ພິທີເລີ່ມເປີດສູນວາງສະແດງສິນຄ້າຫວຽດນາມຄຸນນະພາບສູງ ທີ່ປະເທດໄທ

11:30 | 25/08/2020

ຍສໝ - ວັນທີ 24 ສິງຫາ, ພາຍໃຕ້ການອຸປະຖໍາຂອງສະຖານກົງສຸນໃຫຍ່ຫວຽດນາມ ປະຈຳຂອນແກ່ນ (ປະເທດໄທ), ສະມາຄົມນັກທຸລະກິດໄທ - ຫວຽດນາມໃນທົ່ວປະເທດໄທ ໄດ້ຈັດພິທີເລີ່ມເປີດສູນວາງສະແດງສິນຄ້າຫວຽດນາມທີ່ VT- Namnueng Udon Thani, ທິດຕາເວັນອອກສຽງເໜືອປະເທດໄທ.

ພ ທ ເລ ມເປ ດສ ນວາງສະແດງສ ນຄ າຫວຽດນາມຄ ນນະພາບສ ງ ທ ປະເທດໄທ ປະເທດໄທ ຫວັງວ່າຈະໄດ້ຮຽນຮູ້ປະສົບການກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດຂອງຫວຽດນາມ
ພ ທ ເລ ມເປ ດສ ນວາງສະແດງສ ນຄ າຫວຽດນາມຄ ນນະພາບສ ງ ທ ປະເທດໄທ ສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຊ່ວຍເຫຼືອປະເທດໄທ ເອົາຊະນະຜົນສະທ້ອນຈາກ ໂລກພະຍາດໂຄວິດ -19

ກ່າວຄຳເຫັນທີ່ພິທີເລີ່ມເປີດ, ທ່ານໂຮວັນເລີມ - ປະທານສະມາຄົມນັກທຸລະກິດໄທ - ຫວຽດນາມ ປະຈຳໄທ ໄດ້ກ່າວວ່າ, ການສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມທີ່ມີຄຸນນະພາບສູງ ເພື່ອຈຸດປະສົງແນະນຳ, ຂາຍຜະລິດຕະພັນ ແລະ ພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້າຫວຽດນາມຢູ່ໄທ, ປະກອບສ່ວນຊ່ວຍໃຫ້ນັກທຸລະກິດ ມີຄວາມຮູ້ຈັກກ່ຽວກັບຫວຽດນາມ ແລະ ຜູ້ບໍລິໂພກມີຄວາມຮູ້ ແລະ ນຳໃຊ້ສິນຄ້າຂອງຫວຽດນາມຫຼາຍຂຶ້ນ.

ພ ທ ເລ ມເປ ດສ ນວາງສະແດງສ ນຄ າຫວຽດນາມຄ ນນະພາບສ ງ ທ ປະເທດໄທ
ພິທີເລີ່ມເປີດສູນວາງສະແດງສິນຄ້າຫວຽດນາມຄຸນນະພາບສູງ ທີ່ປະເທດໄທ. (ພາບ: thoidai.com.vn)

ທ່ານຮວ່າງຫງອກເຊີນ - ສະຖານກົງສຸນໃຫຍ່ຫວຽດນາມທີ່ຂອນແກ່ນ ໄດ້ເນັ້ນໜັກວ່າ ການເປີດສູນວາງສະແດງສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງຢູ່ປະເທດໄທ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຜູ້ບໍລິໂພກຢູ່ພາກຕາເວັນອອກສ່ຽງເໜືອຂອງໄທ ໄດ້ປະຊິດເຂົ້າເຖິງສິນຄ້າຂອງຫວຽດນາມທີ່ມີຄຸນນະພາບດີເທົ່ານັ້ນ, ມັນກໍ່ແມ່ນໂອກາດເພື່ອຊ່ວຍໃຫ້ບັນດາວິສາຫະກິດຂອງສອງປະເທດ ໄດ້ເພີ່ມທະວີການເຄື່ອນໄຫວຄ້າຂາຍ, ແລກປ່ຽນສິນຄ້າ, ຊອກຫາກາລະໂອກາດຮ່ວມມືທາງທຸລະກິດ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອດຸ່ນດ່ຽງການຄ້າລະຫວ່າງຫວຽດນາມ ແລະ ໄທ.

ທ່ານຮວ່າງຫງອກເຊີນ - ສະຖານກົງສຸນໃຫຍ່ຫວຽດນາມທີ່ຂອນແກ່ນ ກໍ່ຫວັງວ່າສະມາຄົມນັກທຸລະກິດໄທ - ຫວຽດນາມໃນທົ່ວປະເທດໄທ ຈະສືບຕໍ່ຄວາມພະຍາຍາມໃນການເປີດສູນທີ່ຄ້າຍຄືກັນຕື່ມອີກໃນລະບົບຊຸບເປີ້ມາກແກັດ ແລະ ສູນການຄ້າຂອງຊຸມຊົນຊາວໄທທີ່ມີເຊື້ອຊາດຫວຽດນາມ ກຳລັງພັດພາອາໄສຢູ່ພາກພື້ນທິດຕາເວັນອອກສ່ຽງເໜືອຂອງປະເທດໄທ, ກໍ່ຄືຢູ່ໃນບັນດາສູນ ແລະ ຊຸບເປີ້ມາກແກັດຂອງນັກທຸລະກິດໄທ ເພື່ອຫັນສູນວາງສະແດງສິນຄ້າຂອງຫວຽດນາມໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ເປີດໂອກາດໃຫ້ມີການແລກປ່ຽນ, ການຮ່ວມມືສຳລັບທຸລະກິດຂອງສອງປະເທດ.

ຕາງໜ້າອົງການປົກຄອງແຫ່ງທ້ອງຖິ່ນ, ທ່ານ Wanchai Janthorn - ຮອງເຈົ້າແຂວງ Udon Thani ໄດ້ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຄົມຊາວຫວຽດນາມເວົ້າລວມ ແລະ ນັກທຸລະກິດຊາວໄທທີ່ມີເຊື້ອຊາດຫວຽດນາມເວົ້າສະເພາະ ໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດໄທ.

ຢູ່ພາກພື້ນທິດຕາເວັນອອກສຽງເໜືອຂອງປະເທດໄທ, ມີຊາວໄທທີ່ມີເຊື້ອຊາດຫວຽດນາມ ຈຳນວນຫຼາຍກວ່າ 70,000 ຄົນ, ໃນນັ້ນມີຈຳນວນຫຼາຍຮ້ອຍຄົນເຊິ່ງເປັນນັກທຸລະກິດຊາວຫວຽດນາມ ທີ່ບັນລຸຄາດໝາຍ, ນັກທຸລະກິດຫຼາຍຄົນເປັນເຈົ້າຂອງຕ່ອງໂສ້ຮ້ານອາຫານ, ໂຮງແຮມ, ສູນການຄ້າຂະໜາດໃຫຍ່...

ພ ທ ເລ ມເປ ດສ ນວາງສະແດງສ ນຄ າຫວຽດນາມຄ ນນະພາບສ ງ ທ ປະເທດໄທ ຫວຽດນາມ ໄດ້ນຳສົ່ງພົນລະເມືອງທີ່ປະສົບຄວາມຫຍຸ້ງຍາກຈຳນວນເກືອບ 300 ຄົນ ກັບຄືນປະເທດ ຈາກປະເທດໄທ

ຍສໝ - ຈຳນວນພົນລະເມືອງ ໄດ້ກັບຄືນບ້ານໃນຄັ້ງນີ້ ແມ່ນກໍລະນີທີ່ມີສະພາບການຫຍຸ້ງຍາກ, ເຊັ່ນ: ເດັກເກີດໃໝ່, ແມ່ຍິງຖືພາ, ຜູ້ເຈັບເປັນ, ແລະ ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກປິດ, ນັກທ່ອງທ່ຽວຖືກຄ້າງໄວ້ຍ້ອນຜົນກະທົບຂອງການລະບາດພະຍາດ Covid-19…

ພ ທ ເລ ມເປ ດສ ນວາງສະແດງສ ນຄ າຫວຽດນາມຄ ນນະພາບສ ງ ທ ປະເທດໄທ ຊາວຫວຽດນາມ ຢູ່ ແຂວງອຸດອນທານີ,ປະເທດໄທ ມີຄວາມຮັບຜິດຊອບຕໍ່ຊຸມຊົນໃນການປ້ອງກັນແລະຄວບຄຸມຂອງ COVID-19

ຍສໝ - ວັນທີ 7 ເມສາ ນີ້, ຄະນະບໍລິຫານງານຂອງສະມາຄົມ ຫວຽດນາມ ແຂວງອຸດອນທານີ, ປະເທດໄທໄດ້ ນຳເອົາເຄື່ອງປ້ອງກັນການລະບາດຂອງພະຍາດ ໂຄວິດ - 19 ມອບໃຫ້ອໍານາດການປົກຄອງແຂວງອຸດອນທານີ ແລະ ໂຮງໝໍ ອຸດອນທານີ.

ພ ທ ເລ ມເປ ດສ ນວາງສະແດງສ ນຄ າຫວຽດນາມຄ ນນະພາບສ ງ ທ ປະເທດໄທ ນັກຄົ້ນຄວ້າ ປະເທດໄທກ່າວວ່າ: "ຂໍ້ບັງຄັບ" ໃນທະເລຕາເວັນອອກ ແມ່ນສ້າງຄວາມເສຍຫາຍຕໍ່ຊື່ສຽງຂອງຈີນ

ຍສໝ - ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນການຂັດແຍ້ງອະທິປະໄຕຂອງບັນດາປະເທດໃນພາກພື້ນເທົ່ານັ້ນ, ແຕ່ຍັງແມ່ນພາກສ່ວນໜຶ່ງ ທີ່ສຳຄັນຂອງການແຂ່ງຂັນຍຸດທະສາດທົ່ວໂລກ ລະຫວ່າງສະຫະລັດ ອາເມລິກາ ແລະ ຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.