ຫວຽດນາມ ເຜີຍແພ່ຢ່າງທົ່ວເຖິງ ແລະ ການບໍລິໂພກ ໝາກທຸລຽນຢູ່ອົດສະຕາລີ

16:57 | 22/07/2020

ຍສໝ - ໝາກທຸລຽນແຊ່ແຂງຈຳນວນ 7 ໂຕນຂອງຫວຽດນາມ ໄດ້ສຳເລັດການຜ່ານດ່ານຢູ່ລັດ New South Wales ຂອງປະເທດອົດສະຕາລີ, ເລີ່ມຕົ້ນການສໍາຜັດເຂົ້າເຖິງຜູ້ບໍລິໂພກຢູ່ໃນທ້ອງຕະຫຼາດທີ່ເອົາໃຈຍາກທີ່ສຸດໃນໂລກ.

ຫວຽດນາມ ເຜ ຍແພ ຢ າງທ ວເຖ ງ ແລະ ການບ ລ ໂພກ ໝາກທ ລຽນຢ ອ ດສະຕາລ ຫວຽດນາມ ໄດ້ຢືນຢັນທັດສະນະໃນການສະໜັບສະໜູນຄວາມເປັນເອກະລາດ ແລະ ອະທິປະໄຕຂອງປະເທດ ໄຊປຣັດ
ຫວຽດນາມ ເຜ ຍແພ ຢ າງທ ວເຖ ງ ແລະ ການບ ລ ໂພກ ໝາກທ ລຽນຢ ອ ດສະຕາລ ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກຮຽນລາວ ແລະກໍາປູເຈຍ

ການຂົນສົ່ງຂາເຂົ້າຄັ້ງນີ້ແມ່ນໄດ້ປະຕິບັດໂດຍບໍລິສັດອາຊຽນ (ທີ່ຕັ້ງຢູ່ New South Wales). ເພື່ອເຜີຍແພ່ຢ່າງທົ່ວເຖິງ ແລະ ສົ່ງເສີມການບໍລິໂພກໝາກທຸລຽນ ເຊິ່ງເປັນປະເພດສັນຍະລັກພິເສດຂອງເຂດທົ່ງພຽງພາກໃຕ້ຫວຽດນາມ, ອົງການການຄ້າຫວຽດນາມ ປະຈຳ ອົດສະຕາລີ ໄດ້ຮ່ວມມືກັບບໍລິສັດອາຊຽນ ຈັດຕັ້ງປະຕິບັດລາຍການອາທິດໝາກທຸລຽນຫວຽດນາມຢູ່ອົດສະຕາລີ ທີ່ໄດ້ແກ່ຍາວແຕ່ວັນທີ 20 ຮອດວັນທີ 31 ກໍລະກົດ ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ເຂດທີ່ມີຊາວອາຊີດຳລົງຊີວິດສ່ວນໃຫຍ່.

ຫວຽດນາມ ເຜ ຍແພ ຢ າງທ ວເຖ ງ ແລະ ການບ ລ ໂພກ ໝາກທ ລຽນຢ ອ ດສະຕາລ
ຫວຽດນາມ ເຜີຍແພ່ຢ່າງທົ່ວເຖິງ ແລະ ການບໍລິໂພກ ໝາກທຸລຽນຢູ່ອົດສະຕາລີ. (ພາບ: thanhnien.vn)

ທ່ານ ຫງວຽນຟູຫ່ວາ - ຫົວໜ້າຫ້ອງການການຄ້າຫວຽດນາມ ປະຈຳອົດສະຕາລີ ໄດ້ກ່າວຕໍ່ສຳນັກຂ່າວສານຫວຽດນາມ ວ່າ, ພາຍຫຼັງຜົນສຳເລັດຂອງໂຄງການເຜີຍແພ່ຢ່າງທົ່ວເຖິງ ແລະ ສົ່ງເສີມໝາກໄມ້ຫວຽດນາມຢູ່ອົດສະຕາລີໃນປີ 2019, ການຄ້າຫວຽດນາມ ປະຈຳອົດສະຕາລີ ໄດ້ດຳເນີນການສຳຫຼວດ ແລະ ໄດ້ຮັບຮູ້ຄວາມສາມາດບົ່ມຊ້ອນການບໍລິໂພກຂອງໝາກຖຸລຽນໃນທ້ອງຕະຫຼາດນີ້ແມ່ນໃຫຍ່ຫຼວງຫຼາຍ.

ທ່ານ ຫງວຽນຟູຫ່ວາ ໃຫ້ຮູ້ວ່າໝາກຖຸລຽນແມ່ນໝາກໄມ້ທີ່ມີຄຸນຄ່າສູງ, ແມ່ນໜຶ່ງໃນບັນດາຜະລິດຕະພັນມີຄຸນລັກສະນະຈຳເພາະຂອງຫວຽດນາມ ແລະ ມີຄວາມສາມາດແກ່ງແຍ້ງດີໃນເວທີສາກົນ. ດ້ວຍຄຸນປະໂຫຍດ ເຊິ່ງເປັນໝາກໄມ້ແຊ່ແຂງ ແຕ່ມັນຍັງຮັກສາໄດ້ມາດຕະຖານ ແລະ ລົດຊາດຄືກັນກັບໝາກໄມ້ສົດ, ສະນັ້ນໝາກຖຸລຽນໄດ້ອະນຸມັດໃຫ້ນຳເຂົ້າປະເທດອົດສະຕາລີ ໂດຍບໍ່ຕ້ອງລໍຖ້າການເຈລະຈາເປີດຕະຫຼາດຄືກັບໝາກໄມ້ສົດອື່ນໆ.

ອົງການການຄ້າຫວຽດນາມ ປະຈຳອົດສະຕາລີ ໄດ້ໂຄສະນາເຜີຍແພ່ຢ່າງທົ່ວເຖິງ ລາຍການປະຕິບັດລາຍການອາທິດໝາກທຸລຽນຫວຽດນາມຢູ່ອົດສະຕາລີ ມີຈຸດປະສົງສອງຢ່າງຄື: ຊື້ໝາກທຸລຽນ - ໄດ້ຮັບລາງວັນສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ.

ຄວາມໝາຍຂອງການໂຄສະນາ ແມ່ນການສົມທົບການນຳເອົາຜະລິດຕະພັນກະເສດທີ່ມີຄຸນນະພາບສູງ ຂອງຫວຽດນາມ ໄປຍັງທ້ອງຕະຫລາດອົດສະຕາລີ, ເປີດໂອກາດໃນການຊອກຫາທ້ອງຕະຫລາດສຳລັບຜະລິດຕະພັນກະເສດຕ່າງໆ.

ຫວຽດນາມ ເຜ ຍແພ ຢ າງທ ວເຖ ງ ແລະ ການບ ລ ໂພກ ໝາກທ ລຽນຢ ອ ດສະຕາລ ສະຖານທູດຫວຽດນາມ ປະຈຳ ຈີເລ ມອບຂອງຂວັນ ໃຫ້ແກ່ເມືອງ Cerrro Navia ເພື່ອຕ້ານ Covid-19

ຍສໝ - ທີ່ພິທີ, ທ່ານເຈົ້າຄອງນະຄອນ Mauro Tamayo ໄດ້ຂອບອົກຂອບໃຈການສະໜັບສະໜູນ ຢ່າງທັນການຂອງຫວຽດນາມ, ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງບັນດາເພື່ອນມິດຫວຽດນາມ ທີ່ສະຫງວນ ໃຫ້ແກ່ Cerro Navia.

ຫວຽດນາມ ເຜ ຍແພ ຢ າງທ ວເຖ ງ ແລະ ການບ ລ ໂພກ ໝາກທ ລຽນຢ ອ ດສະຕາລ ຫວຽດນາມ ພ້ອມແລ້ວທີ່ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ກັບປະເທດ ອັງໂກລາ

ຍສໝ - ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Agostinho Andre de Carvalho Fernandes - ເອກອັກຄະລັດຖະທູດປະເທດ ອັງໂກລາ ປະຈຳ ຫວຽດນາມ.

ຫວຽດນາມ ເຜ ຍແພ ຢ າງທ ວເຖ ງ ແລະ ການບ ລ ໂພກ ໝາກທ ລຽນຢ ອ ດສະຕາລ ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ

ຍສໝ - ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ (ເມືອງ ແອັງເຊີນ, ແຂວງ ເງະອານ), ຄະນະບໍລິຫານພຸດທະສາສະໜາແຂວງ ເງະອານ ໄດ້ສົມທົບກັບຄະນະຈັດຕັ້ງງານບຸນ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຈັດພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.