ຫວຽດນາມ ຄັດຄ້ານການ​ກະທໍາ​ຜິດ​ກົດໝາຍຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ

14:08 | 21/08/2020

ຍ​ສ​ໝ - ທີ່ການຖະແຫຼງຂ່າວປະ​ຈຳ​ເດືອນ ທີ່ໄດ້​ຈັດ​ຕັ້ງໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຄັດຄ້ານການກະທໍາໃນຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ. 

ຫວຽດນາມ ຄ ດຄ ານການ ກະທ າ ຜ ດ ກ ດໝາຍຂອງ ຈ ນຢ ທະ ເລ ຕາ ເວ ນ ອອກ ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ
ຫວຽດນາມ ຄ ດຄ ານການ ກະທ າ ຜ ດ ກ ດໝາຍຂອງ ຈ ນຢ ທະ ເລ ຕາ ເວ ນ ອອກ ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ
ຫວຽດນາມ ຄ ດຄ ານການ ກະທ າ ຜ ດ ກ ດໝາຍຂອງ ຈ ນຢ ທະ ເລ ຕາ ເວ ນ ອອກ
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: vov.vn)

ທີ່ການຖະແຫຼງຂ່າວປະ​ຈຳ​ເດືອນ ທີ່ໄດ້​ຈັດ​ຕັ້ງໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຄັດຄ້ານການກະທໍາໃນຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.

ກ່ຽວຂ້ອງເຖິງຂ່າວຄາວວ່າ ຈີນ ໄດ້ຈັດສົ່ງເຮືອບິນຖີ້ມລະເບີດໄປຍັງເກາະຝູເລິມ ຂຶ້ນກັບໝູ່ເກາະ ຮວ່າງຊາ ຂອງ ຫວຽດນາມ ເມື່ອຕົ້ນເດືອນສິງຫານີ້, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວລ່ວງລໍ້າອະທິປະໄຕຂອງຫວຽດນາມ.

“ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວ, ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກເຂດນໍ້າແດນດິນຂອງ ຫວຽດນາມໄດ້. ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນ ສໍາລັບ 2 ໝູ່ເກາະ ດັ່ງກ່າວແມ່ນສອດຄ່ອງກັບກົດໝາຍສາກົນ. ເລື່ອງບັນດາຝ່າຍໄດ້ນໍາເອົາອາວຸດປະເພດຕ່າງໆ ກໍຄື ເຮືອບິນສູ້ຮົບ ເຂົ້າໄປຍັງໝູ່ເກາະ ຮວ່າງຊາ ນັ້ນ, ບໍ່ພຽງແຕ່ແມ່ນການລ່ວງລໍ້າອະທິປະໄຕຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາຝ່າຍ ຕ້ອງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ທະເລຕາເວັນອອກ.”

ກໍ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຳປັ່ນຕຳຫຼວດທະເລຂອງ ຈີນ ຢູ່ເຂດໃກ້ກັບໄຫຼ່ທະວີບຂອງ ຫວຽດນາມ ໃນໄລຍະຜ່ານມາ, ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຈະປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ຢູ່ທະເລຕາເວັນອອກ:

ຍາມໃດບັນດາກຳລັງທີ່ມີໜ້າທີ່ປ້ອງກັນທະເລຂອງ ຫວຽດນາມ ກໍ່ຕິດຕາມກວດກາຢ່າງແໜ້ນແຟ້ນທຸກການກະທຳຢູ່ທະເລຕາເວັນອອກ ແລະ ປະຕິບັດກົດໝາຍໂດຍສັນຕິວິທີ ແລະ ຖືກຕ້ອງຕາມກົດໝາຍຢູ່ເຂດທະເລຂອງ ຫວຽດນາມ ເພື່ອປົກປັກຮັກສາອະທິປະໄຕ, ບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ.

ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ທຸກການເຄື່ອນໄຫວຂອງບັນດາຝ່າຍຕ້ອງເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງຢູ່ເຂດທະເລ ທີ່ໄດ້ກຳນົດຢ່າງເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຫວຽດນາມ ຄ ດຄ ານການ ກະທ າ ຜ ດ ກ ດໝາຍຂອງ ຈ ນຢ ທະ ເລ ຕາ ເວ ນ ອອກ ລັດຖະມົນຕີການຕ່າງປະເທດມາເລເຊຍ: ອາຊຽນ ຈຳຕ້ອງສາມັກຄີກັນເພື່ອແກ້ໄຂຄວາມຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ

ຍ​ສ​ໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະ​ເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາ​ເວັນ​ອອກ.

ຫວຽດນາມ ຄ ດຄ ານການ ກະທ າ ຜ ດ ກ ດໝາຍຂອງ ຈ ນຢ ທະ ເລ ຕາ ເວ ນ ອອກ ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

ຍສໝ - ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ທະເລຕາເວັນອອກ.

ຫວຽດນາມ ຄ ດຄ ານການ ກະທ າ ຜ ດ ກ ດໝາຍຂອງ ຈ ນຢ ທະ ເລ ຕາ ເວ ນ ອອກ ອ​າ​ຊຽນ​ຕັດ​ສິນ​ໃຈ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ການ​ຮ່ວມ​ມື ແລະ ຄວາມ​ປອດ​ໄພ

ຍ​ສ​ໝ - ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ຮູ້​ວ່າ ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ຕັດ​ສິນ​ໃຈ​ຮັກ​ສາ ການ​ໂອ້​ລົມ​ສົນ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ມື​ກໍ່​ຄື​ສ້າງ​ກົດ​ລະ​ບຽບ, ​ຂໍ້​ກຳ​ນົດ​ໃນ​ການປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ມຸ່ງ​ໄປ​ສູ່​ການ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ເຂ​ດ​ທະ​ເລ​ທີ່​ມີ​ການ​ຮ່ວມ​ມື, ພັດ​ທະ​ນາ, ມີ​ຄວາມ​ໝັ້ນ​ຄົງ ແລະ ປອດ​ໄພ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.