ແຂວງເຮົ້າຢາງ ສສ.ຫວຽດນາມ - ສ.ເກົາຫຼີ: ຊຸກຍູ້ການຮ່ວມມື 5 ເນື້ອໃນສຳຄັນ

17:22 | 21/08/2020

ຍສໝ - ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ກໍ່ຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ບັນດາການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຂອງຫວຽດນາມ.

ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ
ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ ຫວຽດນາມ ຄັດຄ້ານການ​ກະທໍາ​ຜິດ​ກົດໝາຍຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ
ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ
ທ່ານ ເລຮວ່າຍຈູງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.(ພາບ:baonhandan)

ເມື່ອບໍ່ດົນມານີ້, ຄະນະປະຕິບັດງານກະຊວງການຕ່າງປະເທດ ແລະຄະນະຜູ້ແທນສະຖານທູດ ສ.ເກົາຫຼີ ໄດ້ມີການເຮັດວຽກ ກັບ ແຂວງ ເຮົ້າຢາງ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງ ສ.ເກົາຫຼີ ແລະ ແຂວງ ເຮົ້າຢາງ. ທີ່ການພົບປະ, ທ່ານ ເລຮວ່າຍຈູງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ, ການພົວພັນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ພວມພັດທະນາຢ່າງດີງາມ, ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດ.

ສ.ເກົາຫຼີ ແມ່ນນັກລົງທືນໃຫຍ່ທີ່ສຸດຢູ່ຫວຽດນາມດ້ວຍຍອດຈຳນວນທຶນກວ່າ 68 ຕື້ ໂດລາສະຫະລັດ, ສ້າງວຽກເຮັດງານທຳ ໃຫ້ຄົນງານປະມານ 700.000 ຄົນ; ກ່ຽວກັບດ້ານການຄ້າ, ສ.ເກົາຫຼີ ແມ່ນຄູ່ຮ່ວມມືໃຫຍ່ທີສອງຂອງຫວຽດນາມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສະເໜີ ໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ຍົກອອກບັນດາບັນຫາທີ່ຕ້ອງການຄວາມສົນໃຈ, ຄົ້ນຄວ້າ ແລະ ສະເໜີທິດທາງໃຫ້ແກ່ບັນດາວິສາຫະກິດ ແລະ ແຂວງເພື່ອຊຸກຍູ້ການຮ່ວມມືໃນອະນາຄົດ.

ທ່ານຮອງລັດຖະມົນຕີປາດຖະໜາ ວ່າທ່ານເອກອັກຄະລັດຖະທູດ Park Noh Wan ຊ່ວຍເຫຼືອແຂວງ ເຮົ້າຢາງ ຊອກຫາບັນດາທ້ອງຖິ່ນທີ່ເໝາະສົມເພື່ອຊຸກຍູ້ການຮ່ວມມື, ມິດຕະພາບລະຫວ່າງແຂວງ ເຮົ້າຢາງ ແລະ ບັນດາທ້ອງຖິ່ນຂອງ ສ.ເກົາຫຼີ.

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ກໍ່ຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ບັນດາການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຂອງຫວຽດນາມ.

ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ
ທ່ານ Park Noh Wan ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ.(ພາບ:baonhandan)

ທ່ານ Park Noh Wan ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ຈະເຂົ້າຮ່ວມການພັດທະນາ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະບັນດາປະເທດໃນພາກພື້ນແມ່ນໍ້າຂອງ, ໃນນັ້ນມີແຂວງເຮົ້າຢາງ.

ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ກໍ່ຮັບຮູ້ບັນດາຂໍ້ສະເໜີຂອງແຂວງເຮົ້າຢາງ ແລະ ກ່າວວ່າຈະສົມທົບກັບບັນດາອົງການຄົ້ນຄວ້າຊອກຫາແຜນການຈັດຕັ້ງປະຕິບັດ; ສະໜັບສະໜູນ ແຂວງຝຶກອົບຮົມດ້ານຊັບພະຍາກອນມະນຸດທີ່ສາມາດເວົ້າພາສາ ສ.ເກົາຫຼີ ເພື່ອສົ່ງເສີມໃຫ້ແຮງງານ ເຮົ້າຢາງ ໄປເຮັດວຽກ ຢູ່ ສ.ເກົາຫຼີ.

ກ່ຽວກັບບັນດາເຈົ້າສາວຕ່າງປະເທດໃນ ສ.ເກົາຫຼີ, ລັດຖະບານ ສ.ເກົາຫຼີ ມີຄວາມເອົາໃຈໃສ່ ແລະມີນະໂຍບາຍຮັບປະກັນຊີວິດການເປັນຢູ່ທີ່ປອດໄພ ແລະ ໝັ້ນຄົງກວ່າ ສຳ ລັບເຈົ້າສາວຕ່າງປະເທດໃນ ສ.ເກົາຫຼີ.

ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ ສະມາຄົມມິດຕະພາບອີຕາລີ ແລະ ລາວ ໄດ້ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ ທ່ານ ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ແກ່​ມໍ​ລະ​ນະ​ກຳ

ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.

ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຈະສຸມໃສ່ປະສານສົມທົບຈັດຕັ້ງປະຕິບັດ 5 ເນື້ອໃນ

ຍສໝ - ການປະສານສົມທົບລະຫວ່າງຄະນະກຳມະການກ່ຽວກັບຫວຽດນາມຢູ່ຕ່າງປະເທດ ແລະແນວໂຮມນະຄອນ ໄດ້ຊ່ວຍໃຫ້ວຽກງານຊາວຫວຽດນາມຢູ່ຕ່າງປະເທດມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າເກົ່າ, ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງຊາວຫວຽດນາມຢູ່ຕ່າງປະເທດ.

ແຂວງເຮ າຢາງ ສສ ຫວຽດນາມ ສ ເກ າຫ ຊ ກຍ ການຮ ວມມ 5 ເນ ອໃນສຳຄ ນ VIFA ອວຍພອນສະຖານກົງສຸນໃຫຍ່ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ໃນໂອກາດວັນສະຖາປະນາປະເທດອິນເດຍຄົບຮອບ 74 ປີ

ຍສໝ - ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດອິນເດຍຄົບຮອບ 74 ປີ (15 ສິງຫາ 1947 - 15 ສິງຫາ 2020), ທ່ານ ຮວີ່ງແທງເລີບ ປະທານ VIFA ປາດຖະໜາວ່າຜ່ານ ທ່ານ ຫົວໜ້າກົງສຸນໃຫຍ່ Madan Mohan Sethi ຂໍອວຍພອນໄຊອັນປະເສີດ ໄປຍັງ ປະຊາຊົນອິນເດຍ.

ໄຊພອນ

ເຫດການ
302 Found

Found

The document has moved here.