ຫວຽດນາມຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ

08:00 | 17/07/2020

ຍ​ສ​ໝ - ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.

ຫວຽດນາມຈ ດຕ ງກອງປະຊ ມອອນລາຍຕາໜ າງບ ນດາສ ນຮ ກສາສ ນຕ ພາບ ອາຊຽນ ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ
ຫວຽດນາມຈ ດຕ ງກອງປະຊ ມອອນລາຍຕາໜ າງບ ນດາສ ນຮ ກສາສ ນຕ ພາບ ອາຊຽນ ຫວຽດນາມເປັນປະທານກອງປະຊຸມສົນທະນາ ກ່ຽວກັບການກໍ່ສ້າງກອບການຟື້ນຟູສັງລວມຂອງອາຊຽນ
ຫວຽດນາມຈ ດຕ ງກອງປະຊ ມອອນລາຍຕາໜ າງບ ນດາສ ນຮ ກສາສ ນຕ ພາບ ອາຊຽນ
ທ່ານ​ພົນ​ໂທ​ ຫງວຽນຈິຫວິ້ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: vietnamnet.vn)

ວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ (APCN) ດ້ວຍຫົວຂໍ້: “ເພີ່ມທະວີການຮ່ວມມືຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19”.

ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.

ກ່າວຄໍາເຫັນທີ່ພິທີໄຂ, ໂດຍຕາງ​ໜ້າ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ທ່ານ​ພົນ​ໂທ​ ຫງວຽນຈິຫວິ້ງ ໄດ້​ສະ​ແດງວ່າ​ກອງ​ປະ​ຊຸມ​ຈະ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົ​ນ​ແທດ​ຈິງ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ. ທ່ານພົນໂທ ຫງວຽນຈິຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີບັນດາສະມາຊິກ APCN ພ້ອມກັນແບ່ງປັນປະສົບການ, ບົດຮຽນທີ່ບັນລຸຜົນສໍາເລັດຂອງ ກອງທັບບັນດາປະເທດສະມາຊິກ ໃນບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ຖອດຖອນບົດຮຽນສໍາລັບກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ໃຫ້​ຄຳ​ຄິດ​ເຫັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບາງ​ບັນ​ຫາ​ຕົ້ນ​ຕໍ່ຄື: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ບັນ​ດາ​ສະ​ມາ​ຊິກ APCN ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19, ແບ່ງ​ປັນ​ຜົນ​ງານ​ຂອງກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ໃນ​ການ​ເຂົ້າ​ຮ່ວມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19, ບົດ​ຮຽນ ແລະ ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ສຳ​ລັບ​ບັນ​ດາ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕະ​ພາບ, ອັບ​ເດັດ​ສະ​ພາບ​ການ​ໂລກ​ລະ​ລາດ​ຢູ່​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ.​

ຫວຽດນາມຈ ດຕ ງກອງປະຊ ມອອນລາຍຕາໜ າງບ ນດາສ ນຮ ກສາສ ນຕ ພາບ ອາຊຽນ ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ

ຍສໝ - ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງເວທີປຶກສາຫາລືອາຊຽນກ່ຽວກັບການພັດທະນາອະນຸພາກພື້ນ: "ການຮ່ວມມືແມ່ນ້ຳຂອງ ຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ".

ຫວຽດນາມຈ ດຕ ງກອງປະຊ ມອອນລາຍຕາໜ າງບ ນດາສ ນຮ ກສາສ ນຕ ພາບ ອາຊຽນ ຫວຽດນາມເປັນປະທານກອງປະຊຸມສົນທະນາ ກ່ຽວກັບການກໍ່ສ້າງກອບການຟື້ນຟູສັງລວມຂອງອາຊຽນ

ຍສໝ - ໃນວັນທີ 14 ກໍລະກົດປີ 2020, ກອງປະຊຸມລະຫວ່າງຂະແໜງການກ່ຽວກັບການພັດທະນາກອບການຟື້ນຟູສັງລວມຂອງອາຊຽນ ໄດ້ຈັດຂື້ນດ້ວຍຮູບການອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວກຢູ໋ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດປະເທດຫວຽດນາມ, ຫົວໜ້າອົງການ SOM ອາຊຽນ - ຫວຽດນາມ.

ຫວຽດນາມຈ ດຕ ງກອງປະຊ ມອອນລາຍຕາໜ າງບ ນດາສ ນຮ ກສາສ ນຕ ພາບ ອາຊຽນ ຫວຽດນາມ ໄດ້ແບ່ງປັນປະສົບການຂອງອາຊຽນ ກ່ຽວກັບການສະກັດກັ້ນການກໍ່ການຮ້າຍໃນໃນ​ສັບ​ປະ​ດາ​ປ້ອງ​ກັນ​, ຕ້ານການ​ກໍ່​ການ​ຮ້າຍ​ຂອງ ສ​ປ​ຊສະຫະປະຊາຊາດ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ ຕ້ອງຊຸກຍູ້ແຮງການໜູນຊ່ວຍດ້ານເຕັກນິກ ແລະ ສ້າງຄວາມສາມາດໃຫ້ແກ່ບັນດາປະເທດໃນການຊອກຄົ້ນ, ສືບສວນ ແລະ ດຳເນີນຄະດີອາດຊະຍາກຳກໍ່ການຮ້າຍ ແລະ ອາດຊະຍາກຳຢ່າງຮ້າຍແຮງອື່ນໆ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.