ຫວຽດນາມ ແມ່ນທ້ອງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ສຳລັບບັນດາວິສາຫະກິດຂອງເຢຍລະມັນ

14:17 | 20/07/2020

ຍສໝ - ຕອນແລງວັນທີ 18 ມິຖຸນາ, ຢູ່ ສຳນັກງານໃຫຍ່ຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງເຢຍລະມັນ ໄດ້ຈັດຂຶ້ນກອງປະຊຸມສຳມະນາກ່ຽວກັບການປະເມີນຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດບັນດາປະເທດອາຊີ ທີ່ວິສາຫະກິດເຢຍລະມັນກຳລັງວາງແຜນເພື່ອລົງທຶນ.

ຫວຽດນາມ ແມ ນທ ອງຕະຫ າດທ ມ ຄວາມສາມາດບ ມຊ ອນ ສຳລ ບບ ນດາວ ສາຫະກ ດຂອງເຢຍລະມ ນ ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ
ຫວຽດນາມ ແມ ນທ ອງຕະຫ າດທ ມ ຄວາມສາມາດບ ມຊ ອນ ສຳລ ບບ ນດາວ ສາຫະກ ດຂອງເຢຍລະມ ນ ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ

ກອງປະຊຸມສຳມະນາດັ່ງກ່າວໄດ້ຈັດຂຶ້ນຜ່ານທາງອອນລາຍ, ເຊິ່ງໄດ້ດຶງດູດຜູ້ຕິດຕາມຫຼາຍກວ່າ 18,500 ຄົນ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຄະນະຄຸ້ມຄອງ ຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງເຢຍລະມັນ BVMW, ຜູ້ຕາງໜ້າອົງການການຄ້າ ແລະ ການລົງທຶນເຢຍລະມັນ (GTAI) ປະຈຳຫວຽດນາມ ແລະ ບັນດາສະມາຊິກຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງເຢຍລະມັນ BVMW.

ຫວຽດນາມ ແມ ນທ ອງຕະຫ າດທ ມ ຄວາມສາມາດບ ມຊ ອນ ສຳລ ບບ ນດາວ ສາຫະກ ດຂອງເຢຍລະມ ນ
ທ່ານ Mario Ohoven ແລະ ທ່ານ ຫງວຽນມິງວູ - ເອກອັກຄະລັດຖະທູດຫວຽດນາມ ປະຈຳເຢຍລະມັນ ທີ່ກອງປະຊຸມ. (ພາບ: TTXVN)

ທີ່ກອງປະຊຸມດັ່ງກ່າວ, ທ່ານ Mario Ohoven - ປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງເຢຍລະມັນ (BVMW) ໄດ້ຕີລາຄາທ້ອງຕະຫຼາດຫວຽດນາມແມ່ນທີ່ມີຄວາມສາມາດບົ່ມຊ້ອນ ສຳລັບວິສາຫະກິດຂະໜາດກາງ ແລະ ນ້ອຍຂອງເຢຍລະມັນ.

ທ່ານ ຫງວຽນມິງວູ - ເອກອັກຄະລັດຖະທູດຫວຽດນາມ ປະຈຳເຢຍລະມັນ ໄດ້ສະເໜີສະພາບການລວມຂອງການພັດທະນາພື້ນຖານເສດຖະກິດ - ສັງຄົມຂອງຫວຽດນາມ, ສະພາບການໃໝ່ຂອງການລະບາດພະຍາດ COVID-19 ແລະ ມາດຕະການຂອງຫວຽດນາມໃນການປ້ອງກັນການລະບາດ ແລະ ຟື້ນຟູພື້ນຖານເສດຖະກິດ, ສະໜັບສະໜູນປະຊາຊົນຫວຽດນາມ ແລະ ຄົນຕ່າງປະເທດທີ່ອາໃສຢູ່ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງຫວຽດນາມ ແລະ ບັນດາແນວທາງ, ນະໂຍບາຍຂອງລັດຖະບານຫວຽດນາມ ເປັນແນໃສ່ການດຶງດູດບັນດາວິສາຫະກິດເຢຍລະມັນ. ໃນນັ້ນມີບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມທັງແມ່ນກາລະໂອກາດລົງທຶນຢູ່ຫວຽດນາມ ສຳລັບບັນດາວິສາຫະກິດເຢຍລະມັນ ໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນໃນການຮ່ວມມື, ເຊັ່ນ: ອຸດສາຫະກຳກົນຈັກ, ລົດຍົນ, ການປ່ຽນໃໝ່ປະດິດສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີວະສາດ, ສາທາລະນະສຸກ ແລະ ການຢາ, ການເງິນ - ການທະນາຄານ...

ໃນການສະຫຼຸບກອງປະຊຸມ, ທ່ານ Mario Ohoven - ປະທານບໍລິສັດ BVMW ໄດ້ຮຽກຮ້ອງໃຫ້ຫວຽດນາມ ຕ້ອງການປັບປຸງການຂົນສົ່ງ, ຊັບພະຍາກອນມະນຸດ ແລະ ຂັ້ນຕອນການບໍລິຫານຕື່ມອີກ, ສ້າງເງື່ອນໄຂສະດວກກວ່າ ເພື່ອໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເຢຍລະມັນດຳເນີນທຸລະກິດຢູ່ຫວຽດນາມ.

ຫວຽດນາມ ແມ ນທ ອງຕະຫ າດທ ມ ຄວາມສາມາດບ ມຊ ອນ ສຳລ ບບ ນດາວ ສາຫະກ ດຂອງເຢຍລະມ ນ ລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນລະຫວ່າງ ຫວຽດນາມ - ລາວ

ຍ​ສໝ - ກອງ​ລາດ​ຕະ​ເວນ​ຂອງ​ສອງ​ຝ່າຍ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກກ່ຽບ​ກັບ​ເງື່ອນ​ໄຂອາ​ກາດ​ແດດ​ຮ້ອນ, ພູມປະເທດ​ທຸ​ລະ​ກັນ​ດານ ທີ່​ສຸດ​ເພື່ອ​ລາດ​ຕະ​ເວນ​ແຕ່​ປັກຫຼັກ​ໝາຍ​ເລກທີ 415 ຫາ ເລກ​ທີ 416 ແລະ ຖາງກ້ຽງເພື່ອ​ສາ​ມາດ​ສັ​ງ​ເກດ​ຢ່າງ​ງ່າຍ​ດາຍ​ຢູ່​ເຂ​ດ​ຊາຍ​ແດນ.

ຫວຽດນາມ ແມ ນທ ອງຕະຫ າດທ ມ ຄວາມສາມາດບ ມຊ ອນ ສຳລ ບບ ນດາວ ສາຫະກ ດຂອງເຢຍລະມ ນ ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020).

ຫວຽດນາມ ແມ ນທ ອງຕະຫ າດທ ມ ຄວາມສາມາດບ ມຊ ອນ ສຳລ ບບ ນດາວ ສາຫະກ ດຂອງເຢຍລະມ ນ ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງອັງກິດ ເຊິ່ງບໍ່ຕ້ອງປະຕິບັດການແຍກຫ່າງ

ຍສໝ - ທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອຳນາດການປົກຄອງ ແລະ ບັນດາທ່ານໝໍປະເທດຫວຽດນາມ ໃນການສະໜັບສະໜູນ ແລະ ປິ່ນປົວພະຍາດໃຫ້ແກ່ພົນລະເມືອງອັງກິດທີ່ຕິດເຊື້ອ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.