ໂຮງຮຽນປະຖົມສຶກສາ ເທສະບານເມືອງ ເຈື່ອງຊາ ໄຂສົກຮຽນໃໝ່ 2020-2021

19:45 | 05/09/2020

ຍສໝ - ຕອນເຊົ້າວັນທີ 3 ກັນຍາ, ບັນດາຄູອາຈານ ແລະ ນັກຮຽນຂອງໂຮງຮຽນປະຖົມສຶກສາເຈື່ອງຊາ (ເມືອງເຈື່ອງຊາ, ແຂວງແຄງຮວ່າ) ແລ ະພະນັກງານ, ນັກຮົບ, ພໍ່ແມ່ ແລະນັກຮຽນຢູ່ເກາະໄດ້ເຂົ້າຮ່ວມພິທີໄຂສົກຮຽນ ໃໝ່ 2020-2021.    

ໂຮງຮຽນປະຖ ມສ ກສາ ເທສະບານເມ ອງ ເຈ ອງຊາ ໄຂສ ກຮຽນໃໝ 2020 2021 ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ
ໂຮງຮຽນປະຖ ມສ ກສາ ເທສະບານເມ ອງ ເຈ ອງຊາ ໄຂສ ກຮຽນໃໝ 2020 2021 ບໍລິສັດຂອງຫວຽດນາມ ເຂົ້າຮ່ວມການພັດທະນາໄຟຟ້າແສງຕາເວັນຢູ່ລາວ

ຕາງໜ້າໃຫ້ອໍານາດການປົກຄອງທ້ອງຖິ່ນ, ທ່ານ ຈີ້ງຊວນຮວນ - ປະທານຄະນະກຳ ມະການປະຊາຊົນເທສະບານເມືອງ ເຈື່ອງຊາ ໄດ້ໂອ້ລົມ, ຊົມເຊີຍ, ລະດົມກຳລັງໃຈ, ຕັກເຕືອນ ຄູອາຈານ ແລະ ນັກຮຽນຂອງໂຮງຮຽນສືບຕໍ່ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ແຂ່ງຂັນການສອນດີ,ຮຽນເກັ່ງ, ເໝາະສົມກັບຮີດຄອງປະເພນີຂອງເກາະເຈື່ອງຊາ - ໜ່ວຍງານວິລະຊົນກໍສາລັງປະກອບອາວຸດປະຊາຊົນ, ພະຍາຍາມເປັນລູກທີ່ດີ, ເປັນນັກຮຽນເກັ່ງ, ຫຼານຄຳຮູ້ຂອງລຸງໂຮ່.

ໂຮງຮຽນປະຖ ມສ ກສາ ເທສະບານເມ ອງ ເຈ ອງຊາ ໄຂສ ກຮຽນໃໝ 2020 2021
ໂຮງຮຽນປະຖົມສຶກສາ ເທສະບານເມືອງ ເຈື່ອງຊາ ໄຂສົກຮຽນໃໝ່ 2020-2021.ພາບ:TA

ໃນພິທີ, ອຳນາດການປົກຄອງ ແລະບັນດາຫົວໜ່ວຍ ຢູ່ເທິງເກາະໄດ້ມອບຂອງຂວັນທີ່ມີຄວາມໝາຍ ຫລາຍຢ່າງໃຫ້ແກ່ພວກນ້ອງນັກຮຽນ, ລະດົມກຳ ລັງໃຈເຂົາເຈົ້າໃຫ້ມານະພະຍາຍາມຈົນສຸດຄວາມສາມາດໃນການຮໍ່າຮຽນ, ແລະບັນລຸໝາກຜົນສູງໃນສົກຮຽນໃໝ່ ໃຫ້ເໝາະສົມກັບຫຼານຄຳຮູ້ຂອງລຸງໂຮ່.

ວັນທີ 04 ກັນຍາ, ໃນຈົດໝາຍສົ່ງເຖິງຂະແໜງການສຶກສາ ຫວຽດນາມ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2020 – 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນດາໝາກຜົນຂອງຂະແໜງການສຶກສາ ບັນລຸໄດ້ໃນສົກຮຽນຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍ່ຕາມ. ໃນສົກຮຽນໃໝ່ 2020 – 2021, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ຂະແໜງການສຶກສາ ຄວນສືບຕໍ່ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຈັດຕັ້ງການຮ່ຳຮຽນໃຫ້ແກ່ນັກຮຽນ, ນັກສຶກສາເປັນຢ່າງດີ.

ທ່ານເລຂາທິການໃຫຍ່, ປະທານປະເທດກໍ່ປາດຖະໜາຢາກໃຫ້ຂະແໜງການສຶກສາ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຮັກສາຄຸນທາດດ້ານການເມືອງ, ຄຸນສົມບັດປະຕິວັດ, ມີຄວາມສຸດອົກສຸດໃຈຕໍ່ອາຊີບ, ມີຫົວຄິດປະດິດສ້າງ, ປະກອບສ່ວນຫລາຍກ່ວາອີກເຂົ້າໃນພາລະກິດປ່ຽນແປງໃໝ່ພື້ນຖານການສຶກສາ ຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ.

ຕອນເຊົ້າວັນທີ 5 ກັນຍາ ມີນັກຮຽນເກືອບ 23 ລ້ານຄົນໃນທົ່ວປະເທດຫວຽດນາມໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ 2020- 2021 ຕາມຮູບການກະທັດລັດ, ຮັບປະກັນຄວາມປອດໄພ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19. ຢູ່ນະຄອນຫລວງ ຮ່າໂນ້ຍ ມີນັກຮຽນເກືອບ 2,1 ລ້ານຄົນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່. ທ່ານ ເວືອງດີງເຫ້ວ, ສາດສະດາຈານ, ປອ ນາຍຄູດີເດັ່ນ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຢ໋າງຫວໍ ເມືອງ ບາດີງ - ຮ່າໂນ້ຍ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມຟຸ່ງກວັກຫຽນ ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ຢູ່ ໂຮງຮຽນອະນຸບານ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ຫງວຽນຊຽວ - ຮ່າໂນ້ຍ.

ໂຮງຮຽນປະຖ ມສ ກສາ ເທສະບານເມ ອງ ເຈ ອງຊາ ໄຂສ ກຮຽນໃໝ 2020 2021 Army Games 2020: ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ

ຍສໝ - ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.

ໂຮງຮຽນປະຖ ມສ ກສາ ເທສະບານເມ ອງ ເຈ ອງຊາ ໄຂສ ກຮຽນໃໝ 2020 2021 ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ

ຍສໝ - ອົງການຕາງໜ້າທາງ​ດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ວິສາຫະກິດຕ່າງໆ​ຢູ່ ລາວ ທີ່ໃຫ້ມີຄວາມຕ້ອງການ

ໂຮງຮຽນປະຖ ມສ ກສາ ເທສະບານເມ ອງ ເຈ ອງຊາ ໄຂສ ກຮຽນໃໝ 2020 2021 ຫວຽດນາມ: ເຊື່ອມໂຍງ ແລະ ປ່ຽນແປງໃໝ່

ບໍ່ພຽງແຕ່ຮັກສາໄດ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກ ຫວຽດນາມ ຍັງດຶງດູດໄດ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນ ແລະ ໃນເວທີສາກົນອີກດ້ວຍ.

ໄຊພອນ

ເຫດການ
302 Found

Found

The document has moved here.