ຫວຽດນາມ ໄດ້ນຳສົ່ງພົນລະເມືອງທີ່ປະສົບຄວາມຫຍຸ້ງຍາກຈຳນວນເກືອບ 300 ຄົນ ກັບຄືນປະເທດ ຈາກປະເທດໄທ

08:53 | 20/05/2020

ຍສໝ - ຈຳນວນພົນລະເມືອງ ໄດ້ກັບຄືນບ້ານໃນຄັ້ງນີ້ ແມ່ນກໍລະນີທີ່ມີສະພາບການຫຍຸ້ງຍາກ, ເຊັ່ນ: ເດັກເກີດໃໝ່, ແມ່ຍິງຖືພາ, ຜູ້ເຈັບເປັນ, ແລະ ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກປິດ, ນັກທ່ອງທ່ຽວຖືກຄ້າງໄວ້ຍ້ອນຜົນກະທົບຂອງການລະບາດພະຍາດ Covid-19…

ຫວຽດນາມ ໄດ ນຳສ ງພ ນລະເມ ອງທ ປະສ ບຄວາມຫຍ ງຍາກຈຳນວນເກ ອບ 300 ຄ ນ ກ ບຄ ນປະເທດ ຈາກປະເທດໄທ ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ
ຫວຽດນາມ ໄດ ນຳສ ງພ ນລະເມ ອງທ ປະສ ບຄວາມຫຍ ງຍາກຈຳນວນເກ ອບ 300 ຄ ນ ກ ບຄ ນປະເທດ ຈາກປະເທດໄທ ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

ວັນທີ 18 ພຶດສະພາ ປີ 2020, ບັນດາອົງການທີ່ມີໜ້າທີ່ປະເທດຫວຽດນາມ, ສະຖານທູດຫວຽດນາມ ປະຈຳໄທ, ຂະແໜງການບິນແຫ່ງຊາດຫວຽດນາມ ແລະ ອົງການທີ່ມີໜ້າທີ່ ປະເທດໄທ ໄດ້ສົມທົບກັນເພື່ອປະຕິບັດຖ້ຽວບິນ ທີ່ນຳສົ່ງພົນລະເມືອງທີ່ປະສົບຄວາມຫຍຸ້ງຍາກ ຈຳນວນເກືອບ 300 ຄົນ ຈາກປະເທດໄທ ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ ໄດ ນຳສ ງພ ນລະເມ ອງທ ປະສ ບຄວາມຫຍ ງຍາກຈຳນວນເກ ອບ 300 ຄ ນ ກ ບຄ ນປະເທດ ຈາກປະເທດໄທ
ສະຖານທູດຫວຽດນາມ ປະຈຳໄທ ມອບໜ້າກາກປົກປ້ອງ ໃຫ້ພົນລະເມືອງ. (ພາບ: TTXVN)

ຈຳນວນພົນລະເມືອງ ໄດ້ກັບຄືນບ້ານໃນຄັ້ງນີ້ ແມ່ນກໍລະນີທີ່ມີສະພາບການຫຍຸ້ງຍາກ, ເຊັ່ນ: ເດັກເກີດໃໝ່, ແມ່ຍິງຖືພາ, ຜູ້ເຈັບເປັນທີ່ກໍາລັງປິ່ນປົວພະຍາດຢູ່ໄທ, ຄົນງານທີ່ໝົດກຳນົດວີຊ່າ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກປິດ, ນັກທ່ອງທ່ຽວຖືກຄ້າງໄວ້ຍ້ອນຜົນກະທົບຂອງການລະບາດພະຍາດ Covid-19, ແລະ ບັນດາກໍລະນີອື່ນໆທີ່ຫຍຸ້ງຍາກໂດຍສະເພາະ.

ສະຖານທູດຫວຽດນາມ ປະຈຳໄທ ໄດ້ສະໜັບສະໜູນຢ່າງຕັ້ງໜ້າ ໃຫ້ພົນລະເມືອງ ໃນການແນະນຳການລົງທະບຽນ, ເຮັດສຳເລັດຂັ້ນຕອນການຊື້ປີ້ ແລະ ປະສານສົມທົບ ກັບສາຍການບິນ ເພື່ອສະໜັບສະໜູນພົນລະເມືອງ ໃຫ້ສຳເລັດຂັ້ນຕອນທີ່ຈຳເປັນ ກ່ອນທີ່ຂຶ້ນເຮືອບິນກັບຄືນປະເທດຢ່າງປອດໄພ.

ຖ້ຽວບິນດັ່ງກ່າວ ໄດ້ຮັບປະກັນຢ່າງເຂັ້ມງວດ ໃນດ້ານຄວາມປອດໄພ, ຄວາມ ໝັ້ນຄົງ, ລະບຽບການກ່ຽວກັບການປ້ອງກັນ ແລະ ຕ້ານພະຍາດ, ອະນາໄມສຸຂາພິບານ…ຫຼັງຈາກຈອດລົງດິນຢູ່ສະໜາມບິນ ໂນຍບາຍ ຢ່າງທັນທີ, ຜູ້ໂດຍສານ ແລະ ພະນັກງານປະຈຳຖ້ຽວບິນທຸກຄົນ ໄດ້ຕິດຕາມກວດກາດ້ານການແພດ ແລະ ແຍກອອກຫ່າງຕາມລະບຽບການ.

ຫວຽດນາມ ໄດ ນຳສ ງພ ນລະເມ ອງທ ປະສ ບຄວາມຫຍ ງຍາກຈຳນວນເກ ອບ 300 ຄ ນ ກ ບຄ ນປະເທດ ຈາກປະເທດໄທ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 340 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ.

ຍສໝ - ຫຼັງຈາກຈອດລົງດິນຢູ່ສະໜາມບິນ ໂນຍບາຍq, ຜູ້ໂດຍສານ ແລະ ພະນັກງານປະຈຳຖ້ຽວບິນທຸກຄົນ ໄດ້ຕິດຕາມກວດກາດ້ານການແພດ ແລະ ແຍກອອກຫ່າງຕາມລະບຽບການ.

ຫວຽດນາມ ໄດ ນຳສ ງພ ນລະເມ ອງທ ປະສ ບຄວາມຫຍ ງຍາກຈຳນວນເກ ອບ 300 ຄ ນ ກ ບຄ ນປະເທດ ຈາກປະເທດໄທ ກະຊວງການຕ່າງປະເທດໄດ້ນໍາສົ່ງຊາວຫວຽດນາມ 240 ຄົນຈາກປະເທດຝຣັ່ງກັບເມືອປະເທດເພື່ອຫລີກລ້ຽງໂລກລະບາດ COVID-19

ຍສໝ - ແຕ່ວັນທີ 5 - 6/5, 240 ພົນລະເມືອງຫວຽດນາມ, ສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ເຈັບເປັນ, ນັກຮຽນທີ່ບໍ່ມີບ່ອນພັກເຊົາຍ້ອນຫໍພັກປິດຈະໄດ້ນຳສົ່ງກັບປະເທດ.

ຫວຽດນາມ ໄດ ນຳສ ງພ ນລະເມ ອງທ ປະສ ບຄວາມຫຍ ງຍາກຈຳນວນເກ ອບ 300 ຄ ນ ກ ບຄ ນປະເທດ ຈາກປະເທດໄທ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19. ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.