ຫາງສຽງສາກົນກ່ຽວກັບຖະແຫຼງການປະທານອາຊຽນ 2020

14:00 | 02/07/2020

ຍສໝ - ຖະແຫຼງການປະທານອາຊຽນ 2020 ກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຖືວ່າ ທະເລຕາເວັນອອກແມ່ນບັນຫາສຳຄັນ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງພາກພື້ນ.

ຫາງສຽງສາກ ນກ ຽວກ ບຖະແຫ ງການປະທານອາຊຽນ 2020 ອາຊຽນ 2020: ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງການຮ່ວມມືພາຍໃນພາກພື້ນໃນຊຸມປີທີ່ຜ່ານມາ
ຫາງສຽງສາກ ນກ ຽວກ ບຖະແຫ ງການປະທານອາຊຽນ 2020 ຫວຽດນາມໄດ້ຍົກສູງທີ່ຕັ້ງບົດບາດເປັນປະທານອາຊຽນ 2020, ເຖິງວ່າຈະມີສິ່ງທ້າທາຍຈາກ Covid-19

ທັນທີພາຍຫຼັງການປະກາດຂອງຖະແຫຼງການປະທານອາຊຽນ 2020 ກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ຖະແຫຼງການດັ່ງກ່າວ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນໃນພາກພື້ນ ແລະ ສາກົນ, ແລະ ບັນດາເຈົ້າໜ້າທີ່ອາຊຽນ ແລະ ນັກຮຽນຮູ້ສາກົນ.

ສຳນັກຂ່າວ Reuters ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ "ໃນການລະບາດພະຍາດ COVID-19, ບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເຕືອນໄພສະພາບການຜັນແປສັບສົນ ໃນທະເລຕາເວັນອອກ ແລະ ໄດ້ຍົກຄຳວິຈານຂອງທ່ານ Rodrigo Duterte - ປະທານາທິບໍດີປະເທດຟີລິບປິນ ທີ່ກ່າວວ່າ: “ໃນຂະນະບັນດາປະເທດໃນພາກພື້ນ ກຳລັງພະຍາຍາມຄວບຄຸມການລະບາດຂອງພະຍາດ COVID-19 ເຊິ່ງຍັງມີການສະພາບການຜັນແປທີ່ສັບສົນເກີດຂື້ນຢູ່ທະເລຕາເວັນອອກ. ພວກເຮົາຮຽກຮ້ອງໃຫ້ບັນດາຝ່າຍຕ່າງໆ ຈຳກັດການເພີ່ມຄວາມເຄັ່ງຕຶງ ແລະ ຕ້ອງການປະຕິບັດຕາມກົດໝາຍສາກົນ.”

ຫາງສຽງສາກ ນກ ຽວກ ບຖະແຫ ງການປະທານອາຊຽນ 2020
Twitter ຂອງທ່ານ Mike Pompeo - ລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ. (ພາບ: VOV)

ໜັງສືພິມ Express ຂອງອັງກິດ ໄດ້ອ້າງຄຳເວົ້າໃນ Twitter ຂອງທ່ານ Mike Pompeo - ລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ ວ່າ “ສະຫະລັດອາເມລິກາ ເຫັນດີກັບຫຼັກໝັ້ນຂອງຜູ້ນຳອາຊຽນ ໃນການແກ້ໄຂຂໍ້ຂັດແຍ່ງໃນທະເລຕາເວັນອອກຕາມກົດໝາຍສາກົນ, ລວມທັງສົນທິສັນຍາລະຫວ່າງຊາດ ກ່ຽວກັບກົດໝາຍທະເລຂອງສະຫະປະຊາຊາດ (UNCLOS) 1982. ປະເທດຈີນບໍ່ໄດ້ຖືທະເລຕາເວັນອອກ ເປັນອານາຈັກທາງທະເລຂອງຕົນ. ພວກເຮົາຈະປຶກສາຫາລືກ່ຽວກັບຫົວຂໍ້ນີ້ໃນໄວໆນີ້”.

ໜັງສືພິມ New York Times ຂອງສະຫະລັດອາເມລິກາ ໄດ້ອ້າງຄຳເວົ້າຂອງທ່ານ ສ.ຈ Carl Thayer ທີ່ວິທະຍາຄານປ້ອງກັນປະເທດອົດສະຕາລີ ໃນບົດຂຽນທີ່ມີຫົວຂໍ້ວ່າ: "ອາຊຽນສະແດງທັດສະນະຂອງຕົນ ຕໍ່ຄຳຮຽກຮ້ອງອະທິປະໄຕຂອງຈີນ". ບົດຂຽນດັ່ງກ່າວໄດ້ປະເມີນຜົນສຳຫຼັບບັນຫາທະເລຕາເວັນອອກ, ໄດ້ຍົກໃຫ້ເຫັນໃນຖະແຫຼງການປະທານອາຊຽນປີ 2020 ກ່ຽວກັບຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 "ແມ່ນການໂຕ້ຕອບທີ່ເຂັ້ມແຂງ ຕໍ່ຄວາມຮຽກຮ້ອງ ຂອງຈີນ".

ຫາງສຽງສາກ ນກ ຽວກ ບຖະແຫ ງການປະທານອາຊຽນ 2020 ສິງກະໂປ ຕີລາຄາສູງບົດບາດ ແລະ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຍສໝ - ນັ້ນແມ່ນຄຳພິນິດໄສຂອງທ່ານ Lee Hsien Loong - ນາຍົກລັດຖະມົນຕີ ປະເທດສິງກະໂປ ໃນການໂອ້ລົມທາງໂທລະສັບ ກັບທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃນວັນທີ 30 ເດືອນພຶດສະພາ.

ຫາງສຽງສາກ ນກ ຽວກ ບຖະແຫ ງການປະທານອາຊຽນ 2020 ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

ຍສໝ - ວັນທີ 14 ເມສາ, ທີ່ກອງປະຊຸມອອນລາຍຖ່າຍທອດສົດ,ໃນຖານະເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້), ໄດ້ສົນທະນາກ່ຽວກັບການຮັບມືພະຍາດ COVID-19.

ຫາງສຽງສາກ ນກ ຽວກ ບຖະແຫ ງການປະທານອາຊຽນ 2020 ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.