ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ

16:27 | 21/08/2020

ຍສໝ - ໄລ່ຮອດຈຸດເວລານີ້, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ.

ທ ວໂລກມ ຜ ຕ ດໂລກລະບາດໂຄວ ດ 19 ແມ ນກວ າ 22 848 000 ຄ ນ ໃນນ ນມ ຜ ເສຍຊ ວ ດແມ ນ 796 300 ຄ ນ ພະຍາດ COVID-19: ການນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 230 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ທ ວໂລກມ ຜ ຕ ດໂລກລະບາດໂຄວ ດ 19 ແມ ນກວ າ 22 848 000 ຄ ນ ໃນນ ນມ ຜ ເສຍຊ ວ ດແມ ນ 796 300 ຄ ນ ຫວຽດນາມ ຄັດຄ້ານການ​ກະທໍາ​ຜິດ​ກົດໝາຍຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ

ຍ​ສ​ໝ - ທີ່ການຖະແຫຼງຂ່າວປະ​ຈຳ​ເດືອນ ທີ່ໄດ້​ຈັດ​ຕັ້ງໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຄັດຄ້ານການກະທໍາໃນຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.

ທ ວໂລກມ ຜ ຕ ດໂລກລະບາດໂຄວ ດ 19 ແມ ນກວ າ 22 848 000 ຄ ນ ໃນນ ນມ ຜ ເສຍຊ ວ ດແມ ນ 796 300 ຄ ນ
ພາບປະກອບ

ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 15.500.446 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 5.745.712 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 177.394 ຄົນ.

ວັນທີ 20 ສິງຫາ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳອົດສະຕາລີ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ອົດສະຕາລີ ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 340 ຄົນກັບມາປະເທດ, ໃນນັ້ນ ມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຜູ້ເຈັບເປັນ, ນັກສຶກສາບໍ່ມີບ່ອນພັກອາໄສ ຍ້ອນຫໍພັກປິດປະຕູ ແລະ ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກພິເສດອື່ນໆ.

ຕອນບ່າຍວັນທີ 20 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປະຈຸບັນ.

ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງສາທາລະນະສຸກກໍ່ໃຫ້ຮູ້ວ່າ: ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ, ບັນຫາຄົ້ນຄວ້າ, ຜະລິດວັກຊິນປ້ອງກັນ ບໍ່ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່, ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາອົງການຈັດຕັ້ງ, ປະເທດຕ່າງໆໃນໂລກເທົ່ານັ້ນ. ນັບແຕ່ຫົວທີ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການຄົ້ນຄວ້າ ແລະ ພັດທະນາວັກຊິນຢູ່ພາຍໃນປະເທດ. ປະຈຸບັນ, ຫວຽດນາມ ມີ 4 ນັກຜະລິດພາຍໃນປະເທດພວມຄົ້ນຄວ້າວັກຊິນປ້ອງກັນໂຄວິດ-19.

ປັດຈຸບັນ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ທັງຮັບຜິດຊອບ ອຸດສະເບກິດສະຖານ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງປະເທດປະຈຳຖິ່ນສ້າງແຜນການນຳສົ່ງພົນລະເມືອງຫວຽດນາມ ຈາກ ອຸດສະເບກິດສະຖານ ກັບມາປະເທດໃນເວລາໄວທີ່ສຸດ, ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ, ສະພາບການໂລກລະບາດ ແລະ ກຳລັງຄວາມສາດແຍກຕົວຢູ່ພາຍໃນປະເທດ.

ທ ວໂລກມ ຜ ຕ ດໂລກລະບາດໂຄວ ດ 19 ແມ ນກວ າ 22 848 000 ຄ ນ ໃນນ ນມ ຜ ເສຍຊ ວ ດແມ ນ 796 300 ຄ ນ ຫວຽດນາມ ສ້າງຕັ້ງຫ້ອງການປະສານງານຊາຍແດນ ເພື່ອສະກັດກັ້ນອາຊະຍາກຳຂ້າມຊາດ

ຍສໝ - ໃນວັນທີ 18 ສິງຫາ ຢູ່ເມືອງກ່າວບັງ (ຫວຽດນາມ), ຫ້ອງການປະສານງານຂ້າມຊາຍແດນທີ 20 (BLO) ຢູ່ຫວຽດນາມ ໄດ້ຮັບການປະສານສົມທົບໂດຍອົງການປ້ອງກັນ ແລະ ຕ້ານອາຊະຍາກຳຢາເສບຕິດຂອງສະຫະປະຊາຊາດ (UNODC) ແລະ ກົມຕຳຫຼວດສືບສວນອາຊະຍາກຳຢາເສບຕິດ (ກະຊວງຕຳຫຼວດ) ແລະ ກົມຕຳຫຼວດເມືອງກ່າວບັງ ໄດ້ສະເໜີຕົວຢ່າງເປັນທາງການ.

ທ ວໂລກມ ຜ ຕ ດໂລກລະບາດໂຄວ ດ 19 ແມ ນກວ າ 22 848 000 ຄ ນ ໃນນ ນມ ຜ ເສຍຊ ວ ດແມ ນ 796 300 ຄ ນ ຊຸກຍູ້ແຮງການຮ່ວມມືໃນຂົງເຂດປິ່ນປົວ ແລະ ຄົ້ນຄ້ວາວິທະຍາສາດລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ຕອນບ່າຍວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈີນເດີນ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19 ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ມີການເຮັດວຽກກັບຄະນະຜູ້ຊ່ຽວຊານປະເທດກູບາ.

ທ ວໂລກມ ຜ ຕ ດໂລກລະບາດໂຄວ ດ 19 ແມ ນກວ າ 22 848 000 ຄ ນ ໃນນ ນມ ຜ ເສຍຊ ວ ດແມ ນ 796 300 ຄ ນ ສະມາຄົມມິດຕະພາບອີຕາລີ ແລະ ລາວ ໄດ້ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ ທ່ານ ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ແກ່​ມໍ​ລະ​ນະ​ກຳ

ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.