ສິງກະໂປ ຕີລາຄາສູງບົດບາດ ແລະ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

17:25 | 31/05/2020

ຍສໝ - ນັ້ນແມ່ນຄຳພິນິດໄສຂອງທ່ານ Lee Hsien Loong - ນາຍົກລັດຖະມົນຕີ ປະເທດສິງກະໂປ ໃນການໂອ້ລົມທາງໂທລະສັບ ກັບທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃນວັນທີ 30 ເດືອນພຶດສະພາ.

ສ ງກະໂປ ຕ ລາຄາສ ງບ ດບາດ ແລະ ບ ນດາຂ ລ ເລ ມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ໜັງສືພິມການາດາ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ໄດ້ຕໍ່ສູ້ກັບພະຍາດ Covid-19 ທີ່ມີປະສິດທິຜົນ
ສ ງກະໂປ ຕ ລາຄາສ ງບ ດບາດ ແລະ ບ ນດາຂ ລ ເລ ມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ຫວຽດນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັ​ບສະຫະ​ພັນ ລັດ​ເຊຍ ​

ທີ່ການໂອ້ລົມທາງໂທລະສັບ, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ປະເທດສິງກະໂປ ແລະ ບັນດາມາດຕະການຢ່າງຮອບດ້ານ ໃນການຄວບຄຸມການແຜ່ລະບາດຂອງພະຍາດ ແລະ ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມໃຫ້ໜ້ອຍທີ່ສຸດຍ້ອນພະຍາດ COVID-19. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຊື່ອໝັ້ນວ່າ ປະເທດສິງກະໂປ ຈະຄວບຄຸມການແຜ່ລະບາດຢ່າງໄວວາ.

ສ ງກະໂປ ຕ ລາຄາສ ງບ ດບາດ ແລະ ບ ນດາຂ ລ ເລ ມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃນການໂອ້ລົມທາງໂທລະສັບ ກັບທ່ານ Lee Hsien Loong - ນາຍົກລັດຖະມົນຕີ ປະເທດສິງກະໂປ. (ພາບ: baoquocte)

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ແບ່ງປັນປະສົບການຂອງຫວຽດນາມ ໃນການຫັນປ່ຽນເປັນສະພາບປົກກະຕິໃໝ່, ຊຸກຍູ້ການພັດທະນາເສດຖະກິດ ແລະ ປ້ອງກັນການລະບາດຂອງພະຍາດ; ພ້ອມກັນນັ້ນ, ທ່ານຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງການຮ່ວມມືສາກົນ ແລະ ຮ່ວມມືພາກພື້ນໃນສະພາບການປະຈຸບັນ.

ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ກໍ່ຕີລາຄາສູງການສະໜັບສະໜູນເຊິ່ງກັນ ແລະ ກັນໃນການໜູນຊ່ວຍອຸປະກອນການແພດ ແລະ ການປະສານງານນຳສົ່ງພົນລະເມືອງສອງປະເທດ ໄດ້ກັບຄືນບ້ານເກີດເມືອງນອນຢ່າງປອດໄພ.

ທ່ານ Lee Hsien Loong - ນາຍົກລັດຖະມົນຕີ ປະເທດສິງກະໂປ ໄດ້ຢັ້ງຢືນຜົນສຳເລັດທີ່ໜ້າປະທັບໃຈຂອງຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19. ທ່ານ Lee Hsien Loong ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ແບ່ງປັນ ແລະ ສະໜັບສະໜູນອຸປະກອນການແພດໃຫ້ແກ່ ສິງກະໂປ, ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ທ່ານ Lee Hsien Loong - ນາຍົກລັດຖະມົນຕີສິງກະໂປ ໄດ້ຕີລາຄາສູງບົດບາດ ແລະ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເພື່ອຊຸກຍູ້ການຮ່ວມມືພາຍໃນພາກພື້ນ ແລະ ອາຊຽນກັບບັນດາຄູ່ຮ່ວມມືທີ່ສຳຄັນ ໃນການຮັບມື ແລະ ຫຼຸດຜ່ອນຜົນກະທົບຢ່າງຫຼວງຫຼາຍ ຂອງພະຍາດ COVID-19.

ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສົມທົບກັນເພື່ອຮັກສາການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ; ສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ຮັບປະກັນລະບົບການສະໜອງ ທີ່ຍືນຍົງໃນສະພາບການເສດຖະກິດໂລກ ແລະ ພາກພື້ນ; ແລະ ສືບຕໍ່ເພີ່ມທະວີການປະສານງານ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.

ສ ງກະໂປ ຕ ລາຄາສ ງບ ດບາດ ແລະ ບ ນດາຂ ລ ເລ ມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ໜັງສືພິມການາດາ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ໄດ້ຕໍ່ສູ້ກັບພະຍາດ Covid-19 ທີ່ມີປະສິດທິຜົນ

ຍສໝ - ໜັງສືພິມ The Globe and Mail, ເຊິ່ງແມ່ນໜຶ່ງໃນບັນດາໜັງສືພິມ ທີ່ໜ້າເຊື່ອຖືທີ່ສຸດຂອງ ການາດາ ໃນວັນທີ 28 ພຶດສະພາ ໄດ້ລົງພິມບົດຂຽນເນັ້ນໜັກເຖິງວຽກງານຕໍ່ສູ້ຕ້ານພະຍາດ Covid-19 ຂອງຫວຽດນາມ.

ສ ງກະໂປ ຕ ລາຄາສ ງບ ດບາດ ແລະ ບ ນດາຂ ລ ເລ ມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດນຳໜ້າຂອງ ສະຫະພາບເອີຣົບ EU

ຍສໝ - ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດຂອງສະຫະພາບເອີຣົບ EU ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ປາດຖະໜາຢາກໃຫ້ EU ປະສານສົມທົບກັບສະຫະປະຊາຊາດ ທີ່ສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ສ ງກະໂປ ຕ ລາຄາສ ງບ ດບາດ ແລະ ບ ນດາຂ ລ ເລ ມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.