ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19

18:00 | 28/10/2019

ຍສໝ - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 25 ຕຸລາ, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 (TELMIN 19) ໄດ້ອັດລົງ. ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ລາວ ເປັນປະທານກອງປະຊຸມຖະແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມ.

ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປຊະນີໂທລະຄົມມະນາຄົມ ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນຂອງ ອາຊຽນ” ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ຄັ້ງທີ 19 ໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາບັນດາບັນຫາສຳຄັນຄື: ປ່ຽນຊື່ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ມາເປັນກອງປະຊຸມລັດຖະມົນຕີດີຈີຕອນບັນດາປະເທດ ອາຊຽນ (ເອີ້ນຫຍໍ້ແມ່ນ ADGMIN) ແລະ ປ່ຽນຊື່ກອງປະຊຸມເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ມາເປັນກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນບັນດາປະເທດ ອາຊຽນ (ເອີ້ນຫຍໍ້ແມ່ນ ADGSSOM).

ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19

ອັດກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 ຢູ່ ລາວ. (ພາບ: vov.vn)

ໃນຂອບເຂດກອງປະຊຸມ, ບັນດາການນຳຮັບຜິບຊອບຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ ຈະກວດກາຄືນສະພາບການຜັນຂະຫຍາຍການຮ່ວມມືພາຍໃນ 1 ປີທີ່ຜ່ານມາ, ພ້ອມທັງປຶກສາຫາລືເຫັນດີເປັນເອກະພາບຕໍ່ການກຳນົດທິດການຮ່ວມມືກັບບັນດາເປົ້າໝາຍບຸລິມະສິດໃຫ້ແກ່ໄລຍະການຮ່ວມມືຕໍ່ໄປ, ລວມມີບັນດາຂໍ້ລິເລີ່ມ, ລາຍການຮ່ວມມືເພື່ອແນໃສ່ຫັນເປັນດີຈີຕອນຢູ່ອາຊຽນ.

ໂດຍໄດ້ມີການປຶກສາຫາລື, ແລກປ່ຽນດ້ານນະໂຍບາຍ ແລະ ລະບຽບການ ກັບ ປະເທດຄູ່ຮ່ວມເຈລະຈາ ລວມທັງການຮ່ວມມື ກັບຄູ່ຮ່ວມພັດທະນາ, ຜູ້ປະກອບການພາກເອກະຊົນ ເພື່ອສົ່ງເສີມໃຫ້ເສດຖະກິດ-ສັງຄົມ ດີຈີຕອນ ມີການຂະຫຍາຍຕົວ, ສອດ ຄ່ອງກັບເປົ້າໝາຍ ປະຊາຄົມອາຊຽນ ເຊິ່ງປີນີ້ ໄດ້ກ້າວເຂົ້າສູ່ປີສຸດທ້າຍ ຂອງການປະຕິບັດແຜນແມ່ບົດອາຊຽນ ໄອຊີທີ 2020 (AIM 2020) ເຊິ່ງໄດ້ປະກອບສ່ວນເຮັດ ໃຫ້ບັນດາ ປະເທດສະມາຊິກ ອາ ຊຽນ ມີຄວາມກ້າວໜ້າໃນແຕ່ລະດ້ານ ແລະ ຫັນເປັນ ດີຈີຕອນ ເທື່ອລະກ້າວ.

ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19

ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີໄດ້ຈັດຕັ້ງປະຈຳປີ ຢູ່ພາກພື້ນອາຊຽນ ດ້ວຍເປົ້າໝາຍແມ່ນເພີ່ມທະວີການຮ່ວມມືກ່ຽວກັບໂທລະຄົມມະນາຄົມ ແລະ ເຕັກໂນໂລຢີ ຂໍ້ມູນຂ່າວສານ ລະຫວ່າງບັນດາປະເທດສະມາຊິກ ຂອງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື.

ກອງປະຊຸມກໍ່ເຫັນດີເປັນເອກະພາບຮັບຮອງເອົາ ຂອບເຂດເອກະສານຂອງລັດຖະມົນຕີດີຈີຕອນ (TOR of ADGMIN); ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດແຜນການສັງລວມປີ 2020 ໃຫ້ດີທີ່ສຸດ ແລະ ກະກຽມໃຫ້ແຜນການສັງລວມປີ 2025, ນຳ ອາຊຽນ ພັດທະນາຕາມທິດຍຸດທະສາດເສດຖະກິດສັງຄົມດີຈີຕອນ, ຮັບປະກັບຄວາມປອດໄພ, ຄວາມໝັ້ນຄົງຂອງປະຊາຄົມ ອາຊຽນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.