ນາຍົກລັດຖະມົນຕີເນັ້ນໜັກບໍ່ປະໃຫ້ໂລກລະບາດລະເບີດ ແລະ ແຜ່ລະບາດໃນວົງກວ້າງຢູ່ດ່າໜັງ ແລະ ທ້ອງຖິ່ນຕ່າງໆ

08:00 | 28/07/2020

ຍສໝ - ຕໍ່ໜ້າສະພາບການອັນສັບສົນດັ່ງກ່າວ, ທ່ານນາຍົກລັດຖະມົນຕີເນັ້ນໜັກບໍ່ປະໃຫ້ໂລກລະບາດລະເບີດ ແລະ ແຜ່ລະບາດໃນວົງກວ້າງຢູ່ດ່າໜັງ ແລະ ທ້ອງຖິ່ນຕ່າງໆ.

ນາຍ ກລ ດຖະມ ນຕ ເນ ນໜ ກບ ປະໃຫ ໂລກລະບາດລະເບ ດ ແລະ ແຜ ລະບາດໃນວ ງກວ າງຢ ດ າໜ ງ ແລະ ທ ອງຖ ນຕ າງໆ ລັດຖະມົນຕີການຕ່າງປະເທດລາວ ຖືວ່າ ຫວຽດນາມໄດ້ມີການປະກອບສ່ວນສໍາຄັນຫຼາຍຢ່າງໃນຖານະຕໍາແໜ່ງເປັນປະທານ ກໍ່ຄືໃນຖານະຕໍາແໜ່ງເປັນສະມາຊິກຂອງອາຊຽນ
ນາຍ ກລ ດຖະມ ນຕ ເນ ນໜ ກບ ປະໃຫ ໂລກລະບາດລະເບ ດ ແລະ ແຜ ລະບາດໃນວ ງກວ າງຢ ດ າໜ ງ ແລະ ທ ອງຖ ນຕ າງໆ

ຊຸກຍູ້ຮ່ວມມືລະຫວ່າງບາງທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວ

ນາຍ ກລ ດຖະມ ນຕ ເນ ນໜ ກບ ປະໃຫ ໂລກລະບາດລະເບ ດ ແລະ ແຜ ລະບາດໃນວ ງກວ າງຢ ດ າໜ ງ ແລະ ທ ອງຖ ນຕ າງໆ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 27 ກໍລະກົດ ກ່າວຄໍາເຫັນໄຂກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການຫາກໍກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກຢູ່ນະຄອນດ່າໜັງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ເມື່ອກວດພົບກໍລະນີຕິດເຊື້ອຄົນທໍາອິດ ໝາຍເລກ 416 ພາຍຫຼັງ 99 ວັນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ, ນະຄອນດ່າໜັງ ແລະ ກະຊວງສາທາລະນະສຸກຫວຽດນາມ ໄດ້ຜັນຂະຫຍາຍມາດຕະການຫຼາຍຢ່າງເພື່ອສະກັດກັ້ນການແຜ່ລະບາດ. ດ່າໜັງ ໄດ້ເປັນເຈົ້າການຈໍາກັດ, ກໍານົດບໍລິເວນ. ຂະແໜງສາທາລະນະສຸກ ເພີີ່ມທະວີພະນັກງານເຂົ້າປະຈໍາຢູ່ດ່າໜັງ.

ໃນຕອນບ່າຍວັນທີ 26 ກໍລະກົດ, ຫ້ອງວ່າການລັດຖະບານ ໄດ້ປະກາດເອກະສານດ່ວນ ສົ່ງເຖິງຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທາລະນະສຸກ ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຮີບເຮັ່ງຜັນຂະຫຍາຍບັນດາຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເມື່ອວັນທີ 25 ກໍລະກົດ ຢ່າງເຂັ້ມງວດ.

ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊີ້ນຳ, ໜູນຊ່ວຍນະຄອນດ່ານັ້ງ, ໂດຍສະເພາະແມ່ນຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຊອກຫາຮ່ອງຮອຍການຕິດເຊື້ອໂຄວິດ-19 ໃນວົງກວ້າງຢູ່ນະຄອນດ່ານັ້ງ, ໂດຍສະເພາະແມ່ນບັນດາກໍລະນີມີຄວາມສ່ຽງຕິດແປດ, ນັບທັງນັກທ່ອງທ່ຽວ. ກະຊວງສາທາລະນະສຸກ ຊີ້ນຳການໜູນຊ່ວຍນະຄອນ ດ່ານັ້ງ ເພີ່ມທະວີກຳລັງຄວາມສາມາດໃນການວິໄຈ, ປິ່ນປົວ; ສືບສວນ, ຕິດຕາມກວດກາໂລກລະບາດ, ໂດຍສະເພາະແມ່ນບັນດາເປົ້າໝາຍ, ເຂດທີ່ມີຄວາມສ່ຽງສູງ.

ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນໍານະຄອນດ່າໜັງ ໝູນໃຊ້ມາດຕະການແຍກຫ່າງໃນສັງຄົມຕາມຄໍານສັ່ງເລກທີ 19 ອອກວັນທີ 24 ເມສາ 2020 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ໃນສະພາບການໃໝ່ຢູ່ລະດັບທ້ອງຖິ່ນມີຄວາມສ່ຽງສູງ. ມາດຕະການດັ່ງກ່າວ ຈະເລີ່ມປະຕິບັດແຕ່ເວລາ 00 ໂມງ 00 ນາທີ ຂອງວັນທີ 28 ກໍລະກົດເປັນຕົ້ນໄປ ແລະແກ່ຍາວຢ່າງໜ້ອຍ 14 ວັນ, ລວມທັງການໃສ່ຜ້າອັດປາກ - ອັດດັງຢູ່ສະຖານທີ່ສາທາລະນະ ແລະ ພາຫະນະສາທາລະນະ.

ນາຍ ກລ ດຖະມ ນຕ ເນ ນໜ ກບ ປະໃຫ ໂລກລະບາດລະເບ ດ ແລະ ແຜ ລະບາດໃນວ ງກວ າງຢ ດ າໜ ງ ແລະ ທ ອງຖ ນຕ າງໆ ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນວັນທີ 25 ກໍລະກົດ, ຖ້ຽວບິນພິເສດເລກໝາຍ VN9 ໄດ້ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 276 ຄົນຢູ່ປະເທດກູບາ ແລະ ເຢຍລະມັນ ໄດ້ກັບຄືນປະເທດຢ່າງປອດໄພ.

ນາຍ ກລ ດຖະມ ນຕ ເນ ນໜ ກບ ປະໃຫ ໂລກລະບາດລະເບ ດ ແລະ ແຜ ລະບາດໃນວ ງກວ າງຢ ດ າໜ ງ ແລະ ທ ອງຖ ນຕ າງໆ ກອງປະຊຸມສາກົນ 'ບົດບາດຂອງການທູດປະຊາຊົນໃນການພັດທະນາການພົວພັນລັດເຊຍ - ຫວຽດນາມ'

ຍສໝ - ມູນເຊື້ອແຫ່ງຄວາມສາມັກຄີ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ສ້າງຂື້ນໂດຍຄົນລຸ້ນກ່ອນ ກຳລັງໄດ້ຮັບການຮັກສາ ແລະເສີມຂະຫຍາຍໃນເງື່ອນໄຂປະຫວັດສາດໃໝ່, ການທູດປະຊາຊົນປະກອບສ່ວນສຳຄັນເຂົ້າໃນການພັດທະນາການພົວພັນສອງຝ່າຍ.

ນາຍ ກລ ດຖະມ ນຕ ເນ ນໜ ກບ ປະໃຫ ໂລກລະບາດລະເບ ດ ແລະ ແຜ ລະບາດໃນວ ງກວ າງຢ ດ າໜ ງ ແລະ ທ ອງຖ ນຕ າງໆ ລັດຖະມົນຕີການຕ່າງປະເທດລາວ ຖືວ່າ ຫວຽດນາມໄດ້ມີການປະກອບສ່ວນສໍາຄັນຫຼາຍຢ່າງໃນຖານະຕໍາແໜ່ງເປັນປະທານ ກໍ່ຄືໃນຖານະຕໍາແໜ່ງເປັນສະມາຊິກຂອງອາຊຽນ

ຍສໝ - "ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນບໍ່ພຽງແຕ່ໃນການນໍາພາອາຊຽນ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນຄວາມສາມາດຂອງຕົນໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນໂລກ ແລະໃນພາກພື້ນອີກດ້ວຍ. ນີ້ແມ່ນຫຼັກຖານພະຍານທີ່ຈະແຈ້ງກ່ຽວກັບບົດບາດທີ່ພົ້ນເດັ່ນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020".

ໄຊພອນ

ເຫດການ
302 Found

Found

The document has moved here.