ປະເທດລາວ: ກຸ່ມບໍລິສັດລາວໂທລະຄົມ ເປີດນຳໃຊ້ເຕັກໂນໂລຊີລະບົບ 5G

18:00 | 01/09/2020

ວັນທີ 31 ສິງຫານີ້, ຢູ່ໂຮງແຮມລາວພລາຊາ, ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ຈັດພິທີເປີດນໍາໃຊ້ເຕັກໂນໂລຊີລະບົບ 5G ຢ່າງເປັນທາງການເຊິ່ງເປັນເຄື່ອຂ່າຍທໍາອິດໃນ ສປປ ລາວ.

ປະເທດລາວ ກ ມບ ລ ສ ດລາວໂທລະຄ ມ ເປ ດນຳໃຊ ເຕ ກໂນໂລຊ ລະບ ບ 5g ບັນດາປະເທດ ອາຊຽນ ພິຈາລະນາເລືອກເອົາ Huawei ເປັນຜູ້ໃຫ້ບໍລິການ 5G
ປະເທດລາວ ກ ມບ ລ ສ ດລາວໂທລະຄ ມ ເປ ດນຳໃຊ ເຕ ກໂນໂລຊ ລະບ ບ 5g ຫວຽດນາມ ຈັດໃນກຸ່ມປະເທດນໍາໜ້າ ດ້ານເຄືອຄ່າຍ 5G

ພິທີເປີດນໍາໃຊ້ດັ່ງກ່າວ ໂດຍການເປັນປະທານຂອງ ທ່ານສຸພົນ ຈັນທະວີໄຊ - ຜູ້ອໍານວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ທັນສະໄໝ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານພ້ອມ ດ້ວຍຄະນະນໍາກະຊວງ(ປທສ), ບັນດາຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງປທສ, ຄະນະອໍານວຍການ, ຜູ້ບໍລິຫານລາວໂທລະຄົມ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມ.

ທ່ານ ສຸພົນ ຈັນທະວີໄຊ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາໄດ້ຮັບຊາບກັນແລ້ວໃນຍຸກປັດຈຸບັນ ການນໍາໃຊ້ເຄື່ອງມືສື່ສານ ແລະ ການບໍລິການຂອງໂທລະຄົມ ແມ່ນໄດ້ກາຍເປັນປັດໄຈທີ່ສໍາຄັນ ໃນການດໍາລົງຊີວິດຂອງສັງຄົມຢູ່ໃນ ສປປ ລາວ.

ປະເທດລາວ ກ ມບ ລ ສ ດລາວໂທລະຄ ມ ເປ ດນຳໃຊ ເຕ ກໂນໂລຊ ລະບ ບ 5g
ກຸ່ມບໍລິສັດລາວໂທລະຄົມ ເປີດນຳໃຊ້ເຕັກໂນໂລຊີລະບົບ 5G. (ພາບ: KPL)

ໃນປັດຈຸບັນ ໄດ້ມີຫຼາຍປະເທດໃນທົ່ວໂລກ ແລະ ຂົງເຂດອາຊີ ແມ່ນໄດ້ທົດລອງໃຊ້ເຕັກໂນໂລຊີ 5G ເຂົ້າຮັບໃຊ້ສັງຄົມຢູ່ໃນຫຼາຍຂົງເຂດວຽກງານເຊັ່ນ: ທາງດ້ານທຸລະ ກິດອອນລາຍ Ecommerce, ນໍາໃຊ້ປັນຍາປະດິດ ຫຼື Ai, loT, Robotic ເຂົ້າຢູ່ໃນຂົງເຂດ ອຸດສາຫະກໍາ, ກະສິກໍາ ແລະ ການແພດເປັນຕົ້ນເຊິ່ງລ້ວນ ແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ຫຼື ຜູ້ຊົມໃຊ້ມີວິຖີຊີວິດນັບມື້ສະດວກ ແລະ ວ່ອງໄວ, ມີຄວາມປອດໄພສູງ.

ກ່ອນໜ້ານີ້ ໃນວັນທີ 8/10/2019 ທີ່ຜ່ານມາ ລາວໂທລະຄົມ ໄດ້ເປີດທົດລອງນໍາໃຊ້ລະບົບ 5G ມາແລ້ວຄັ້ງໜຶ່ງ ເພື່ອເປັນການກຽມຄວາມພ້ອມດ້ານຕ່າງໆ ກ່ອນການເປີດໃຫ້ບໍລິການຢ່າງເປັນທາງການ.

ສໍາລັບພື້ນທີ່ໃຫ້ການບໍລິການ ລະບົບ 5G ໃນເບື້ອງຕົ້ນ ລລທ ຈະໃຫ້ບໍລິການຢູ່ໃນບາງພື້ນທີ່ ຂອງນະຄອນຫຼວງວຽງຈັນ ເຊັ່ນ: ເຂດສີຫອມ, ຕະຫຼາດກາງຄືນແຄມຂອງ, ເຂດສາຍລົມ ແລະ ມະຫາວິທະຍາໄລແຫ່ງຊາດ (ວິ ທະຍາເຂດດົງໂດກ). ຫຼັງຈາກ ນັ້ນ, ໄລຍະສອງຈຶ່ງຈະຂະຫຍາຍ ໄປສູ່ບັນດາແຂວງໃຫຍ່ໃນປະ ເທດ. ສໍາລັບລະບົບ 5G ມີຄຸນ ສົມບັດພິເສດ 3 ຢ່າງທີ່ແຕກຕ່າງກັບລະບົບ 4G ຄື: ຄວາມໄວ, ຄວາມສາມາດຮອງຮັບການເຊື່ອມຕໍ່ກັບອຸປະກອນ ແລະ ເວລາໃນການຕອບສະໜອງຄວາມ ໄວໃນການຮັບ-ສົ່ງຂໍ້ມູນທີ່ໄວກວ່າ 4G ເຖີງ 20 ເທົ່າເມື່ອໂຫຼດໜັງທີ່ມີຄວາມຍາວ 2 ຊົ່ວໂມງ 4G ຈະໃຊ້ເວລາປະມານ 6-7 ນາທີໃນຄະນະທີ່ 5G ຈະໃຊ້ເວລາພຽງ 3-4 ວິນາທີ, ການເບິ່ງຮູບເງົາແບບ online ທີ່ມີ ຄວາມລະອຽດສູງລະດັບ HD 4K, 8K ຈະບໍ່ເປັນອຸປະສັກອີກຕໍ່ໄປ, ສາມາດປົດລ໋ອກຄຸນສົມບັດສູງສຸດຂອງ AR (Augmented Reality) ແລະ VR ( Virtual Reality) ກັບປະສົບການທີ່ສົມຈິງທີ່ເກີດຈາກການໃຊ້ຂໍ້ມູນຈໍານວນຫຼາຍໃນການປະມວນຜົນເຊິ່ງ 5G ຈະຕອບ ໂຈດການສື່ສານຜ່ານ AR ແລະ VR ໄດ້ຢ່າງສົມບູນແບບ.

ຄວາມ ສາມາດຮອງຮັບການເຊື່ອມຕໍ່: ຈໍານວນການເຊື່ອມຕໍ່ທີ່ສາມາດ ຮອງຮັບອຸປະກອນໄດ້ຫຼາຍກວ່າ 4G 10 ເທົ່າ ຫຼື ເທົ່າກັບ 1.000.000 ອຸປະກອນ/sq.km ດ້ວຍລະບົບ 5G ຈະເປີດໂລກ ICT (Internet of Things)ໄດ້ຢ່າງແທ້ຈິງ ແລະ ຈະເປັນພື້ນຖານຮອງຮັບການພັດທະນາເຕັກ ໂນໂລຊີ Smart Home, Smart City, Smart Transportation Smart life, Smart health ແລະ ອື່ນໆໂດຍສັ່ງການຜ່ານມືຖືຂອງຄົນເຮົາໄດ້ ຫຼື ອຸປະກອນແຕ່ລະຊະນິດສາມາດສື່ສານກັນເອງໄດ້, ຄວບຄຸມກັນໄດ້ ແລະ ເຮັດວຽກປະສານກັນໄດ້ຢ່າງອັດຕະໂນມັດ. ເວລາໃນການຕອບສະໜອງ-ໂຕ້ ຕອບສັ້ນລົງເຖິງ 1 ມິນລີວິນາທີ.

ດ້ວຍຄຸນສົມບັດພິເສດດັ່ງກ່າວ 5G ຈະສາມາດຕອບໂຈດ ໃນ ສ່ວນຂອງກຸ່ມຄົນທີ່ມັກຫຼິ້ນເກມ ເຊິ່ງຕ້ອງການຄວາມໄວໃນການ ໂຕ້ຕອບສູງ, ຕອບໂຈດການຂັບຂີ່ແບບບໍ່ມີຄົນຂັບທີ່ມີຄວາມປອດໄພສູງ ແລະ ນໍາໃຊ້ໃນທາງການແພດເຊັ່ນ: ການຜ່າຕັດທາງ ໄກ ແລະ ອື່ນໆ.

ປະເທດລາວ ກ ມບ ລ ສ ດລາວໂທລະຄ ມ ເປ ດນຳໃຊ ເຕ ກໂນໂລຊ ລະບ ບ 5g ປະເທດລາວ: ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມ ຢ່າງເປັນທາງການ

ຍສໝ - ໃນວັນທີ 25 ສິງຫາ 2020 ຢູ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນພິທີປະກາດການສ້າງຕັ້ງສະຫະພັນຊາວໜຸ່ມລາວຢ່າງເປັນທາງການ.

ປະເທດລາວ ກ ມບ ລ ສ ດລາວໂທລະຄ ມ ເປ ດນຳໃຊ ເຕ ກໂນໂລຊ ລະບ ບ 5g Vinamilk ໄດ້ລົງທຶນ 1.000 ຕື້ດົ່ງ ເຂົ້າໃນປະເທດລາວ

ຍສໝ - ລາຍຮັບລວມຂອງບໍລິສັດ Vinamilk ຫວຽດນາມ ໄດ້ບັນລຸ 29,648 ຕື້ດົງ, ເພີ່ມຂຶ້ນ 6,7% ທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ປະຕິບັດໄດ້ 50% ຂອງແຜນການ.

ປະເທດລາວ ກ ມບ ລ ສ ດລາວໂທລະຄ ມ ເປ ດນຳໃຊ ເຕ ກໂນໂລຊ ລະບ ບ 5g ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19

ຍສໝ - ອົງການຄູ່ຮ່ວມມືທົ່ວໂລກກ່ຽວກັບການສຶກສາ ໄດ້ຮັບຮອງເອົາໂດຍ UNICEF ເຊິ່ງໄດ້ລົງນາມໃນສັນຍາການຊ່ວຍເຫຼືອໃຫ້ແກ່ປະເທດລາວ 7 ລ້ານໂດລາເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19 ໃນຂະແໜງການສຶກສາ.

KPL

ເຫດການ
302 Found

Found

The document has moved here.