ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

06:38 | 15/04/2020

ຍສໝ - ວັນທີ 14 ເມສາ, ທີ່ກອງປະຊຸມອອນລາຍຖ່າຍທອດສົດ,ໃນຖານະເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້), ໄດ້ສົນທະນາກ່ຽວກັບການຮັບມືພະຍາດ COVID-19.

ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19 ອາຊຽນ 2020: ສົ່ງເສີມການຮ່ວມມືອາຊຽນໃນການປ້ອງກັນພະຍາດ COVID-19
ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19 ກອງປະຊຸມສຸດຍອດພິເສດອາຊຽນ ຄາດວ່າຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂລກລະບາດໂຄວິດ-19
ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19
ກອງປະຊຸມສຸດຍອດພິເສດອາຊຽນ ທາງອອນລາຍ ໃນເມື່ອວັນທີ 14 ເມສາ. (ພາບ: plo.vn)

ກ່າວຄຳເຫັນທີ່ການເປີດກອງປະຊຸມສຸດຍອດພິເສດ ອາຊຽນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກຖືວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຢ່າຍິ່ງໃຫຍ່ ໃນສະພາບໂລກລະບາດໂຄວິດ - 19 ທີ່ພວມແຜ່ລະບາດຢ່າງສັບສົນໃນທົ່ວໂລກ, ບັນດາປະເທດສະມາຊິກ ອາຊຽນ ກໍພວມມານະພະຍາຍາມປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ຮັບມືກັບຜົນກະທົບອັນຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ເສດຖະກິດ, ສັງຄົມ ໂດຍສະເພາະແມ່ນຂົງເຂດການບໍລິການ ເຊິ່ງກວມເອົາ 30% ຍອດ GDP ຂອງ ອາຊຽນ ແລະ ຮັບປະກັນຊີວິດສັງຄົມ.

ໃນກອງປະຊຸມ, ຫວຽດນາມໄດ້ນຳສະເໜີ ຂໍ້ລິເລີ່ມ ເພື່ອສະກັດກັ້ນ ພະຍາດ COVID-19 ເປັນຕົ້ນຄື:

ໜຶ່ງແມ່ນລະດົມບັນດາຊັບພະຍາກອນທົ່ວໄປຢ່າງຮບດ່ວນ, ໂດຍສະເພາະແມ່ນບັນດາຄັງສໍາຮອງອຸປະກອນການແພດ ທົ່ວໄປຂອງພາກພື້ນເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການສຸກເສີນ; ສ້າງຕັ້ງກອງທຶນການຮ່ວມມືເພື່ອຮັບມືກັບໂລກລະບາດ COVID-19 ບົນພື້ນຖານນໍາໃຊ້ແຫຼ່ງຊັບພະຍາກອນທີ່ມີຢູ່ ແລະການສະໜັບສະໜູນຂອງຄູ່ຮ່ວມງານ, ລວມທັງອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ.

ສອງແມ່ນຫັນເປັນມາດຕະຖານ ແລະ ຍົກສູງປະສິດທິຜົນຂອງການປະສານງານດ້ານນະໂຍບາຍ ແລະ ການປະຕິບັດ, ສຸມໃສ່ພັດທະນາຂະບວນການຮັບມືຂອງອາຊຽນໃນສະພາບເກີດໂລກພະຍາດ; ໃນອະນາຄົດອັນໃກ້ນີ້້ແມ່ນການຝືກອົມຮົມຜ່ານທາງອອນລາຍ ລະຫວ່າງບັນດາປະເທດກ່ຽວກັບການຮັບມືກັບໂລກລະບາດ.

ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ. (ພາບ: plo.vn)

ສາມແມ່ນ, ການຕໍ່ສູ້ຕ້ານກັບໂລກລະບາດຕ້ອງໄປພ້ອມກັນກັບການສະກັດກັ້ນສະພາວະເສດຖະກິດຖົດຖອຍ ແລະ ບໍ່ມີຄວາມສະຖຽນລະພາບທາງສັງຄົມ. ໂດຍສະເພາະ, ປະຊາຊົນຕ້ອງໄດ້ຮັບການຈັດວາງຢູ່ໃນຕໍາແໜ່ງ ໃຈກາງ; ບໍ່ມີປະເທດຊາດໃດທີ່ຖືກຕົກຄ້າງໃນການຕໍ່ສູ້ຕ້ານການໂຄສະນາ ແລະ ບໍ່ມີຜູ້ໃດຖືກປະໄວ້ ຢູ່ທາງຫຼັງ.

ສີ່ແມ່ນ, ການສ້າງຍຸດທະສາດກ່ຽວກັບໂລກລະບາດສີ້ນສຸດລົງຂອງແຕ່ລະປະເທດ ແລະ ການປະສານງານໃນລະດັບພາກພື້ນ, ທັງຍູ້ໂລກລະບາດຖອຍໄປຢ່າງວ່ອງໄວ ທັງນຳເອົາຊີວິດເສດຖະກິດ - ສັງຄົມຂອງບັນດາປະເທດກັບຄືນສູ່ວົງໂຄຈອນ ຢ່າງເປັນປົກກະຕິ, ສະຖຽນລະພາບໂດຍໄວ.

ຫ້າແມ່ນ, ຮ່ວມກັນແບ່ງປັນ ແລະ ອົດທົນໃນການປະຕິບັດຄຸນຄ່າລວມ ກ່ຽວກັບ ການຄ້າເສລີ, ອຳ ນວຍຄວາມສະດວກໃນການລົງທືນ, ບໍ່ໃຫ້ລະບົບຕ່ອງໂສ້ການສະໜອງຖືກຂັດຂວາງ; ເຮັດໃຫ້ການເຄື່ອນໄຫວຄ້າຂາຍ ແລະ ຂ້າມຊາຍແດນເປັນປົກກະຕິໂດຍໄວເມື່ອການລະບາດຖືກຄວບຄຸມ... ເພື່ອນໍາໄຊ້ບັນດາກຳລັງໜູນທັງໝົດເພື່ອການຟື້ນຟູ ແລະ ການພັດທະນາເສດຖະກິດ - ສັງຄົມ ແລະ ຄວາມໝັ້ນຄົງໃນພາກພື້ນ.

ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19 ທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກໍາລັງປະຕິບັດໜ້າທີ່ ສປປ.ລາວ

ຍສໝ- ເມື່ອບໍ່ດົນມານີ້, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດສົ່ງບັນດາຄະນະປະຕິບັດງານໄປມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກົມກອງຂອງປະເທດເພື່ອນລາວ.

ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19 ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19

ຍສໝ - ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.

ກອງປະຊ ມສ ດຍອດພ ເສດອາຊຽນ ຫວຽດນາມ ໄດ ນຳສະເໜ 5 ຫ ວຄ ດປະດ ດສ າງ ເພ ອສະກ ດກ ນ ພະຍາດ covid 19 ອາຊຽນ ແລະ ອີຢູ ຢັ້ງຢືນການຮ່ວມມືຢ່າງປະສິດຕິຜົນໃນການປ້ອງກັນ ແລະ ຕ້ານໂລກລະບາດ Covid-19

ຍສໝ - ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.