ບໍລິສັດການບິນຫວຽດນາມ Vietnam Airline ສືບຕໍ່ຂະຫຍາຍເຄືອຂ່າຍການບິນພາຍໃນປະເທດ

08:01 | 15/07/2020

ຍສໝ - ບໍລິສັດການບິນຫວຽດນາມໄດ້ເປີດໃຫ້ບໍລິການຈຳນວນທັງໝົດ 22 ເສັ້ນທາງການບິນ, ໂດຍສຸມໃສ່ເຊື່ອມຕໍ່ບັນດາທ້ອງຖິ່ນທີ່ມີສະຖານທີ່ທ່ອງທ່ຽວມີຊື່ສຽງ, ເຮັດໃຫ້ເຄືອຂ່າຍການບິນພາຍໃນປະເທດໄດ້ບັນລຸເຖິງ 61 ເສັ້ນທາງ.

ບ ລ ສ ດການບ ນຫວຽດນາມ vietnam airline ສ ບຕ ຂະຫຍາຍເຄ ອຂ າຍການບ ນພາຍໃນປະເທດ ນຳສົ່ງພົນລະເມືອງຫວຽດນາມກວ່າ 340 ຄົນຈາກອັງກິດກັບຄືນປະເທດ
ບ ລ ສ ດການບ ນຫວຽດນາມ vietnam airline ສ ບຕ ຂະຫຍາຍເຄ ອຂ າຍການບ ນພາຍໃນປະເທດ ການບິນແຫ່ງຊາດຫວຽດນາມ Vietnam Airlines ຄາດວ່າຈະເປີດຖ້ຽວບິນສາກົນ ຄືນ​ໃໝ່ແຕ່ວັນທີ 1 ກໍລະກົດ

ນັບແຕ່ວັນທີ 22 ກໍລະກົດ, ບໍລິສັດການບິນຫວຽດນາມ Vietnam Airlines ສືບຕໍ່ຂະຫຍາຍເຄືອຂ່າຍການບິນພາຍໃນປະເທດດ້ວຍ 4 ເສັ້ນທາງ ເພື່ອເຊື່ອມຕໍ່ພາກພື້ນຕ່າງໆໃນທົ່ວປະເທດ ແລະ ສ້າງຄວາມຕ້ອງການການເດີນທາງທີ່ສະດວກໃຫ້ແກ່ຜູ້ໂດຍສານ.

ຢ່າງລະອຽດ, ບໍລິສັດການບິນຫວຽດນາມ Vietnam Airline ໄດ້ຂະຫຍາຍເປີດສອງເສັ້ນທາງໃໝ່ ທີ່ເຊື່ອມຕໍ່ເມືອງ ຫາຍຟ່ອງ - ດຽນປຽນ ແລະ ດາລາດ - ຟຸ໋ກວກ ແລະ ເປີດອີກ 2 ເສັ້ນທາງການບິນຄືນໃໝ່ແມ່ນ ເກີນເທີ - ຟຸ໋ກວກ, ດານັງ - ເວີນໂດນ.

ບ ລ ສ ດການບ ນຫວຽດນາມ vietnam airline ສ ບຕ ຂະຫຍາຍເຄ ອຂ າຍການບ ນພາຍໃນປະເທດ
ບໍລິສັດການບິນຫວຽດນາມ Vietnam Airline ສືບຕໍ່ຂະຫຍາຍເຄືອຂ່າຍການບິນພາຍໃນປະເທດ. (ພາບປະກອບ: TTXVN)

ສາຍການບິນຫາຍຟ່ອງ - ດຽນປຽນ ດ້ວຍຈຳນວນແມ່ນ 4 ຄັ້ງໄປກັບ/ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ ເຊິ່ງອອກເດີນທາງມາຈາກ ຕົວເມືອງຫາຍຟ່ອງ ໃນເວລາ 14 ໂມງ 10 ນາທີ ແລະ ມາຈາກດຽນປຽນໃນ 12 ໂມງ 25 ນາທີ.

ສາຍການບິນດາລາດ - ຟຸ໋ກວກ ດ້ວຍຈຳນວນແມ່ນ 3 ຄັ້ງໄປກັບ/ ອາທິດ ໃນວັນພຸດ, ວັນສຸກ, ວັນອາທິດ ເຊິ່ງອອກເດີນທາງມາຈາກ ຕົວເມືອງດາລາດ ໃນເວລາ 10 ໂມງ 45 ນາທີ ແລະ ມາຈາກຟຸ໋ກວກໃນເວລາ 12 ໂມງ 35 ນາທີ.

ສາຍການບິນເກີນເທີ - ຟຸ໋ກວກ ດ້ວຍຈຳນວນແມ່ນ 4 ຄັ້ງໄປກັບ/ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ ເຊິ່ງອອກເດີນທາງມາຈາກ ເກີນເທີ ໃນເວລາ 7 ໂມງ 30 ນາທີ ແລະ ມາຈາກຟຸ໋ກວກໃນເວລາ 8 ໂມງ 45 ນາທີ.

ສາຍການບິນດານັງ - ເວີນໂດນ ດ້ວຍຈຳນວນແມ່ນ 3 ຄັ້ງໄປກັບ/ອາທິດ ໃນວັວັນອັງຄານ, ວັນພະຫັດແລະວັນເສົາ ເຊິ່ງອອກເດີນທາງມາຈາກ ດານັງ ໃນເວລາ 15 ໂມງ 5 ນາທີ ແລະ ມາຈາກເວີນໂດນໃນເວລາ 17 ໂມງ 5 ນາທີ.

ນັບແຕ່ເດືອນພຶດສະພາປີ 2020 ເມື່ອການລະບາດຂອງພະຍາດ COVID-19 ໄດ້ຄວບຄຸມຢູ່ປະເທດຫວຽດນາມ ມາຮອດປະຈຸບັນ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ເປີດຈຳນວນທັງໝົດ 22 ເສັ້ນທາງການບິນ, ໂດຍສຸມໃສ່ເຊື່ອມຕໍ່ບັນດາທ້ອງຖິ່ນກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ສ້າງເຄືອຂ່າຍການບິນພາຍໃນປະເທດໄດ້ບັນລຸຈຳນວນເຖິງ 61 ເສັ້ນທາງທີ່ ເຊິ່ງມີຈຳນວນການຂູດຮີດໃນມື້ຈຸດສູງເຖິງເກືອບ 500 ຖ້ຽວບິນ/ມື້.

ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ ໃຫ້ແກ່ຜູ້ໂດຍສານ ແລະ ຊຸມຊົນ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮັກສາໄວ້ການສີດພົ່ນຢາຂ້າເຊື້ອເຮືອບິນທັງໝົດ ທີ່ດຳເນີນການບິນໃນມື້, ພ້ອມກັນນັ້ນໄດ້ປະຕິບັດມາດຕະການຕ່າງໆ ເພື່ອກວດກາສຸຂະພາບຂອງຜູ້ໂດຍສານຢູ່ສະໜາມບິນ ເຊິ່ງອີງຕາມກົດລະບຽບຂອງກົມບໍລິຫານການບິນຫວຽດນາມ.

ບ ລ ສ ດການບ ນຫວຽດນາມ vietnam airline ສ ບຕ ຂະຫຍາຍເຄ ອຂ າຍການບ ນພາຍໃນປະເທດ ສັນຍາ EVFTA ເປີດກາລະໂອກາດ ເພື່ອດຳເນີນທຸລະກິດໃຫ້ແກ່ປະເທດເບວຢ້ຽມ ແລະ ຫວຽດນາມ

ຍສໝ - ສັນຍ EVFTA ທີ່ມີຜົນບັງຄັບນຳໃຊ້ໃນວັນທີ 1 ສິງຫາ ເຊິ່ງຈະນຳມາບັນດາຜົນສະທ້ອນທີ່ດີໃຫ້ແກ່ບັນດານັກສົ່ງອອກ ຂອງປະເທດເບວຢ້ຽມ ໃນຂະນະທີ່ການເຕີບໂຕຂອງເສດຖະກິດຫວຽດນາມ ເຕັມໄປດ້ວຍຄວາມຫວັງ ບໍ່ຫົວຊາຕໍ່ການແຜ່ລະບາດຂອງພະຍາດ COVID​-19.

ບ ລ ສ ດການບ ນຫວຽດນາມ vietnam airline ສ ບຕ ຂະຫຍາຍເຄ ອຂ າຍການບ ນພາຍໃນປະເທດ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນ່ວນ 225 ຄົນ ຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 30 ມິຖຸນາ 2020, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນ VietJet ໄດ້ຮ່ວມມືກັບປະເທດຍີ່ປຸ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 225 ຄົນຈາກຍີ່ປຸ່ນ ໄດ້ກັບຄືນປະເທດຢ່າງປອດໄພ.

ບ ລ ສ ດການບ ນຫວຽດນາມ vietnam airline ສ ບຕ ຂະຫຍາຍເຄ ອຂ າຍການບ ນພາຍໃນປະເທດ ຫວຽດນາມ: ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 309 ຄົນຈາກປະເທດອັງໂກລາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນວັນທີ 19 ແລະ 20 ມິຖຸນາ 2020, ບັນດາອົງການທີ່ມີໜ້າທີ່, ສະຖານທູດຫວຽດນາມ ປະຈຳອັງໂກລາ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 309 ຄົນຈາກອັງໂກລາ ກັບຄືນປະເທດຢ່າງປອດໄພ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.