ອາຟຣິກາໃຕ້ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າໃນອາຊີຕາເວັນອອກສ່ຽງໃຕ້

11:30 | 28/01/2020

ຍສໝ - ອາຟຣິກາໃຕ້ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ນຳໜ້າ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈະສືບຕໍ່ບຸກບືນ, ພະຍາຍາມຫຼາຍກວ່າເກົ່າເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ ໃນອະນາຄົດອັນໃກ້ນີ້.

ນີ້ແມ່ນຄຳຢືນຢັນ ຂອງທ່ານຮອງລັດຖະມົນຕີການຕ່າງປະເທດອາຟຣິກາໃຕ້ Candith Mashego-Dlamini ໃນການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາຟະລິກາໃຕ້ ວູວັນຢູ໋ງ ແລະ ພັນລະຍາໃນວັນທີ 27 ມັງກອນ, ເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດສິ້ນສຸດອາຍຸການດຳລົງຕຳແໜ່ງປະຈຳອາຟະລິກາໃຕ້.

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ Dlamini ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ວູວັນຢູ໋ງ ເຊິ່ງມີອາຍຸການດຳລົງຕຳແໜ່ງ ໄດ້ຮັບສຳເລັດຜົນ, ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ລະຫວ່າງສອງປະເທດກໍ່ຄືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

ອາຟຣິກາໃຕ້ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າໃນອາຊີຕາເວັນອອກສ່ຽງໃຕ້

ທ່ານເອກອັກຄະລັດຖະທູດ ວູວັນຢູ໋ງ ກ່າວຄຳເຫັນທີ່ພິທີ. (ພາບ: bnews.vn)

ທ່ານຮອງລັດຖະມົນຕີ Dlamini ຢືນຢັນວ່າ ອາຟະລິກາໃຕ້ ເອົາໃຈໃສ່ເຖິງການພັດທະນາຂອງການພົວພັນກັບ ຫວຽດນາມ, ພ້ອມທີ່ຈະຮ່ວມມືກັບ ຫວຽດນາມ ເພື່ອປະຕິບັດຄວາມຮັບຮູ້ລວມຂອງບັນດາການນຳຂັ້ນສູງ, ສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດ ໄດ້ເລິກເຊິ່ງກ່ວາອີກ ກ່ຽວກັບເສດຖະກິດ, ການຄ້າ, ການລົງທືນ, ການທ່ອງທ່ຽວ, ວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳ, ການສຶກສາ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບພາກພື້ນ, ການຮ່ວມມື ແລະ ການພັດທະນາພາກພື້ນ ແລະ ໃນໂລກ.

ທ່ານເອກອັກຄະລັດຖະທູດ ວູວັນຢູ໋ງ ຂໍສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ Dlamini ກໍ່ຄືກະຊວງການຕ່າງປະເທດອາຟຣິກາໃຕ້ ທີ່ໄດ້ໃຫ້ຄວາມສົນໃຈ, ສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດ, ສ້າງເງື່ອນໄຂສະດວກໃຫ້ແກ່ທ່ານເອກອັກຄະລັດຖະທູດ ແລະ ສະຖານທູດ ຫວຽດນາມ ໃນການປະຕິບັດພາລະກິດຂອງຕົນ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກ ວ່າ, ຈະສືບຕໍ່ຍູ້ແຮງການພັດທະນາພາຍຫຼັງທີ່ສອງປະເທດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການທູດໃນປີ 2018, ດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ສາຍພົວພັນສອງປະເທດຈະສືບຕໍ່ໄດ້ຮັບການເພີ່ມທະວີຢ່າງແຮງກ່ວາອີກ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.