຽດນາມໄດ້ຖືວ່າເປັນໜຶ່ງໃນບັນດາປະເທດ ທີ່ມີແງ່ຫວັງໃນພາກພື້ນ. ດ້ວຍບັນດາໝາກຜົນທີ່ໜ້າປະທັບໃຈໃນການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນເຊິ່ງຫວຽດນາມບັນລຸໄດ້ໃນຊຸມປີມໍ່ໆມານີ້, ບັນດາອົງການຈັດຕັ້ງສາກົນ ໄດ້ຕີລາຄາສູງຕໍ່ແງ່ຫວັງຂອງຫວຽດນາມໃນຊຸມປີຕໍ່ໜ້າ.

ກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ອາຟະລິກາໃຕ້, ບັນດາບົດຂຽນຢັ້ງຢືນວ່າ ໃນຫຼາຍທົດສະວັດທີ່ຜ່ານມາ, ຫວຽດນາມ ແລະ ອາຟຣິກາໃຕ້ ໄດ້ເພີ່ມທະວີສາຍພົວພັນຮ່ວມມື ແລະ ມິດຕະພາບທີ່ແໜ້ນແຟ້ນ. ຫວຽດນາມ ແລະ ອາຟະລິກາໃຕ້ ໄດ້ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງຝ່າຍໃຫ້ເຂົ້າສູ່ຢ່າງລວງເລິກ, ແທດຈິງ, ມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດສະເພາະໃຫ້ແກ່ປະຊາຊົນສອງປະເທດ.

ອາຟຣ ກາໃຕ ໄດ ຕ ລາຄາສ ງແນວທາງນະໂຍບາຍການຕ າງປະເທດ ຂອງຫວຽດນາມ AIPA 41: ບັນດາປະເທດຕີລາຄາສູງວຽກງານການກະກຽມຂອງຫວຽດນາມ

ຍສໝ - ຕາມທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ ແລ້ວ, ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ.

ອາຟຣ ກາໃຕ ໄດ ຕ ລາຄາສ ງແນວທາງນະໂຍບາຍການຕ າງປະເທດ ຂອງຫວຽດນາມ ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.

ອາຟຣ ກາໃຕ ໄດ ຕ ລາຄາສ ງແນວທາງນະໂຍບາຍການຕ າງປະເທດ ຂອງຫວຽດນາມ ສະຖານທູດຫວຽດນາມ ໄດ້ຈັດພິທີມອບຂອງຂວັນໃຫ້ແກ່ນັກເຝິກງານຫວຽດນາມ ທີ່ຍີ່ປຸ່ນ

ຍສໝ - ຜູ້ຕາງໜ້າບໍລິສັດ AEON ຈຳກັດ ໄດ້ສະແດງຄວາມດີໃຈທີ່ໄດ້ສະໜັບສະໜູນ ໂຄງການສົ່ງເສີມການສຶກສາຂອງສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.