ຫວຽດນາມ ຈັດໃນກຸ່ມປະເທດນໍາໜ້າ ດ້ານເຄືອຄ່າຍ 5G

14:49 | 13/05/2019

ຍສໝ - ເມື່ອມໍ່ໆມານີ້, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ພ້ອມກັບກຸ່ມບໍລິສັດ Ericsson (ຊູແອັດ) ໄດ້ປະຕິບັດການໂທອອກສາຍທໍາອິດຜ່ານເຄືອຂ່າຍໂທລະສັບມືຖື 5G ຢູ່ຫວຽດນາມ.

ຫວຽດນາມ ຈັດໃນກຸ່ມປະເທດນໍາໜ້າ ດ້ານເຄືອຄ່າຍ 5G

ຫວຽດນາມ ພວມນອນໃນກຸ່ມປະເທດນໍາໜ້າກ່ຽວກັບ 5G. (ພາບ: TTXVN)

ແຕ່ກ່ອນເມື່ອເຄືອຂ່າຍ 5G ໄດ້ຮັບການກຳເນີດ, ຫວຽດນາມ ກໍ່ຄືບັນດາປະເທດອາຊີອື່ນ ຍາມໃດກໍ່ໄປຕາມຫຼັງກ່ຽວກັບເຕັກໂນໂລຢີໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ. ແຕ່ວ່າເມື່ອໄປຮອດເຄືອຂ່າຍ 5G ແລ້ວ, ຫວຽດນາມ ໄດ້ນໍາທັນກັບເຕັກໂນໂລຢີໂທລະຄົມມະນາຄົມໂທລະສັບມືຖື.

ເຄືອຂ່າຍ 5G ສໍາຄັນເພາະວ່ານັ້ນບໍ່ພຽງແຕ່ແມ່ນເຄືອຂ່າຍໂທລະຄົມມະນາຄົມມືຖືເທົ່ານັ້ນ, ຫາກມັນຍັງແມ່ນການປະຕິວັດກ່ຽວກັບການສົ່ງສັນຍານ, ແມ່ນພື້ນຖານໃຫ້ແກ່ການປະຕິວັດຂອງບັນດາການໝູນໃຊ້, ບັນດາເຕັກໂນໂລຢີອື່ນໃນການປະຕິວັດ 4.0 ອີກດ້ວຍ.

ຕາມທ່ານ Denis Brunetti ໃຫ້ຮູ້ວ່າ, Viettel ແລະ Ericsson ພວມກໍ່ສ້າງພື້ນຖານການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃຫ້ແກ່ ການປະຕິວັດອຸດສາຫະກໍາ 4.0, ໝັ້ນໝາຍວ່າຈະຊຸກຍູ້ການຫັນເປັນດີຈີຕອນໃນທຸກຂະແໜງການ ຄື: ການຜະລິດ, ການຂົນສົ່ງ, ກະສິກໍາ, ພະລັງງານ, ສາທາລະນະສຸກ ແລະ ການສຶກສາ, ປະກອບສ່ວນສ້າງຂຶ້ນກະແສຟອງພັດທະນາເສດຖະກິດ-ສັງຄົມໃໝ່. 5G ຈະແມ່ນພື້ນຖານໂຄງລ່າງສໍາຄັນຂອງຊາດ, ສ້າງກໍາລັງໜູນ ແລະອະນຸຍາດໃຫ້ຫວຽດນາມ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ກ່ຽວກັບເຕັກໂນໂລຢີສູງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.