ປະເທດລາວ: 95 ມື້ຕິດຕໍ່ກັນ ສປປ.ລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ຢູ່ໃນສັງຄົມ

17:38 | 13/07/2020

ໃນວັນທີ 13 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.

ປະເທດລາວ 95 ມ ຕ ດຕ ກ ນ ສປປ ລາວ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາຍໃໝ ຢ ໃນສ ງຄ ມ ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ
ປະເທດລາວ 95 ມ ຕ ດຕ ກ ນ ສປປ ລາວ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາຍໃໝ ຢ ໃນສ ງຄ ມ ປະເທດລາວ: ຈັດຕັ້ງພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ

ທ່ານ ດຣ.ຣັດສະໝີ ວົງຄຳຊາວ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 12 ກໍລະກົດ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 1.597 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 934 ຄົນ (ແຮງງານລາວກັບມາແຕ່ໄທ 98 ຄົນ); ຈຸດຜ່ານດ່ານ ລາວ - ຈີນ 15 ຄົນ (ແຮງງານຈີນ 02 ຄົນ, ແຮງງານລາວ 02 ຄົນ, ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານລາວ - ຫວຽດນາມ 582 ຄົນ (ໃນນີ້ມີ ນັກສຶກສາລາວ 10 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄຳໄຊ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານ ລາວ-ກຳປູ ເຈຍ 01 ຄົນ; ເດີນທາງຜ່ານສະໜາມ ບິນສາກົນວັດໄຕ 65 ຄົນ, ຄົນຈີນ 64 ຄົນ ແລະ ຄົນລາວ 01 ຄົນ, ທຸກໆຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ປະເທດລາວ 95 ມ ຕ ດຕ ກ ນ ສປປ ລາວ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາຍໃໝ ຢ ໃນສ ງຄ ມ
95 ມື້ຕິດຕໍ່ກັນ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ຢູ່ໃນສັງຄົມ. (ພາບ: KPL)

ທ່ານ ດຣ.ຣັດສະໝີ ວົງຄຳຊາວ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດຕາມແຈ້ງການ ເພື່ອສະກັດກັ້ນການລະບາດ ຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່, ຮຽກຮ້ອງມາຍັງບັນດາທຸກຊັ້ນຄົນ ໃນສັງຄົມຈົ່ງປະຕິບັດຢ່າງເຄັ່ງຄັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ຫສນຍ, ລົງວັນທີ 30 ມິຖຸນາ 2020, ພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ປະຕິບັດ ການດຳລົງຊີວິດປົກກະຕິແບບໃໝ່ ເປັນຕົ້ນແມ່ນ ອອກຈາກບ້ານເມື່ອຈຳເປັນ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ຫລີກລ້ຽງການລົດໃຊ້ລົດ ໂດຍສານສາທາລະນະ ໂດຍສະເພາະເວລາແອອັດ, ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ໃຊ້ເຈວລ້າງມື, ການປະຕິບັດຮັກສາ ໄລຍະຫ່າງ 1-2 ແມັດຂຶ້ນໄປ, ການກິນອາຫານທີ່ປຸງແຕ່ງສຸກໃໝ່, ການແຍກຂອງໃຊ້ສ່ວນຕົວ ບໍ່ຄວນໃຊ້ຮ່ວມກັບຜູ້ອື່ນ, ເມື່ອກັບຮອດບ້ານຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ, ການປະຕິບັດທັງໝົດນີ້ ແມ່ນໃຫ້ກາຍເປັນຄວາມຊິນເຄີຍ ໃນວີຖີຊີວິດແບບໃໝ່.

ໃນວັນທີ 12 ກໍລະກົດ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 228 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 192 ຄົນ, ແຮງງານຈີນ 28 ຄົນ ແລະ ກໍລະນີສົງໄສ 08 ຄົນ; ສ່ວນຜົນກວດທັງໝົດແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 12 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 20.454 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (95 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່), ປັດຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.679 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ປະເທດລາວ 95 ມ ຕ ດຕ ກ ນ ສປປ ລາວ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາຍໃໝ ຢ ໃນສ ງຄ ມ ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ - ປະເທດລາວ ນຳພາໂດຍທ່ານສະຖານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ, ໄດ້ເດີນທາງໄປເຮັດວຽກຢູ່ 3 ແຂວງພາກເໜືອຂອງປະເທດລາວ ເພື່ອສົ່ງເສີມການຮ່ວມມື, ຊຸກຍູ້ການລົງທືນ ແລະ ສະໜັບສະໜູນປະຊາຊົນທຸກຍາກຢູ່ພາກເໜືອປະເທດລາວ.

ປະເທດລາວ 95 ມ ຕ ດຕ ກ ນ ສປປ ລາວ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາຍໃໝ ຢ ໃນສ ງຄ ມ ປະເທດລາວ ໄດ້ສົ່ງເສີມການສົ່ງອອກຜະລິດຕະພັນກະເສດ13 ປະເພດໄປມາຫວຽດນາມ

ຍສໝ - ລາວ ຈະສືບຕໍ່ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດເມື່ອບັນລຸໄດ້ຂໍ້ຕົກລົງສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດສາກົນລວມມີ ຈີນ, ຫວຽດນາມ, ໄທ...

ປະເທດລາວ 95 ມ ຕ ດຕ ກ ນ ສປປ ລາວ ບ ພ ບຜ ຕ ດເຊ ອພະຍາດ covid 19 ລາຍໃໝ ຢ ໃນສ ງຄ ມ ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...

kpl.gov.la

ເຫດການ
302 Found

Found

The document has moved here.