ຊາວ​ຫວຽດນາມ ອາ​ໄສ ຢູ່​ຕ່າງປະ​ເທດ 900 ຄົນ ​ເຂົ້າ​ຮ່ວມ​​ງານ​ພົບ​ປະຕ້ອນຮັບ​ລະດູບານ​ໃໝ່ ປີ ຊວດ 2020

16:30 | 15/01/2020

ຕອນບ່າຍວັນທີ 13 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 900 ຄົນ ໄດ້ເຂົ້າຮ່ວມງານພົບປະຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດຕ້ອນຮັບລະດູບານໃໝ່ ປີຊວດ 2020 ໂດຍຄະນະພັກນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນ.

ຊາວ​ຫວຽດນາມ ອາ​ໄສ ຢູ່​ຕ່າງປະ​ເທດ 900 ຄົນ ​ເຂົ້າ​ຮ່ວມ​​ງານ​ພົບ​ປະຕ້ອນຮັບ​ລະດູບານ​ໃໝ່ ປີ ຊວດ 2020

ງານພົບປະຕ້ອນຮັບລະດູບານໃໝ່ ປີ ຊວດ 2020

ນະທີ່ນີ້, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນໄດ້ແບ່ງປັນຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນການກໍ່ສ້າງ, ພັດທະນານະຄອນໂຮ່ຈີມິນໃຫ້ກາຍເປັນນະຄອນອັດສະລິຍະ; ໜູນຊ່ວຍບັນດາວິສາຫະກິດຂອງນະຄອນເວົ້າສະເພາະ ແລະ ທັງປະເທດເວົ້າລວມ ໝູນໃຊ້ບັນດາສັນຍາການຄ້າ ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີຜົນສັກສິດແລ້ວ ໃຫ້ມີປະສິດທິຜົນ, ຊອກຫາຕະຫຼາດ, ລະດົມແຫຼ່ງກໍາລັງລົງທຶນຈາກຕ່າງປະເທດ. ທ່ານ ເລມິງຕວ່ຽນ, ຊາວຫວຽດນາມ ອາໄສຢູ່ ຝລັ່ງ ແບ່ງປັນວ່າ: “ທຸກໆປີຂ້າພະເຈົ້າກໍລ້ວນແຕ່່ຖືກເຊີນມາເຂົ້າຮ່ວມງານພົບປະສັງສັນນີ້. ປະມານ 10 ປີຜ່ານມາ, ປີໃດຂ້າພະເຈົ້າກໍເຂົ້າຮ່ວມ ແລະ ດີໃຈຫຼາຍທີ່ໄດ້ພົບປະກັບໝູ່ເພື່ອນອີກ. ເລື່ອງ ຈັດຕັ້ງງານພົບປະແບບນີ້ ແມ່ນຂໍ້ລິເລີ່ມທີ່ດີ ເພາະວ່ານີ້ແມ່່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວຫວຽດນາມ ມີຄວາມເຂົ້າໃຈ ແລະ ໃກ້ຊິດສະໜິດສະໜົມກັນກວ່າ”. ເນື່ອງໃນໂອກາດນີ້, ນະຄອນໂຮ່ຈີມິນ ກໍໄດ້ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ບັນລຸຜົນງານດີເດ່ັນໃນປີ 2019.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.