ບັນດາປະເທດ ອາຊຽນ ພິຈາລະນາເລືອກເອົາ Huawei ເປັນຜູ້ໃຫ້ບໍລິການ 5G

17:07 | 05/03/2020

ຍສໝ - ທ່ານ Aladdin Rillo, ຮອງເລຂາທິການໃຫຍ່ ອາຊຽນ ກ່າວວ່າ ບັນດາປະເທດສະມາຊິກຈະພິຈາລະນານຳໃຊ້ຜະລິດຕະພັນຂອງ Huawei.

ບັນດາປະເທດ ອາຊຽນ ພິຈາລະນາເລືອກເອົາ Huawei ເປັນຜູ້ໃຫ້ບໍລິການ 5G

ພາບປະກອບ: Reuters

ອາຊຽນພິຈາລະນາ 5G ເປັນເຄື່ອງມືທີ່ຈະມີການປ່ຽນແປງຕໍ່ຂົງເຂດເປັນຕົ້ນຄື: ການຄ້າເອເລັກຕຼົງ, ເຕັກໂນໂລຊີທາງດ້ານການເງິນ ແລະ ການພັດທະນານະຄອນສະຫມາດ. ທ່ານ Aladdin Rillo ກ່າວວ່າ " Huawei ແມ່ນຜູ້ທີ່ມີບົດບາດສຳຄັນໃນການພັດທະນາ 5G.

ທ່ານ Rillo ກ່າວຕື່ມອີກວ່າ, ເມື່ອປຽບທຽບກັບຄູ່ແຂ່ງເອີຣົບຄື Ericsson ແລະ Nokia, Huawei ມີປະໂຫຍດທ່າໄດ້ປຽບອັນຫຼາຍກວ່າ, ເພາະວ່າມີຄວາມໃກ້ຊິດດ້ານພູມສາດ ແລະ ການພົວພັນທີ່ແໜ້ນ ແຟ້ນລະຫວ່າງ ອາຊຽນ ແລະ ຈີນ. ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາຊຽນ ແລະ ເປັນແຫຼ່ງການລົງທືນໃຫຍ່ອັນດັບ 3 ຂອງ FDI.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.