ຄະນະກໍາມະທິການສາທາລະນະສຸກປະເທດໂຮນລັງ - ຫວຽດນາມ (MCNV): ເພື່ອຊ່ວຍໃຫ້ເດັກນ້ອຍຫລາຍຮ້ອຍຄົນຊົນເຜົ່າຈໍາໂລຍມີສຸຂະພາບແຂງແຮງ

00:54 | 14/05/2019

ຍສໝ-ຫ່າງຈາກນະຄອນຕີວຮວ່າຫລາຍກວ່າ 100 ກິໂລແມັດຕາມທິດຕາເວັນຕົກສ່ຽງເຫນືອ, ຕາແສງຝູເໝີຢູ່ເຂດພູດອຍ, ເມືອງດົ່ງຊວນ (ຟູອຽນ) ທີ່ແຍກອອກຈາກເຂດທົ່ງພຽງ. ທີ່ນີ້ມີ 100% ຂອງຈໍານວນປະຊາຊົນທັງໝົດແມ່ນຊົນເຜົ່າຈໍາໂລຍ. 25% ຂອງເດັກນ້ອຍຂາດສານອາຫານ.

ຄະນະກໍາມະທິການສາທາລະນະສຸກປະເທດໂຮນລັງ - ຫວຽດນາມ (MCNV): ເພື່ອຊ່ວຍໃຫ້ເດັກນ້ອຍຫລາຍຮ້ອຍຄົນຊົນເຜົ່າຈໍາໂລຍມີສຸຂະພາບແຂງແຮງ

ເອື້ອຍ ສື້ ກະກຽມແຕ່ງກິນໃຫ້ຄົວຄົວ

ຄະນະກໍາມະທິການສະທາລະນະສຸກປະເທດໂຮນລັງ - ຫວຽດນາມ (MCNV) ໄດ້ມີການສະຖິຕິຂ້າງເທີງ ແລະ ອົງການຈັດຕັ້ງນີ້ໄດ້ປະສານສົມທົບກັບທ້ອງຖິ່ນເພື່ອຊ່ວຍໃຫ້ເດັກນ້ອຍມີອາຫານຂອງກິນທີ່ມີທາດບໍາລຸງ ແລະ ຊີວິດການເປັນຢູ່ປະຈໍາວັນໄດ້ດີຂຶ້ນ.

ສາເຫດຂາດສານອາຫານ

ກົງກັນຂ້າມກັບຊື່ວ່າຝູເໝີທີ່ສະແດງເຖິງຄວາມອຸດົມສົມບູນ, ຕາແສງຝູເໝີແມ່ນໄດ້ຮູ້ຈັກວ່າເປັນຕາແສງທີ່ມີ "3 ທີ່ສຸດ" ຂອງແຂວງຟູອຽນ: "ທີ່ສູງທີ່ສຸດ, ໄກທີ່ສຸດ, ທຸກຫຍາກທີ່ສຸດ”. ມີປະຊາກອນຫລາຍກວ່າ 3.000 ຄົນ, 100% ຂອງຈໍານວນປະຊາຊົນທັງໝົດແມ່ນຊົນເຜົ່າຈໍາໂລຍ, ມີຫຼາຍກວ່າ 70% ຄອບຄົວທຸກຍາກ. ພໍ່ແມ່ປະຊາຊົນທີ່ນີ້ດໍາລົງຊີວິດໂດຍຖືອາຊີບຕົ້ນຕໍຂອງພວກເຂົາແມ່ນເຮັດໄຮ່ເຮັດນາ, ລາຍຮັບຕົ້ນຕໍ່ຂອງພວກເຂົາແມ່ນອີງໃສ່ການຄ້າຂາຍມັນຕົ້ນ, ເນື່ອງຈາກລາຄາຄ້າຂາຍມັນຕົ້ນບໍ່ຫມັ້ນຄົງສະນັ້ນຊີວິດຂອງພວກເຂົາກໍ່ບໍ່ຫມັ້ນຄົງ. ເຂົ້າ, ໃບມັນຕົ້ນ, ຜັກປ່າໄມ້, ເກືອປົ້ນໝາກເພັດເປັນອາຫານຫລັກໃນອາຫານປະຈໍາວັນຂອງພວກເຂົາ.

ອີງຕາມການສໍາຫຼວດໂດຍ MCNV ແລະ ມະຫາວິທະຍາໄລການແພດ ແລະ ຢາເຫວ້ໃນເດືອນ ມີນາ ປີ 2018, ປະກອບມີ 76,7% ຄອບຄົວຢູ່ຕາແສງຝູເໝີ ແລະ ຊວນກວາງ 1 (ເມືອງດົ່ງຊວນ) ບໍ່ມີອາຫານພຽງພໍເພື່ອຈະກິນໃນຫນຶ່ງປີ. ໃນເຂດຊຸມຊົນ, ບັນດາຮ້ານຂາຍສິນຄ້າທຸກຢ່າງທີ່ຂາຍມີແຕ່ໝີ່, ເຂົ້າປຽກເປັນຫໍ່, ເຂົ້າຫນົມ. ຢູ່ໂຮງຮຽນອະນຸບານກໍ່ບໍ່ມີອາຫານຄ່ໍາຫຼືອາຫານເຊົ້າໃຫ້ເດັດໜ້ອຍ, ເນື່ອງຈາກເງິນທຶນບໍ່ພຽງພໍ. ດັ່ງນັ້ນ, ຢູ່ໃນຕາແສງຝູເໝີ, ສະເລັ່ຍໃນຈໍານວນເດັກໜ້ອຍ 100 ຄົນ ຈະມີເດັກນ້ອຍ 25 ຄົນຂາດສານອາຫານ. ໂດຍສະເພາະໃນບາງບ້ານ, ອັດຕານີ້ສູງເຖິງ 50%.

ເອື້ອຍ ມາງ ຖີ້ ສື້, ອາຍຸ 25 ປີ, ມີລູກສອງຄົນ: ລູກຜູ້ຊາຍຫນຶ່ງຄົນ (ອາຍຸ 6 ປີ) ແລະ ລູກຜູ້ຍິງຫນຶ່ງຄົນ (ອາຍຸ 3 ປີ). ເດັກນ້ອຍທັງສອງເປັນຄົນຈ່ອຍເນື່ອງຈາກຄວາມຢາກອາຫານທີ່ບໍ່ດີ, ຂາດສານອາຫານ. ທຸກໆຄັ້ງທີ່ຮອດເວລາກິນເຂົ້າ, ເພິ່ນເສຍເວລາຫລາຍໃນການໃຫ້ລູກກິນເຂົ້າແຕ່ລູກເພິ່ນບໍ່ຢາກກິນອາຫານປານໃດ. ອີງຕາມ MCNV ໃຫ້ຮູ້ວ່າ, ນອກຈາກເຫດຜົນທີ່ບໍ່ມີເງື່ອນໄຂທາງດ້ານເສດຖະກິດ, ຄວາມຮັບຮູ້ທາງດ້ານໂພຊະນາການຂອງບັນດາຄົວເຮືອນຍັງມີຄວາມຈໍາກັດກໍ່ຈະພາໃຫ້ເກີດສະພາບການຄືໄດ້ກ່າວມາຂ້າງເທີງ. ເຖິງແມ່ນວ່າມີບັນດາຄອບຄົວທີ່ສາມາດເຂົ້າເຖິງສະບຽງອາຫານທີ່ດີກໍ່ຕາມ, ແຕ່ເດັກນ້ອຍຍັງມີອາການຂາດອາຫານ, ບໍ່ຢາກອາຫານຂອງກິນ, ເນື່ອງຈາກວ່າແຕ່ລະຄາບອາຫານຂາດທາດບໍາລຸງທີ່ຈໍາເປັນ.

ປ່ຽນແປງດ້ານຄວາມຮັບຮູ້

ນັບຕັ້ງແຕ່ ເດືອນ 6 ປີ 2018 ເປັນຕົ້ນໄປ, ຄວາມກັງວົນຂອງເອື້ອຍ ມາງ ຖີ້ ສື້ ແລະ ບັນດາເອື້ອຍນ້ອງທຸກຄົນຢູ່ຕາແສງຝູເໝີກ່ຽວກັບບັນຫາເດັກຂາດສານອາຫານທີ່ໄດ້ຮັບການແກ້ໄຂໂດຍ MCNV ທີ່ໄດ້ຈັດຕັ້ງປະຕິບັດໂຄງການ“ການແຜ່ຂະຫຍາຍຄວາມຫົວຄິດປະດິດສ້າງຕ່າງໆເພື່ອປ້ອງກັນການຂາດສານອາຫານໂດຍອີງໃສ່ບັນດາມາດຕະການດ້ານກະສິກໍາຢູ່ໃນເຂດພູດອຍຂອງຫວຽດນາມ ແລະ ລາວ” (ເອີ້ນຫຍໍ້ວ່າການເຂົ້າເຖິງໂພຊະນາການ - ກະສິກໍາ - Nutrition Sensitive Agriculture – NSA). ການເຂົ້າຮ່ວມໃນໂຄງການນີ້, ນີ້ກໍ່ແມ່ນວ່າຄັ້ງທໍາອິດທີ່ ເອື້ອຍ ສື້ ໄດ້ຮຽນຮູ້ຄວາມຮູ້ພື້ນຖານກ່ຽວກັບໂພຊະນາການ, ຮູ້ວິທີທີ່ຈະໄປເຮືອນຄົວເພື່ອແຕ່ງກິນອາຫານທີ່ດີ, ມີທາດບໍາລຸງຢ່າງພຽງພໍສໍາລັບເດັກນ້ອຍແຕ່ບໍ່ໄດ້ເສຍເງິນຫຼາຍ.

ເອື້ຍ ສື້ ໄດ້ຮູ້ວິທີໃນການປຸງແຕ່ງອາຫານເພື່ອຮັບປະກັນດ້ານຄວາມຫຼາກຫຼາຍຂອງອາຫານຂອງກິນ, ປຸງແຕ່ງອາຫານຂອງກິນທີ່ງ່າຍ, ເໝາະສົມກັບຄວາມນິຍົມ ແລະ ລະບົບການລະລາຍອາຫານຂອງເດັກນ້ອຍ. ອາຫານຂອງກິນຢູ່ພາເຂົ້າທັງມີສີທີ່ຈັບຕາ ທັງໄດ້ຮັບຄວາມນິຍົມຂອງເດັກນ້ອຍ ແລະ ຍິ່ງສໍາຄັນກວ່ານັ້ນກໍ່ແມ່ນວ່າຮັບປະກັນດ້ານທາດບໍາລຸງອາຫານ. ລາວໃຫ້ຮູ້ວ່າ, ລູກສອງຄົນຂອງລາວໃນປັດຈຸບັນ, ແທນທີ່ຈະຫຼີກລ້ຽງ, ຢ້ານຮອດເວລາກິນອາຫານ, ພວກເຂົາກໍ່ໄດ້ມີຄວາມຕື່ນເຕັ້ນໃນການກິນອາຫານ. ພວກເຂົາມັກອາຫານທີ່ມີສີທີ່ສວຍງາມ. ຮອດເວລາກິນເຂົ້າ, ລູກກິນໄດ້ຖ້ວຍໜຶ່ງ, ເກືອບໄດ້ສອງຖ້ວຍກໍ່ເຮັດໃຫ້ຂ້ອຍດີໃຈຫຼາຍ. ເວລາລູກກິນເຂົ້າແລ້ວ ແລະ ກໍ່ເລີຍຖາມແມ່ວ່າ “ແມ່ເອີຍ, ນໍ້າໜັກຂອງລູກໄດ້ຈັກກີໂລແລ້ວ” ກໍ່ເຮັດໃຫ້ລາວມີຄວາມດີໃຈຫຼາຍ.

ຄົນຫນຶ່ງມີການປ່ຽນຄວາມຮັບຮູ້ດ້ານການໂພຊະນາການຫຼັງຈາກນັ້ນກຸ່ມຫນຶ່ງກໍ່ມີການປ່ຽນແປງຄວາມຮັບຮູ້ດ້ານການໂພຊະນາການ, ຄ່ອຍໆກໍ່ມີຫຼາຍກຸ່ມມີການປ່ຽນແປງຄວາມຮັບຮູ້ດ້ານການໂພຊະນາການ. ທຸກໆເດືອນ ຫຼື ທຸກໆອາທິດ, ບັນດາກຸ່ມແມ່ຍິງໄດ້ມີການພົບປະກັນເພື່ອການແລກປ່ຽນກ່ຽວກັບດ້ານສຸຂະພາບ, ໂພຊະນາການຂອງເດັກນ້ອຍ, ຮຽນຮູ້ການລ້ຽງລູກທີ່ດີ, ອັບເດັດບັນດາກໍລະນີຕ່າງໆທີ່ຈະຕ້ອງຕິດຕາມກວດກາ, ບອກສອນເຊິ່່ງກັນ ແລະ ກັນໃນວິທີການກະກຽມອາຫານທີ່ມີທາດບໍາລຸງ ແລະ ບໍ່ໄດ້ເສຍເງິນຫຼາຍ.

ແກ້ໄຂບັນຫາການໂພຊະນາການ

ການຊ່ວຍໃຫ້ບັນດາຄອບຄົວທີ່ມີການປ່ຽນແປງຄວາມຮັບຮູ້ແມ່ນຫນຶ່ງໃນຫຼາຍກິດຈະກໍາເພື່ອແກ້ໄຂສະພາບການຂາດແຄນອາຫານຂອງໂຄງການ NSA. ກິດຈະກໍາຕ່າງໆແມ່ນໄດ້ຈັດຕັ້ງປະຕິບັດໂດຍມີສ່ວນຮ່ວມຢ່າງໃກ້ຊິດຂອງສີ່ພາກສ່ວນເປັນຕົ້ນຄື: ສາທາລະນະສຸກ, ກະສິກໍາ, ການສຶກສາ ແລະ ການບໍລິການເອກະຊົນ.

ຄະນະກໍາມະທິການສາທາລະນະສຸກປະເທດໂຮນລັງ - ຫວຽດນາມ (MCNV): ເພື່ອຊ່ວຍໃຫ້ເດັກນ້ອຍຫລາຍຮ້ອຍຄົນຊົນເຜົ່າຈໍາໂລຍມີສຸຂະພາບແຂງແຮງ

ເອື້ອຍ ສື້ ເຂົ້າຮ່ວມງານພົບປະເລກປ່ຽນຄວາມຮູ້ດ້ານການໂພຊະນາການ

ພາຍໃຕ້ການປະສານງານຂອງພະນັກງານສາທາລະນະສຸກຂອງທ້ອງຖິ່ນ, ສໍາມະນາ, ການຝຶກອົບຮົມຕ່າງໆຂັ້ນເມືອງ ແລະ ບ້ານ ໄດ້ຮັບການຈັດຕັ້ງປະຕິບັດ. ພະນັກງານສາທາລະນະສຸກ, ຫົວໜ້າກຸ່ມຕ່າງໆ, ອາຈານອະນຸບານໄດ້ຝຶກອົບຮົມກ່ຽວກັບໂພຊະນາການ, ອານາໄມສິ່ງແວດລ້ອມ. ເດັກນ້ອຍໄດ້ຮັບການກວດກາສຸຂະພາບຢ່າງເປັນປົກກະຕິ, ເດັກນ້ອຍຂາດສານອາຫານທີ່ຮ້າຍແຮງຖືກຮັບການປິ່ນປົວ. ຄຽງຂ້າງນັ້ນ,ບັນດາຄອບຄົວໄດ້ຮັບການຝຶກອົບຮົມເພື່ອເພີ່ມການຜະລິດ, ປັບປຸງດ້ານການໂພຊະນາການຈາກສວນ, ທົ່ງນາຂອງຕົວເອງເຊັ່ນ ການລ້ຽງໄຂ່ເພື່ອວາງໄຂ່, ການປູກຜັກ ແລະ ຫມາກໄມ້ຕ່າງໆທີ່ມີທາດບໍາລຸງ...

ເພື່ອເສີມຂະຫຍາຍດ້ານຄຸນນະພາບຂອງອາຫານເດັກ, ໂຄງການ NSA ຍັງໄດ້ຊ່ວຍເງິນທຶນໃຫ້ແກ່ໂຮງຮຽນອະນຸບານເພື່ອໃຫ້ອາຫານທ່ຽງ, ອາຫານເຊົ້າຢູ່ໃນໂຮງຮຽນ ກໍ່ຄືການກໍານົດທິດທາງໃຫ້ແກ່ບັນດາພາກສ່ວນເສດຖະກິດເອກະຊົນ (ຮ້ານອາຫານ, ຮ້ານຂາຍສິນຄ້າທຸກຢ່າງ) ດໍາເນີນທຸລະກິດບັນດາຜະລິດຕະພັນຕ່າງໆທີ່ມີຄຸນຄ່າດ້ານໂພຊະນາການເຊັ່ນ: ເຂົ້າປຽກໂພຊະນາການ,ເຂົ້າໜົມ, ທາດແປ້ງ, ກໍ່ຊ່ວຍໃຫ້ບັນດາຄອບຄົວສາມາດເຂົ້າເຖິງຜະລິດຕະພັນໂພຊະນາການໄດ້ງ່າຍກວ່າເກົ່າ. ໂຄງການ NSA ໄດ້ຈັດຕັ້ງປະຕິບັດໂດຍ MCNV ໃນເມືອງດົ່ງຊວນໃນໄລຍະ 2017-2020 ໂດຍມີການຮ່ວມມືກັບບັນດາຄູ່ຮ່ວມງານບໍ່ຂຶ້ນກັບລັດຖະບານ WOTRO, ມະຫາວິທະຍາໄລ Vrije Amsterdam (ໂຮນລັງ); ມະຫາວິທະຍາໄລກະສິກໍາ ແລະ ປ່າໄມ້ເຫວ້, ມະຫາວິທະຍາໄລການແພດ ແລະ ຢາເຫວ້.

ບໍ່ພຽງແຕ່ແກ້ໄຂບັນຫາດ້ານໂພຊະນາການໃຫ້ແກ່ເດັກນ້ອຍ ສສ ຫວຽດນາມ, ໂຄງການ NSA ຍັງສະຫນັບສະຫນູນເດັກນ້ອຍຢູ່ ສປປ ລາວຢູ່ 10 ບ້ານຂອງເມືອງໝອງ - ແຂວງສະຫວັນນະເຂດ. ໃນປະຈຸບັນ, ສປປ ລາວໄດ້ສໍາເລັດການສໍາຫຼວດເບື້ອງຕົ້ນ, ໄດ້ຮັບການແລກປ່ຽນດ້ານຄວາມຮູ້ ແລະ ອຸປະກອນເຄື່ອງມືຮັບໃຊ້ການໃນການສໍາຫຼວດຄົ້ນຄວ້າວິໄຈ, ໄດ້ຮັບການຝຶກອົບຮົມກ່ຽວກັບວິທີການຄົ້ນຄວ້າ, ການວິເຄາະຂໍ້ມູນ, ການສ້າງແຜນການປະຕິບັດ ແລະ ໄດ້ຈັດຕັ້ງປະຕິບັດກິດຈະກໍາການຕ່າງໆໃນເບື້ອງຕົ້ນ.

ໂຄງການໂພຊະນາການຂອງ MCNV ແມ່ນຄວາມພະຍາຍາມເພື່ອແນໃສ່ປະຕິບັດເປົ້າຫມາຍພັດທະນາແບບຍືນຍົງເລກທີ 2 (SDG 2) ຂອງສະຫະປະຊາຊາດກ່ຽວກັບການລົບລ້າງຄວາມອຶດຫິວ, ຮັບປະກັນຄວາມປອດໄພດ້ານອາຫານ, ການປັບປຸງດ້ານໂພຊະນາການ ແລະ ການພັດທະນາດ້ານການກະສິກໍາແບບຍືນຍົງ.

(ໄຊພອນ)

ເຫດການ