ປະສານງານຢ່າງໃກ້ຊິດເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານຫວຽດນາມຢູ່ຕ່າງປະເທດ

18:00 | 31/07/2020

ຍສໝ - ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າກະຊວງການຕ່າງປະເທດໂດຍລວມ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ຕ່າງປະເທດ ເວົ້າສະເພາະຈະສືບຕໍ່ສົມທົບກັນຢ່າງ ແໜ້ນແຟ້ນກັບບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນງານຫວຽດນາມ ຢູ່ ຕ່າງປະເທດ ກໍ່ຄືຄົນຕ່າງປະເທດທີ່ເຮັດວຽກ ຢູ່ ຫວຽດນາມ.

ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 219 ຄົນ ຢູ່ ກີ​ເນ ​ເອກົວ​ຕໍຣີອານ​ ກັບ​ເມືອ​ປະ​ເທດ
ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ ທະນາຄານ​ໂລກ ຊ່ວຍ​ເຫຼືອຫຼ້າຈໍານວນ​ເງິນ​ຫຼາຍກວ່າ 6.2 ລ້ານ ໂດ​ລາ​ສະ​ຫະ​ລັດ ໃຫ້​ແກ່ ​ຫວຽດນາມ
ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ
ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເຮັດວຽກກັບການນຳຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ.(ພາບ:baoquocte.vn)

ຕອນເຊົ້າວັນທີ 31 ກໍລະກົດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ໄລຍະ 2020 - 2023, ໂດຍທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບການນຳຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ.

ປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ກໍ່ໄດ້ຮ່ວມມືກັນຜ່ານເກືອບ ຂໍ້ຕົກລົງ ແລະ ບົດບັນທຶກຄວາມເຂົ້າໃຈ 200 ສະບັບ ກັບ 40 ກວ່າປະເທດ ແລະ ເຂດແຄວ້ນ, ເກືອບ 20 ອົງການຈັດຕັ້ງສາກົນ ແລະ ພາກພື້ນ ແລະ 40 ກວ່າອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

ບັນດາໜ່ວຍງານຂອງກະຊວງໄດ້ປະຕິບັດຍຸດທະສາດການເຊື່ອມໂຍງສາກົນກ່ຽວກັບແຮງງານ ແລະ ສັງຄົມ; ເພີ່ມທະວີການຮ່ວມມືກັບອົງການແຮງງານສາກົນ (ILO), ບັນດາອົງການ ຂຶ້ນກັບ ສປຊ ແລະ ບັນດາເວທີປາໄສພາກພື້ນ; ເປັນເຈົ້າການໃນການເຂົ້າຮ່ວມບັນດາຄະນະກຳມະການຮ່ວມ, ຄະນະກຳມະການລະຫວ່າງລັດຖະບານ; ເພີ່ມທະວີການສົນທະນາດ້ານນະໂຍບາຍກັບຄູ່ຮ່ວມມືສອງຝ່າຍກ່ຽວກັບແຮງງານ, ວຽກເຮັດງານທຳ ແລະ ປະກັນສັງຄົມ. ກະຊວງດັ່ງກ່າວຍັງໄດ້ເພີ່ມທະວີໃນການນຳໃຊ້ການຮ່ວມມື, ການສະໜັບສະໜູນ ດ້ານເຕັກນິກການເງິນ ສຳລັບການພັດທະນາຍຸດທະສາດ ແລະ ບັນດາບຸລິມະສິດທີ່ສຳຄັນຂອງຂະແໜງການໃນໄລຍະ 2020-2025...

ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ
ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.(ພາບ:baoquocte.vn)

ທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມຢັ້ງຢືນວ່າກະຊວງການຕ່າງປະເທດໂດຍລວມ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ຕ່າງປະເທດ ເວົ້າສະເພາະ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນງານຫວຽດນາມ ຢູ່ ຕ່າງປະເທດ ກໍ່ຄືຄົນຕ່າງປະເທດທີ່ເຮັດວຽກ ຢູ່ ຫວຽດນາມ; ສືບຕໍ່ສະໜັບສະໜູນບັນດາສະມາຄົມ, ອົງການຈັດຕັ້ງຕ່າງໆເພື່ອສົ່ງແຮງງານຫວຽດນາມໄປຕ່າງປະເທດ, ຂະຫຍາຍຕະຫຼາດ, ແກ້ໄຂບັນຫາຕ່າງໆໃນຂະບວນການຂອງຄົນງານທີ່ເຮັດວຽກຢູ່ປະເທດປະຈໍາຖີ່ນ…

ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ ນຳສົ່ງພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກສະຫະລັດອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ

ຍສໝ - ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມໂລກລະບາດໃນເວລາບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ກາມແລງ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມທີ່ໄດ້ກຳນົດໄວ້.

ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດສະໜັບສະໜູນບັນດາປະເທດອາຟຣິກາ ເພື່ອປ້ອງກັນ ແລະ ຄວບຄຸມ Covid-19

ຍສໝ - ຕອນບ່າຍວັນທີ 30 ກໍລະກົດ, ຢູ່ ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ໂຕແອງຢູ້ງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ມອບເຄື່ອງອຸປະກອນການແພດທີ່ເປັນສັນຍາລັກເພື່ອຕ້ານໂລກລະບາດ Covid-19 ຂອງລັດຖະບານຫວຽດນາມໃຫ້ 5 ປະເທດອາຟຼິກາ.

ປະສານງານຢ າງໃກ ຊ ດເພ ອປ ກປ ອງສ ດ ແລະ ຜ ນປະໂຫຍດຂອງແຮງງານຫວຽດນາມຢ ຕ າງປະເທດ ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ

ຍສໝ - ເມື່ອບໍ່ດົນມານີ້, ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ The Diplomat ກໍ່ໃຫ້ຂໍ້ສັງເກດວ່າມີຫຼາຍປັດໄຈທີ່ສະແດງໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.