ຍສໝ - ກ່ອນອອກເດີນທາງໄປປະຕິບັດພາລະກິດປ້ອງກັນ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ໃນຊ່ວງປີໃໝ່ມະກາ 2026, ທ່ານພົນຈັດຕະວາ ຫງວຽນວັນຢຸງ ໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບໝາຍໜ້າທີ່ໃຫ້ແກ່ພະນັກງານ, ນັກຮົບເຮືອ KN-373, ໂດຍເນັ້ນໜັກເຖິງຄວາມຮັບຜິດຊອບ, ຄວາມອົດທົນທາງການເມືອງ ແລະ ຄວາມຕັດສິນໃຈຮັກສາກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍທາງທະເລ.
ຍສໝ - ຕຳຫຼວດແຂວງວິ່ງລອງ ໄດ້ຈັດຕັ້ງປະຕິບັດຫຼາຍວິທີແກ້ໄຂຢ່າງຮອບດ້ານເພື່ອຄຸ້ມຄອງ ແລະ ຕິດຕາມກວດກາເຮືອຫາປາ, ເພີ່ມທະວີການໂຄສະນາເຜີຍແຜ່, ແກ້ໄຂການລະເມີດການຫາປາ IUU ຢ່າງເຂັ້ມງວດ, ຄ່ອຍໆຍົກສູງຄວາມຮັບຮູ້ຂອງຊາວປະມົງກ່ຽວກັບການປະຕິບັດກົດໝາຍ.
ຍສໝ - ວັນທີ 20 ທັນວາ, ຄະນະພັກ - ຕຳຫຼວດທະເລຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕຳຫຼວດທະເລໃນປີ 2025. ທີ່ກອງປະຊຸມຄັ້ງນີ້, ຕຳຫຼວດທະເລຫວຽດນາມຢືນຢັນວ່າ ການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ແມ່ນໜ້າທີ່ຫຼັກສຳລັບປີ 2026, ເພື່ອແນໃສ່ຮັກສາກົດລະບຽບຂອງກົດໝາຍໃນທະເລ ແລະ ປະກອບສ່ວນຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ຕໍ່ກັບການຫາປາຂອງຫວຽດນາມ.
ຍສໝ - ໃນເຊົ້າວັນທີ 22 ພະຈິກ ທີ່ກາເມົາ, ກອບເຮືອ 42 – ກອງບັນຊາການ ເຂດ ຕໍາຫຼວດທະເລ 4 ໄດ້ຈັດກອງປະຊຸມສະຫຼຸບຜົນວຽກງານປະຈຳປີ 2025. ຈຸດເດັ່ນຂອງປີຄືການກວດກາ, ການເຮັດວຽກປະຊາສຳພັນກ່ຽວກັບການຕໍ່ຕ້ານການຂຸດຄົ້ນສັດນ້ຳທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມຂໍ້ກຳນົດ (IUU) ໃຫ້ແກ່ເຮືອ ແລະ ຊາວປະມົງຫຼາຍພັນຮອບ, ຊຶ່ງໄດ້ມີສ່ວນຊ່ວຍໃນການບັນລຸເປົ້າໝາຍຮ່ວມຂອງປະເທດໃນຄວາມພະຍາຍາມຍົກເລີກ “ໃບເຕືອນສີເຫຼືອງ” EC.
ຍສໝ - ໃນຕອນເຊົ້າວັນທີ 5 ພະຈິກ, ທີ່ບ່ອນຈອດເຮືອປະມົງ ບ້ານຮາໄຕ, ຕາແສງນາມເກືອເຫວຽດ, ແຂວງກວາງຈິ້, ຫົວໜ່ວຍເຮືອ 202 (ຕຳຫຼວດທະເລ ເຂດ 2) ໄດ້ຮ່ວມມືກັບດ່ານຊາຍແດນທະເລ ຈຽວວັນ (ກອງທັບຊາຍແດນແຂວງກວາງຈິ້) ຈັດກິດຈະກຳປະຊາສຳພັນກົດໝາຍ ໃຫ້ແກ່ເຈົ້າຂອງເຮືອ, ເຮືອປະມົງ ແລະ ຊາວປະມົງ.
ຍສໝ - ແຕ່ວັນທີ 29-31 ຕຸລາ, ກອງທະຫານເຮືອປ້ອງກັນຊາຍແດນ 18 (ກອງບັນຊາການປ້ອງກັນຊາຍແດນ) ສົມທົບກັບກອງບັນຊາການຕຳຫຼວດທະເລເຂດ 3 (ກອງບັນຊາກາຕຳຫຼວດທະເລເຂດ ຫວຽດນາມ) ໄດ້ຈັດຕັ້ງການໂຄສະນາກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ຕາມກຳນົດ (IUU) ໃຫ້ແກ່ເຮືອ 60 ລຳ ແລະ ຊາວປະມົງປະມານ 800 ຄົນ ໃນນ່ານນ້ຳຂອງນະຄອນໂຮ່ຈິມິນ.
ຍສໝ - ຕອນເຊົ້າວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ໃນຂອບເຂດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍຕ້ານອາຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ), ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີບັນດາການພົບປະສອງຝ່າຍກັບຜູ້ນຳບັນດາກະຊວງ, ອົງການປະຕິບັດກົດໝາຍ ແລະ ວິສາຫະກິດສາກົນ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ການປ້ອງກັນຕ້ານອາຊະຍາກຳຂ້າມຊາດ ແລະ ຄວາມປອດໄພທາງອິນເຕີເນັດ.
ຍສໝ - ຕອນບ່າຍວັນທີ 14 ສິງຫາ 2025, ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບກະຊວງຕຳຫຼວດລາວ ຈັດຕັ້ງການພົບປະກັບບັນດາການນຳ, ພະນັກງານ, ນັກຮົບຕຳຫຼວດ ປະຊາຊົນ ລາວ ທີ່ເຄີຍຮຽນຢູ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ (19 ສິງຫາ 1945 - 19 ສິງຫາ 2025) ແລະ 20 ປີແຫ່ງວັນບຸນທົ່ວປະຊາຊົນປົກປັກຮັກສາຄວາມປອດໄພແຫ່ງຊາດ (19 ສິງຫາ 2005 – 19 ສິງຫາ 2025).
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຕຳຫຼວດດລາວ ວິໄລ ລາຄຳຟອງ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ແຕ່ປີ 2022, ກຳລັງຕຳຫຼວດປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງເປັນທາງການ. ດ້ວຍການກະກຽມຢ່າງຮອບຄອບ, ເປັນມືອາຊີບ ແລະ ມີຈິດໃຈມະນຸດສະທຳຢ່າງເລິກເຊິ່ງ, ນາຍຕຳຫຼວດຫວຽດນາມ ບໍ່ພຽງແຕ່ເຮັດສຳເລັດວຽກງານວິຊາສະເພາະເທົ່ານັ້ນ ຫາກຍັງໄດ້ບັນລຸເຄື່ອງໝາຍອັນສວຍງາມໃນໃຈຂອງປະຊາຄົມສາກົນໃນບັນດາການປະທະກັນ.
ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ວັນທີ 12 ມັງກອນນີ້, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ກົມພົວພັນຕ່າງປະເທດ ແລະ ກົມກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຕຸລາການ - ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຢູ່ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “ແນະນຳບົດລາຍງານແຫ່ງຊາດຄັ້ງທີສອງຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ຮູບແບບອື່ນໆຂອງການປະພຶດ ຫຼື ການລົງໂທດທີ່ໂຫດຮ້າຍ, ບໍ່ມີມະນຸດສະທຳ ຫຼື ເຮັດໃຫ້ມະນຸດອັບອາຍຂາຍໜ້າ.
ຍສໝ - ວັນທີ 27 ພະຈິກ, ຢູ່ຫໍພິພິທະພັນຕຳຫຼວດປະຊາຊົນ, ກະຊວງຕຳຫຼວດ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັນຈັດຕັ້ງເປີດງານວາງສະແດງຮູບພາບ ແລະ ໂຄສະນາກົດໝາຍສິດທິມະນຸດໃນເດືອນການກະທຳກ່ຽວກັບຄວາມສະເໝີພາບທາງເພດ, ປ້ອງກັນ ແລະ ຮັບມືກັບຄວາມຮຸນແຮງບົນພື້ນຖານທາງເພດ.
ຍສໝ - ຫວ່າງມໍ່ໆມານີ້, ຄະນະປະຕິບັດງານໂດຍ ທ່ານພົນຈັດຕະວາ ສຸຍບຸນຮຽງ ຮອງຫົວໜ້າຮັບຜິດຊອບດ້ານປ້ອງກັນ, ຕ້ານອັກຄີໄພ ແລະ ວັດຖຸລະເບີດ, ພະແນກຕຳຫຼວດແຂວງ Tboung Kh'Mum, ລາຊະອານາຈັກ ກຳປູເຈຍ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ຂອບອົກຂອບໃຈຕຳຫຼວດແຂວງ ໄຕນິງ ທີ່ໄດ້ໃຫ້ການໜູນຊ່ວຍດັບເພີງຢູ່ຕາແສງ Tropeng Phlong, ເມືອງ Ponhia Kret ຢ່າງທັນການ.
ຍສໝ - ກຳລັງຕຳຫຼວດທະເລຂອງສອງປະເທດຫວຽດນາມ ແລະ ອິນໂດເນເຊຍ ຫາກໍ່ສຳເລັດການຊ້ອມຮົບຮ່ວມຢູ່ເຂດທະເລນອກຝັ່ງທະເລແຂວງ ບາເຣ້ຍ - ຫວຸງເຕົ່າ ຢ່າງຈົບງາມ.ເຫດການນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, 2 ກຳລັງ; ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບຂອງສອງປະເທດໄດ້ແລກປ່ຽນ, ຮ່ຳຮຽນ, ມີປະສົບການອັນລ້ຳຄ່າຕື່ມອີກໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ປະຕິບັດກົດໝາຍຢູ່ທະເລ.
ຍສໝ - ວັນທີ 9 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.