ຫວຽດນາມ ປະຕິບັດຢ່າງເຂັ້ມງວດ ຄຳໝັ້ນສັນຍາໃນການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ

16:25 | 27/07/2020

ຍສໝ - ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ, ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍທົ່ວໂລກ ແລະ ຮຽກຮ້ອງໃຫ້ມີວິທີແກ້ໄຂທົ່ວໂລກຢ່າງທັນການ.

ຫວຽດນາມ ປະຕ ບ ດຢ າງເຂ ມງວດ ຄຳໝ ນສ ນຍາໃນການຮ ບມ ກ ບສະພາບການປ ຽນແປງຂອງດ ນຟ າອາກາດ ອະດີດນັກຮົບອາສາສະໝັກ ແນວໂຮມ 479 ຢູ່ເຂດຮ່າໂນ້ຍ ສືບຕໍ່ເພີ່ມທະວີຄວາມສາມັກຄີລະຫວ່າງຫວຽດນາມ ແລະ ກຳປູເຈຍ
ຫວຽດນາມ ປະຕ ບ ດຢ າງເຂ ມງວດ ຄຳໝ ນສ ນຍາໃນການຮ ບມ ກ ບສະພາບການປ ຽນແປງຂອງດ ນຟ າອາກາດ ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK

ເມື່ອບໍ່ດົນມານີ້, ທ່ານ Heiko Maas - ລັດຖະມົນຕີການຕ່າງປະເທດເຢຍລະມັນ, ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງດ້ວຍຮູບການອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ "ການປ່ຽນແປງດິນຟ້າອາກາດ ແລະ ຄວາມປອດໄພ".

ຫວຽດນາມ ປະຕ ບ ດຢ າງເຂ ມງວດ ຄຳໝ ນສ ນຍາໃນການຮ ບມ ກ ບສະພາບການປ ຽນແປງຂອງດ ນຟ າອາກາດ
ກອງປະຊຸມຖ່າຍທອດສົດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ "ການປ່ຽນແປງດິນຟ້າອາກາດ ແລະ ຄວາມປອດໄພ". (ພາບ: vietnamnet)

ບັນດານັກປາຖະກະຖາ ໄດ້ເນັ້ນໜັກວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດຕ້ອງຊອກຫາມາດຕະການແກ້ໄຂຢ່າງຮອບດ້ານ ຕໍ່ບັນດາສິ່ງທ້າທາຍດັ່ງກ່າວ, ສ້າງຄວາມເຂັ້ມແຂງຂອງສະຫະປະຊາຊາດ ໃນການຮັບມືກັບຄວາມສ່ຽງດ້ານຄວາມປອດໄພທີ່ກ່ຽວຂ້ອງກັບດິນຟ້າອາກາດ; ຢືນຢັນຄວາມສຳຄັນຂອງກົດບັນຢັດຫຼາຍຝ່າຍ ເຊິ່ງສະຫະປະຊາຊາດມີບົດບາດເປັນໃຈກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ເນັ້ນໜັກເຖິງຜົນກະທົບຢ່າງເລິກເຊິ່ງຂອງການປ່ຽນແປງດິນຟ້າອາກາດ ຕໍ່ຊີວິດການເປັນຢູ່ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຫຼ່ງນ້ຳຂອງປະຊາຊົນ.

ທ່ານ ຟ້າມບິ່ງມິງ ຢືນຢັນວ່າ ບັນດາມາດຕະການຕອບໂຕ້ມີປະສິດທິຜົນສຳຫຼັບການປ່ຽນແປງຂອງດິນຟ້າອາກາດ ມີຄວາມໝາຍຍຸດທະສາດໃຫ້ແກ່ການພັດທະນາແບບຍືນຍົງຂອງຫວຽດນາມ. ພ້ອມກັນນັ້ນ, ທ່ານຟ້າມບິ່ງມິງ ໄດ້ຍັງຢືນຢັນວ່າ ຫວຽດນາມຕັດສິນໃຈປະຕິບັດຢ່າງເຂັ້ມງວດ ຄຳໝັ້ນສັນຍາໃນການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດທັງໃນໂລກ ແລະ ພາກພື້ນ, ໂດຍສະເພາະໃນຂອບການຮ່ວມມືອາຊຽນ.

ທ່ານ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ການເພີ່ມທະວີການຮ່ວມມືສາກົນ ແມ່ນປັດໄຈສຳຄັນສຳຫຼັບຄວາມສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຍືນຍົງຂອງປະຊາຊົນທົ່ວໂລກ; ເນັ້ນໜັກວ່າສະພາຄວາມໝັ້ນຄົງ ຕ້ອງການແກ້ໄຂບັນດາສາເຫດທີ່ໃຫ້ເກີດການປະທະກັນ, ເຊັ່ນ: ຄວາມທຸກຍາກ, ຄວາມບໍ່ສະເໝີພາບ, ການຂຸນເສິກ ແລະ ບໍ່ປະຕິບັດຕາມກົດໝາຍສາກົນ. ພ້ອມທັງສະເໜີໃຫ້ແກ່ສະພາຄວາມໝັ້ນຄົງສະຫະປະຊາຊາດຕ້ອງໄດ້ເພີ່ມເຕີມການວິເຄາະຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ເພື່ອພັດທະນາຍຸດທະສາດຮອບດ້ານໃນການແກ້ໄຂຂໍ້ຂັດແຍ່ງ ແລະ ວິກິດການ.

ຫວຽດນາມ ປະຕ ບ ດຢ າງເຂ ມງວດ ຄຳໝ ນສ ນຍາໃນການຮ ບມ ກ ບສະພາບການປ ຽນແປງຂອງດ ນຟ າອາກາດ ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນວັນທີ 25 ກໍລະກົດ, ຖ້ຽວບິນພິເສດເລກໝາຍ VN9 ໄດ້ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 276 ຄົນຢູ່ປະເທດກູບາ ແລະ ເຢຍລະມັນ ໄດ້ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ ປະຕ ບ ດຢ າງເຂ ມງວດ ຄຳໝ ນສ ນຍາໃນການຮ ບມ ກ ບສະພາບການປ ຽນແປງຂອງດ ນຟ າອາກາດ ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ

ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບຂອງບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ພາຍຫຼັງການກໍ່ສາງເປັນເວລາກວ່າ 700 ມື້.

ຫວຽດນາມ ປະຕ ບ ດຢ າງເຂ ມງວດ ຄຳໝ ນສ ນຍາໃນການຮ ບມ ກ ບສະພາບການປ ຽນແປງຂອງດ ນຟ າອາກາດ ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ

ຍສໝ - ນີ້ແມ່ນ ຄຳພິນິດໄສຂອງທ່ານ Ahmad Ibrahim Almutaqqi - ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊຽນຂອງສູນ Habibie (ອິນໂດເນເຊຍ) ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ປະຈຳຢູ່ ຈາກາຕາ - ອິນໂດເນເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.