ປະເທດລາວ ໄດ້ສົ່ງເສີມການສົ່ງອອກຜະລິດຕະພັນກະເສດ13 ປະເພດໄປມາຫວຽດນາມ

16:52 | 11/07/2020

ຍສໝ - ລາວ ຈະສືບຕໍ່ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດເມື່ອບັນລຸໄດ້ຂໍ້ຕົກລົງສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດສາກົນລວມມີ ຈີນ, ຫວຽດນາມ, ໄທ...

ປະເທດລາວ ໄດ ສ ງເສ ມການສ ງອອກຜະລ ດຕະພ ນກະເສດ13 ປະເພດໄປມາຫວຽດນາມ ຫວຽດນາມ ໄດ້ຊ່ວຍເຫຼືອປະເທດລາວ ກໍ່ສ້າງສູນປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງ
ປະເທດລາວ ໄດ ສ ງເສ ມການສ ງອອກຜະລ ດຕະພ ນກະເສດ13 ປະເພດໄປມາຫວຽດນາມ ປະເທດລາວ: ຈັດຕັ້ງພິທີມອບ - ຮັບໂຄງການກໍ່ສ້າງ, ສ້ອມແປງສູນບັນຊາ ແລະ ສະໜາມບິນຍົນບໍ່ມີຄົນຂັບ

ປະເທດລາວ ຈະສືບຕໍ່ເພີ່ມການສົ່ງອອກຜະລິດຕະພັນກະສິກຳ ໂດຍການບັນລຸຂໍ້ຕົກລົງກ່ຽວກັບການ ນຳຜະລິດຕະພັນກະເສດ ເຂົ້າສູ່ຕະຫຼາດສາກົນ, ໃນນັ້ນມີປະເທດຈີນ, ຫວຽດນາມ, ໄທ ແລະ ສະຫະພາບເອີຣົບ (ອີຢູ).

ດ້ວຍຄວາມສາມາດບົ່ມຊ້ອນດ້ານທີ່ດິນທີ່ອຸດົມສົມບູນ, ໃນຊຸມປີມໍ່ໆມານີ້, ຂະແໜງກະສິກຳປະເທດລາວ ໄດ້ມີຄວາມກ້າວໜ້າຢ່າງເຫັນໄດ້ຊັດ ເມື່ອໄດ້ດຶງດູດບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ ແລະ ປຸງແຕ່ງຜະລິດຕະພັນກະເສດເພື່ອສົ່ງອອກ.

ປະເທດລາວ ໄດ ສ ງເສ ມການສ ງອອກຜະລ ດຕະພ ນກະເສດ13 ປະເພດໄປມາຫວຽດນາມ
ກຳມະກອນຂອງບໍລິສັດກະເສດຮວ່າງແອງອັດຕະປື - ລາວ ກະກຽມກ້ວຍເພື່ອສົ່ງອອກ. (ພາບ: VOV)

ນອກຈາກເຂົ້າສານພິເສດ, ສາລີ, ໝາກເຜັດ, ໝາກຖົ່ວ, ກາເຟ, ໝາກກ້ວຍ…ກໍ່ໄດ້ຖືວ່າເປັນແຫຼ່ງສິນຄ້າຕົ້ນຕໍຂອງການສົ່ງອອກກະສິກຳຂອງປະເທດລາວ ທີ່ມີພື້ນທີ່ວັດຖຸດິບຫຼາຍແຫ່ງໂດຍວິສາຫະກິດຫວຽດນາມ, ໄທ ແລະ ຈີນ...ເຊິ່ງລົງທືນຢູ່ແຂວງອັດຕະປື, ຈຳປາສັກ, ນະຄອນຫຼວງວຽງຈັນຂອງປະເທດລາວ.

ຜະລິດຕະພັນກະເສດຂອງປະເທດລາວສ່ວນໃຫຍ່ ແມ່ນໄດ້ສົ່ງອອກໄປປະເທດຈີນ (80%), ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ແລະ ສ່ວນນ້ອຍໄດ້ສົ່ງອອກໄປຍັງຕະຫຼາດ EU. ປະເທດລາວ ກຳລັງເຈລະຈາຢ່າງຕັ້ງໜ້າໃນການສົ່ງອອກຢາສູບແຫ້ງ, ໝາກໄມ້ ແລະ ໃນອະນາຄົດຈະເປັນໝາກທຸລຽນ, ໝາກລຳໄຍ, ໝາກມັງກອນ, ໝາກອຶ ແລະ ໝາກຂາມ.

ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວອີກວ່າ ປະເທດ ລາວ ໄດ້ສຳເລັດການເຈລະຈາກ່ຽວກັບການສົ່ງອອກຜະລິດຕະພັນກະເສດ 12 ປະເພດໄປຍັງປະເທດໄທ ແລະ 13 ປະເພດກັບປະເທດຫວຽດນາມ.

ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ, ລັດຖະບານ ລາວ ໄດ້ປະຕິບັດນະໂຍບາຍບຸລິມະສິດຫຼາຍຢ່າງ ໃຫ້ແກ່ວິສາຫະກິດເພື່ອສ້າງສູນທົດລອງວິເຄາະຢ່າງມາດຕະຖານສຳຫຼັບຜະລິດຕະພັນຢາງພາລາ, ສູນຜະລິດພືດ ແລະ ກັກກັນພະຍາດສັດລ້ຽງ, ເຂດພັດທະນາກະສິກຳ - ອຸດສາຫະກຳທັນສະໄໝຢູ່ນະຄອນຫຼວງວຽງຈັນ; ສູນກັກກັນພະຍາດສັດລ້ຽງແຂວງຫຼວງນ້ຳທາ; ໂຮງງານຝຸ່ນຊີວະສາດຢູ່ແຂວງສະຫວັນນະເຂດ…

ພ້ອມກັນນັ້ນ, ລັດຖະບານ ລາວ ໄດ້ຊຸກຍູ້ໃຫ້ວິສາຫະກິດພາຍໃນ ແລະ ຕ່າງປະເທດເພີ່ມທະວີການຮ່ວມມືກັບຊາວກະສິກອນ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ໃນການຜະລິດ ແລະ ການປຸງແຕ່ງ; ແກ້ໄຂບັນດາການຄົງຄ້າງໃນການບໍລິການຂົນສົ່ງສິນຄ້າຊາຍແດນ, ພັດທະນາຊັບພະຍາກອນມະນຸດໃນຂົງເຂດກະສິກຳ.

ປະເທດລາວ ໄດ ສ ງເສ ມການສ ງອອກຜະລ ດຕະພ ນກະເສດ13 ປະເພດໄປມາຫວຽດນາມ ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...

ປະເທດລາວ ໄດ ສ ງເສ ມການສ ງອອກຜະລ ດຕະພ ນກະເສດ13 ປະເພດໄປມາຫວຽດນາມ ປະເທດລາວ ສຸມໃສ່ຊຸກຍູ້ການລົງທືນໃນ 6 ເດືອນທ້າຍປີ 2020

ຍສໝ - ນັບແຕ່ຕົ້ນປີ 2020 ຈົນເຖິງປະຈຸບັນ, ລັດຖະບານລາວ ໄດ້ສືບຕໍ່ດຳເນີນກິດຈະກຳຕ່າງໆ ເພື່ອດຶງດູດ ແລະ ຊຸກຍູ້ການລົງທຶນ, ເຊັ່ນ: ສ້າງເງື່ອນໄຂສະດວກ, ສົ່ງເສີມການດຳເນີນທຸລະກິດ.

ປະເທດລາວ ໄດ ສ ງເສ ມການສ ງອອກຜະລ ດຕະພ ນກະເສດ13 ປະເພດໄປມາຫວຽດນາມ ລາວ: ຊຸກຍູ້ ການກໍ່ສ້າງທາງລົດໄຟ ຢູ່ແຂວງຫລວງພະບາງ

ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ທີ່ແຂວງຫຼວງພະບາງ ທ່ານ ປອ ບຸນທອງ ຈິດມະນີ - ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມນໍ້າຂອງນະຄອນຫຼວງ-ພະບາງ ແຂວງ ຫຼວງພະບາງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.