ເພີ່ມທະວີຄວາມມິດຕະພາບ ລະຫວ່າງ ຫວຽດນາມ ແລະ ໂດມິນິກ້າ

10:19 | 22/08/2020

ຍສໝ - ວັນທີ 21 ສິງຫາ, ທ່ານຮວ່າງບິ່ງກວນ - ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຫວຽດນາມ ແລະ ທ່ານ Miguel Mejia - ເລຂາທິການໃຫຍ່ພັກຝ່າຍຂະບວນການຝ່າຍຊ້າຍ (MIU) ປະເທດໂດມິນິກ້າ ໄດ້ມີການພົບປະເຈລະຈາດ້ວຍຮູບການອອນລາຍ ໃນສະພາບການ ລະບາດຂອງພະຍາດ COVID-19 ຍັງສືບຕໍ່ຜັນແປຢ່າງສັບສົນໃນຂອບເຂດທົ່ວໂລກ.

ເພ ມທະວ ຄວາມມ ດຕະພາບ ລະຫວ າງ ຫວຽດນາມ ແລະ ໂດມ ນ ກ າ ແຂວງເຮົ້າຢາງ ສສ.ຫວຽດນາມ - ສ.ເກົາຫຼີ: ຊຸກຍູ້ການຮ່ວມມື 5 ເນື້ອໃນສຳຄັນ
ເພ ມທະວ ຄວາມມ ດຕະພາບ ລະຫວ າງ ຫວຽດນາມ ແລະ ໂດມ ນ ກ າ ຫວຽດນາມ ຄັດຄ້ານການ​ກະທໍາ​ຜິດ​ກົດໝາຍຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ

ກ່າວຄຳເຫັນທີ່ພົບປະເຈລະຈາ, ທ່ານຮວ່າງບິ່ງກວນ - ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຫວຽດນາມ ໄດ້ສະແດງຄວາມແບ່ງປັນກັບບັນດາຄວາມຫຍຸ້ງຍາກຂອງ ປະເທດໂດມິນິກ້າ ໃນການຮັບມືກັບການລະບາດຂອງພະຍາດ COVID-19; ສະແດງຄວາມຊົມເຊີຍ ໂດມິນິກ້າ ກ່ຽວກັບການຈັດຕັ້ງການເລືອກຕັ້ງຄັ້ງໃຫຍ່ ທີ່ປະສົບຜົນສຳເລັດໃນວັນທີ 5 ມິຖຸນາ ແລະ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານຊຸດໃໝ່ຂອງພັກປະຕິວັດທີ່ທັນສະໄໝ (PRM), ບັນດາພັກການເມືອງ ແລະ ປະຊາຊົນໂດມິນິກ້າ ຈະຜ່ານຜ່າຄວາມຫຍຸ້ງຍາກທັງໝົດ, ຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ຟື້ນຕົວພື້ນຖານເສດຖະກິດ, ພັດທະນາປະເທດຊາດ.

ເພ ມທະວ ຄວາມມ ດຕະພາບ ລະຫວ າງ ຫວຽດນາມ ແລະ ໂດມ ນ ກ າ
ທ່ານຮວ່າງບິ່ງກວນ - ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຫວຽດນາມ. (ພາບ: TTXVN)

ທ່ານຮວ່າງບິ່ງກວນ ກໍ່ໄດ້ສະແດງຄວາມຂອບໃຈ ສຳລັບການສະໜັບສະໜູນ ແລະ ການໜູນຊ່ວຍຂອງພັກ MIU ໃນການເພີ່ມທະວີ ແລະ ຂະຫຍາຍສາຍພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຕ່າງໆໃນປະເທດໂດມິນິກ້າ ກໍ່ຄືໃນເຂດພາກກາງອາເມລິກາ ກາຣິເບ; ຕີລາຄາສູງບັນດາການເຄື່ອນໄຫວຂອງພັກ MIU ໃນການໂຄສະນາພາບພົດຢ່າງມີປະສິດທິຜົນ ກ່ຽວກັບປະເທດ, ປະຊາຊົນຫວຽດນາມ ແລະ ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນຢູ່ ປະເທດໂດມິນິກ້າ ແລະ ບັນດາປະເທດໃນພາກພື້ນ.

ທ່ານເລຂາທິການໃຫຍ່ປະເທດໂດມິນິກ້າ Miguel Mejia ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນ ທີ່ຫວຽດນາມໄດ້ບັນລຸໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19, ຖືວ່ານີ້ແມ່ນແບບຢ່າງ ແລະ ເປັນກຳລັງໜູນໃຫ້ບັນດາພັກການເມືອງ ແລະ ບັນດາປະເທດໃນໂລກໄດ້ຮຽນຮູ້.

ທ່ານ Miguel Mejia ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະປະສົບຜົນສຳເລັດໃນເປົ້າໝາຍຄວບຄູ່: ສະກັດກັ້ນການລະບາດ ແລະ ພັດທະນາເສດຖະກິດ - ສັງຄົມ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການຂອງສອງພັກ, ສອງປະເທດ, ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ ແລະ ບັນດາການເຄື່ອນໄຫວໃນຂອບເຂດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ປະເທດໂດມິນິກ້າ (7/2005 - 7/2020); ເຫັນດີໃຫ້ສອງຝ່າຍເຊັນສັນຍາການຮ່ວມມືໄລຍະປີ 2021-2025 ໃນອະນາຄົດອັນໃກ້ນີ້, ເພື່ອປະສານສົມທົບກັນຈັດຕັ້ງກອງປະຊຸມສາກົນ ກ່ຽວກັບປະສົບການປ້ອງກັນການລະບາດຂອງພະຍາດ COVID-19 ລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຝ່າຍຊ້າຍ ໃນພາກພື້ນອາເມລິກາລາຕິນ.

ເພ ມທະວ ຄວາມມ ດຕະພາບ ລະຫວ າງ ຫວຽດນາມ ແລະ ໂດມ ນ ກ າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານຮັບມືກັບປ່ຽນແປງຂອງດິນຟ້າອາກາດ

ຍສໝ - ຕອນບ່າຍວັນທີ 19 ສິງຫາ (ຕາມເວລາ ເອີລົບ), ໄດ້ດຳເນີນກອງປະຊຸມຜ່ານທາງອອນລາຍບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຈາກສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ.

ເພ ມທະວ ຄວາມມ ດຕະພາບ ລະຫວ າງ ຫວຽດນາມ ແລະ ໂດມ ນ ກ າ ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ

ຍສໝ - ຕອນເຊົ້າວັນທີ 19 ສິງຫາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາສາກົນທາງອອນລາຍດ້ວຍຫົວຂໍ້ວ່າ “ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ”.

ເພ ມທະວ ຄວາມມ ດຕະພາບ ລະຫວ າງ ຫວຽດນາມ ແລະ ໂດມ ນ ກ າ ຫວຽດນາມ ສ້າງຕັ້ງຫ້ອງການປະສານງານຊາຍແດນ ເພື່ອສະກັດກັ້ນອາຊະຍາກຳຂ້າມຊາດ

ຍສໝ - ໃນວັນທີ 18 ສິງຫາ ຢູ່ເມືອງກ່າວບັງ (ຫວຽດນາມ), ຫ້ອງການປະສານງານຂ້າມຊາຍແດນທີ 20 (BLO) ຢູ່ຫວຽດນາມ ໄດ້ຮັບການປະສານສົມທົບໂດຍອົງການປ້ອງກັນ ແລະ ຕ້ານອາຊະຍາກຳຢາເສບຕິດຂອງສະຫະປະຊາຊາດ (UNODC) ແລະ ກົມຕຳຫຼວດສືບສວນອາຊະຍາກຳຢາເສບຕິດ (ກະຊວງຕຳຫຼວດ) ແລະ ກົມຕຳຫຼວດເມືອງກ່າວບັງ ໄດ້ສະເໜີຕົວຢ່າງເປັນທາງການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.