ກອງປະຊຸມ ASEM ຄັ້ງທີ 13 ສ້າງຄວາມປະທັບໃຈຕໍ່ຜູ້ແທນພາສີລາວ

06:17 | 14/10/2019

ຍສໝ - ຕອບສຳພາດກັບໜັງສືພິມພາສີ, ທ່ານ ການດາ ສີປະເສີດ ຮອງຫົວໜ້າກົມຮ່ວມມືສາກົນ, ກົມພາສີ ສປປ ລາວ ໄດ້ຕີລາຄາສູງຕໍ່ວຽກງານກະກຽມ, ການຕ້ອນຮັບ, ການຈັດຕັ້ງຂອງຂະແໜງພາສີຫວຽດນາມ ໃນກອງປະຊຸມ ASEM ຄັ້ງທີ 13.

ກອງປະຊຸມກົມໃຫຍ່ພາສີເວທີໄປໄສຮ່ວມມືອາຊີ-ເອີລົບ (ASEM) ຄັ້ງທີ 13 ໄດ້ສິ້ນສຸດລົງຢ່າງຈົບງາມ, ຂະແໜງພາສີລາວ ກໍ່ຕີລາຄາສູງການຮ່ວມມືພາສີ ASEM ໃນໄລຍະ 2018-2019 ທີ່ບັນລຸໄດ້ຜົນງານລື່ນກາຍຄາດໝາຍ. ເລື່ອງຈັດຕັ້ງບັນດາການເຈລະຈາຢ່າງເປັນທາງການ ແລະບໍ່ເປັນທາງການໄດ້ຊ່ວຍໃຫ້ອົງການພາສີບັນດາປະເທດ ASEM ແລກປ່ຽນ ແລະແບ່ງປັນບັນດາບົດຮຽນຕົວຈິງໃນການແກ້ໄຂບັນດາບັນຫາໃນຂົງເຂດພາສີ.

ກອງປະຊຸມ ASEM ຄັ້ງທີ 13 ສ້າງຄວາມປະທັບໃຈຕໍ່ຜູ້ແທນພາສີລາວ

ຄະນະຜູ້ແທນພາສີລາວ ເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 13. (ພາບ:haiquanonline.com.vn)

ທ່ານ ການດາ ສີປະເສີດ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ແມ່ນເຫດການໃຫຍ່, ມີຄວາມໝາຍທີ່ສຸດເພື່ອຊ່ວຍໃຫ້ການເຊື່ອມຕໍ່ລະຫວ່າງອົງການພາສີບັນດາປະເທດສະມາຊິກ ASEM ນຳກັນ. ຂະແໜງພາສີຫວຽດນາມ ຈັດຕັ້ງກອງປະຊຸມໄດ້ຢ່າງສົມບູນທີ່ສຸດ, ຂະແໜງພາສີຫວຽດນາມ ໄດ້ມີບັນດາປະກອບສ່ວນອັນໃຫຍ່ຫຼວງຢ່າງແທ້ຈິງ, ຊ່ວຍໃຫ້ອົງການພາສີບັນດາປະເທດສະມາຊິກ ASEM ຫຍັບເຂົ້າໃກ້ກັນກວ່າ. ພ້ອມທັງມີຄວາມປາດຖະໜາຢາກຮ່ວມມື ແລະ ຮໍ່າຮຽນເອົາບົດຮຽນໃນການຈັດຕັ້ງບັນດາເຫດການໃຫຍ່ຈາກຂະແໜງພາສີຫວຽດນາມ ກໍ່ຄືຮໍ່າຮຽນເອົາບົດຮຽນກ່ຽວກັບວຽກງານຄຸ້ມຄອງ, ກວດກາ, ຄວບຄຸມຄວາມສະຫງົບຊາຍແດນຂອງຂະແໜງພາສີຫວຽດນາມ.

(ໄຊພອນ)

302 Found

Found

The document has moved here.