ຫວຽດນາມ: ເຊື່ອມໂຍງ ແລະ ປ່ຽນແປງໃໝ່

11:09 | 04/09/2020

ບໍ່ພຽງແຕ່ຮັກສາໄດ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກ ຫວຽດນາມ ຍັງດຶງດູດໄດ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນ ແລະ ໃນເວທີສາກົນອີກດ້ວຍ.

ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ ບັນດາການເຄື່ອນໄຫວສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ຫລາຍປະເທດ
ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ ຊາວໜຸ່ມກະຊວງ ຖວທ ຢ້ຽມຊົມງານວາງສະແດງຮູບພາບການຮ່ວມມື ລາວ-ຫວຽດນາມ
ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ
ພາບປະກອບ

ໃນຕະຫລອດ 75 ປີຜ່ານມາ, ບັນດາແນວຄວາມຄິດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງການປະກາດເອກະລາດວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງອັນໃຫຍ່ຫລວງຂອງທົ່ວປະເທດ ຫວຽດນາມ, ນຳປະເທດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາເອກະລາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະ ພັດທະນາ, ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນບັນດາຂົງເຂດເກືອບທັງໝົດ. ໂດຍສືບທອດແນວຄວາມຄິດ, ນະໂຍບາຍການຕ່າງປະເທດຂອງປະທານໂຮ່ຈີມິນ ແລະ ປະຕິບັດແນວທາງປ່ຽນແປງໃໝ່ໄປພ້ອມໆກັນ, ໃນຕະຫລອດ 75 ປີຜ່ານມາ, ການປະຕິວັດຂອງ ຫວຽດນາມ ໄດ້ບັນລຸຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ບໍ່ພຽງແຕ່ຮັກສາໄດ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກ ຫວຽດນາມ ຍັງດຶງດູດໄດ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນ ແລະ ໃນເວທີສາກົນອີກດ້ວຍ.

ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດນຳໜ້າຂອງຂະບວນການປົດປ່ອຍຊາດເທົ່ານັ້ນ ຫາກຍັງແມ່ນຮູບແບບຂອງການປ່ຽນແປງໃໝ່, ພັດທະນາ, ສັນຕິພາບ, ກ້າວໜ້າ, ວັດທະນາຖາວອນໃນສາຍຕາຂອງເພື່ອນມິດສາກົນອີກດ້ວຍ. ຖ້າຫາກວ່າໃນອະດີດຕະການ ຫວຽດນາມ ໄດ້ສ້າງຂີດໝາຍຕໍ່ເພື່ອນມິດສາກົນດ້ວຍຄວາມມຸ່ງຫວັງທີ່ແຮງກ້ານັ້ນແມ່ນນຳເອົາສັນຕິພາບມາໃຫ້ປະເທດນັ້ນ, ປະຈຸບັນ, ໂລກໄດ້ເຫັນປະຈັກຕາຫວຽດນາມມີການປ່ຽນແປງຢ່າງແຮງ, ຂະຫຍັນຂັນເຄື່ອນໃນການພັດທະນາເສດຖະກິດ, ກາຍເປັນປະເທດພົ້ນເດັ່ນກ່ຽວກັບການເຕີບໂຕເສດຖະກິດໃນພາກພື້ນ. ຈາກປະເທດທີ່ທຸກຍາກ, ມີພື້ນຖານວັດຖຸເຕັກນິກ, ໂຄງປະກອບໂຄງລ່າງເສດຖະກິດສັງຄົມຫຼ້າຫຼັງ, ລະດັບຄວາມຮູ້ຕ່ຳ ໄດ້ບືນຕົວຂຶ້ນກາຍເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງ.

ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ

ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 - 2021 (ພາບTTXVN)

ກິດຈະການປ່ຽນແປງໃໝ່, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບສາກົນໄດ້ເຮັດໃຫ້ຫວຽດນາມ ກາຍເປັນພາກສ່ວນສຳຄັນຂອງພາກພື້ນ ແລະໂລກເທື່ອລະກ້າວ. ປະຈຸບັນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງຫຼາຍປະເທດ, ໃນນັ້ນລວມມີບັນດາປະເທດມະຫາອຳນາດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 189/193 ປະເທດສະມາຊິກສະຫະປະຊາຊາດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານກັບ 30 ປະເທດ. ຫວຽດນາມ ໄດ້ກາຍເປັນຕ່ອງໂສ່ສຳຄັນໃນການຮ່ວມສຳພັນເສດຖະກິດທົ່ວໂລກ ໂດຍຜ່ານການເຊັນສັນຍາການຄ້າເສລີຫລາຍສະບັບ, ຜ່ານນັ້ນ ໄດ້ສ້າງບັນດາກຳລັງໜູນອັນໃຫຍ່ຫລວງໃຫ້ແກ່ການພັດທະນາ ຄືສັນຍາການຄ້າເສລີກັບສະຫະພາບເອີຣົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ນີ້ ກໍ່ເປັນຕົວຢ່າງໜຶ່ງ.

ໄດ້ກ້າວເດີນອອກຈາກສົງຄາມ 2 ຄັ້ງ, ຫວຽດນາມ ໄດ້ສ້າງຄວາມປະທັບໃຈກັບເພື່ອນມິດສາກົນ ດ້ວຍຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບຢ່າງແຮງກ້າໃຫ້ແກ່ຊົນຊາດຕົນ. ປະຈຸບັນ, ໂລກໄດ້ເຫັນປະຈັກຕາ ຫວຽດນາມ ກາຍເປັນດິນແດນເພາະບົ່ມໃຫ້ແກ່ສັນຕິພາບ. ເປັນຄັ້ງທີ 2, ທີ່ປະເທດ ຫວຽດນາມ ໄດ້ມີຊື່ຢູ່ອົງການຈັດຕັ້ງຫລາຍຝ່າຍໃຫຍ່ກ່ວາໝູ່ໃນທົ່ວໂລກຢ່າງທະນົງອົງອາດ ເມື່ອ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ດ້ວຍບັດສະໜັບສະໜູນສູງສຸດໃນປະຫວັດສາດການປ່ອນບັດຂອງສະຫະປະຊາຊາດ. ຈາກປະເທດໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ເພື່ອນມິດສາກົນໄດ້ໄວ້ເນື້ອເຊື່ອໃຈເລືອກຕັ້ງຫວຽດນາມ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດສອງເທື່ອ, ເພື່ອເຂົ້າຮ່ວມປຶກສາຫາລື, ຕັດສິນບັນດາບັນຫາກ່ຽວກັບສັນຕິພາບ ແລະສະຖຽນລະພາບສາກົນ.

ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ ກົງສຸນໃຫຍ່ຂອງຫວຽດນາມ ປະຈໍາ ຂອນແກ່ນ ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2 ກັນຍາ

ຍສໝ - ເນື່ອງໃນໂອກາດນີ້, ສະຖານກົງສຸນໃຫຍ່ຫວຽດນາມ ໄດ້ມອບໃບຢັ້ງຢືນຂອງສະຖານກົງສຸນໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດໄທ 45 ຄົນ ສຳລັບການປະກອບສ່ວນອັນລ້ຳຄ່າຂອງປະຊາຄົມຊາວຫວຽດນາມທີ່ບ່ອນຢູ່ອາໄສຂອງພວກເຂົາ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງ ແລະ ການພັດທະນາຊຸມຊົນຊາວຫວຽດນາມ ຢູ່ ເຂດຕາເວັນອອກສຽງເໜືອຂອງປະເທດໄທ.

ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ ຄະນະນຳກະຊວງປ້ອງກັນປະເທດລາວ ໄດ້ເຂົ້າອວຍພອນວັນຊາດຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 2 ກັນຍາ 2020, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ.ລາວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນບ່າຮຸ່ງ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ...

ຫວຽດນາມ ເຊ ອມໂຍງ ແລະ ປ ຽນແປງໃໝ ຄວາມປະທັບໃຈຕໍ່ມິດຕະພາບຫວຽດນາມ - ເຊັກ ຜ່ານການວາງສະແດງຮູບພາບ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ”

ຍສໝ - ງານວາງສະແດງປະກອບມີຮູບພາບ 75 ແຜ່ນ, ເຊິ່ງສະແດງເຖິງ 75 ປີແຫ່ງການຕໍ່ສູ້ວິລະຊົນ ແລະປະຫວັດສາດການພັດທະນາຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.